VKBIA ເຊື່ອມຕໍ່, ໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ແລະສ.ເກົາຫຼີ
    
    
    
        
            
ກປ.ອອນໄລ - ວັນທີ 12 ມິຖຸນາ, ທີ່ຮ່າໂນ້ຍ, ສະຫະສະມາຄົມນັກທຸລະກິດ ແລະລົງທຶນຫວຽດນາມ - ສ.ເກົາຫຼີ (VKBIA)  ໄດ້ເປີດນຳໃຊ້ຫ້ອງການ (VKBIA)  ປະຈໍາ ຫວຽດນາມ. 
        
        
        
            
	VKBIA ໄດ້ຮັບການສ້າງຕັ້ງດ້ວຍຈຸດປະສົງສ້າງສະພາບແວດລ້ອມເພື່ອເຊື່ອມຕໍ່, ຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານລະຫວ່າງບັນດາວິສາຫະກິດ, ນັກທຸລະກິດ, ນັກຊ່ຽວຊານ, ປັນຍາຊົນ ຫວຽນາມ - ສ.ເກົາຫຼີ; ພົບປະແລກປ່ຽນຮ່ວມມື ແລະພັດທະນາກັບບັນດາສະຫະສະມາຄົມ, ອົງການຈັດຕັ້ງຢູ່ ສ.ເກົາຫຼີ, ຫວຽດນາມ ແລະບັນດາປະເທດອື່ນ, ສະນັ້ນ ຈຶ່ງ ຊຸກຍູ້ການພົວພັນຮ່ວມມືພ້ອມກັນພັດທະນາໃນບັນດາຂົງເຂດເສດຖະກິດ, ການຄ້າ, ວິທະຍາສາດເຕັກໂນໂລຢີ, ວັດທະນະທໍາ ແລະການສຶກສາ, ... ປະກອບສ່ວນເຂົ້າໃນພາລະກິດພັດທະນາເສດຖະກິດ-ສັງຄົມຂອງ 2 ປະເທດ ຫວຽດນາມ - ສ.ເກົາຫຼີ.
	
		
			
				     | 
		
		
			
				  | 
		
		
			| 
				ທ່ານ ເຈິ່ນຫາຍລິງ ກ່າວຄໍາເຫັນທີ່ພິທີ. ພາບ: ໝີ້ແຮ້ງ. | 
		
	
	ທີ່ພິທີເປີດນໍາໃຊ້, ທ່ານ ເຈິ່ນຫາຍລິງ ປະທານ VKBIA ໃຫ້ຮູ້ວ່າ, VKBIA ຕັ້ງສໍານັກງານຢູ່ຫວຽດນາມຈະເປັນຂົວຕໍ່, ສຸມໃສ່ເຊື່ອມຕໍ່ວິສາຫະກິດ, ນັກທຸລະກິດຫວຽດນາມ ກັບຕະຫຼາດ ສ.ເກົາຫຼີ ແລະໄກກວ່າແມ່ນກັບສາກົນ. ດ້ວຍພາລະກໍາແຜ່ຂະຫຍາຍ, ເຊື່ອມຕໍ່ການຮ່ວມມືແລກປ່ຽນການຄ້າ, ເຕັັກໂນໂລຢີ, ວັດທະນະທໍາ.. VKBIA ຈະສືບຕໍ່ຜັນຂະຫຍາຍບັນດາລາຍການເຊື່ອມຕໍ່, ໜູນຊ່ວຍບັນດາວິສາຫະກິດຫວຽດນາມ ແລະ ສ.ເກົາຫຼີ...
	
		
			
				     | 
		
		
			
				  | 
		
		
			| 
				ພິທີລົງນາມການຮ່ວມມືກັບມະຫາວິທະຍາໄລ ດ້າຍນາມ. ພາບ: ໝີ້ແຮ້ງ. | 
		
	
	ກໍໃນຕອນເຊົ້າຂອງວັນທີ 12 ມິຖຸນາ, VKBIA ໄດ້ຈັດຕັ້ງພິທີລົງນາມການຮ່ວມມືກັບມະຫາວິທະຍາໄລ ດ້າຍນາມ ເພື່ອແນໃສ່ໜູນຊ່ວຍນັກສຶກສາທີ່ຮຽນຢູ່ພະແນກພາສາ ສ.ເກົາຫຼີ ເມື່ອຮຽນຈົບຈະມີໂອກາດເຮັດວຽກຢູ່ບັນດາບໍລິສັດ, ກຸ່ມບໍລິສັດຂອງ ສ.ເກົາຫຼີ ຢູ່ຫວຽດນາມ ຫຼື ຢູ່ ສ.ເກົາຫຼີ.
	ໂດຍ: ໄຊຊະນະ