ໃນສັງກາດດີຈີຕອນ, ກຳລັງການຜະລິດພວມມີິການຫັນປ່ຽນຢ່າງເລິກເຊິ່ງພາຍໃຕ້ຜົນກະທົບຂອງເຕັກໂນໂລຢີດີຈີຕອນ, ປັນຍາປະດິດ, ບິກດາຕາ ແລະບັນດາພື້ນຖານດີຈີຕອນ. ກຳລັງການຜະລິດໃໝ່ ໄດ້ກຳເນີດຂຶ້ນຈາກການສົມທົບຂອງຊັບພະຍາກອນມະນຸດດີຈີຕອນ, ເຕັກໂນໂລຢີດີຈີຕອນ ແລະບັນດາວິສາຫະກິດປ່ຽນແປງໃໝ່ປະດິດສ້າງ (ນະວັດຕະກຳ), ດ້ວຍຄຸນລັກສະນະສະເພາະແມ່ນລັກສະນະບໍ່ມີຕົວຕົນ, ລັກສະນະເຊື່ອມຕໍ່ ແລະລະດັບປ່ຽນແປງໃໝ່ໄວ. ສິ່ງນີ້ໄດ້ວາງອອກຄວາມຮຽກຮ້ອງອັນຮີບດ່ວນຕໍ່ກັບຫວຽດນາມ ຕ້ອງພັດທະນາກຳລັງການຜະລິດໃໝ່ ເພື່ອສ້າງພື້ນຖານໃຫ້ແກ່ການເຕີບໂຕໄວ ແລະຍືນຍົງ.

leftcenterrightdel
ພາບປະກອບຄັດຈາກ mst.gov.vn

ໃນຊຸມປີມໍ່ໆມານີ້, ຫວຽດນາມ ມີຄວາມມານະພະຍາຍາມສຳຄັນຫຼາຍຢ່າງໃນການປັບປຸງລະບຽບການ ເພື່ອແນໃສ່ຊຸກຍູ້ການຫັນປ່ຽນດີຈີຕອນ ແລະພັດທະນາເສດຖະກິດ ດີຈີຕອນ-ບັນດາພື້ນຖານຫຼັກແຫຼ່ງຂອງກຳລັງການຜະລິດໃໝ່. ກອບນິຕິກຳທີ່ກ່ຽວຂ້ອງເຖິງລັດຖະບານເອເລັກໂຕນິກ, ເສດຖະກິດດີຈິຕອນ, ຄວາມປອດໄພດ້ານຂໍ້ມູນຂ່າວສານ ແລະການປ່ຽນແປງໃໝ່ປະດິດສ້າງໄດ້ສ້າງຂຶ້ນ ແລະປັບປຸງເທື່ອລະກ້າວຜ່ານບັນດາເອກະສານ, ຄື: ລາຍການຫັນປ່ຽນດີຈີຕອນແຫ່ງຊາດ, ຍຸດທະສາດພັດທະນາລັດຖະບານດີຈີຕອນ ແລະບັນດາຂໍ້ກຳນົດກ່ຽວກັບຂໍ້ມູນ, ຄວາມປອດໄພດ້ານໄຊເບີ. ເສດຖະກິດດີຈີຕອນຫວຽດນາມ ເຕີບໂຕໃນລະດັບສູງ ແລະນັບມື້ນັບມີການປະກອບສ່ວນສຳຄັນເຂົ້າໃນພື້ນຖານເສດຖະກິດ. ຕາມຂໍ້ມູນຂອງອົງການສະຖິຕິ, ອັດຕາສ່ວນມູນຄ່າເພີ່ມຂອງເສດຖະກິດດີຈີຕອນໃນຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນແຕ່ 12,87% ປີ 2021 ຂຶ້ນປະມານ 14,02% ປີ 2025, ສະເລ່ຍ ໄລຍະ 2021-2025 ບັນລຸປະມານ 13,2%...

ຄວາມຮັບຮູ້ ແລະການກຳນົດທິດນະໂຍບາຍຂອງລັດ ກ່ຽວກັບວິທະຍາສາດ, ເຕັກໂນໂລຢີ ແລະປ່ຽນແປງໃໝ່ປະດິດສ້າງນັບມື້ນັບເຫັນໄດ້ຊັດ, ສອດຄ່ອງກັບມະຕິກອງ ປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ແລະໄດ້ຫັນເປັນລະອຽດໃນມະຕິເລກທີ 57-NQ/TW ຂອງກົມການເມືອງ, ໃນນັ້ນໄດ້ກໍານົດສິ່ງນີ້ວ່າ ແມ່ນກໍາລັງແຮງຂັບເຄື່ອນຕົ້ນຕໍ ຂອງການເຕີບໂຕ ແລະພື້ນຖານພັດທະນາກຳລັງການຜະລິດໃໝ່. ການໃຊ້ຈ່າຍສຳລັບ R&D (ຄົ້ນຄວ້າ ແລະພັດທະນາ) ຂອງຫວຽດນາມ ບັນລຸປະມານ 0,53% GDP (ເທົ່າກັບ 2-3 ຕື້ໂດລາສະຫະລັດ/ປີ), ໄດ້ສະແດງອອກໃຫ້ເຫັນບາດກ້າວຫັນປ່ຽນໄປສູ່ຮູບແບບເຕີບໂຕທີ່ອີງໃສ່ສະຕິປັນຍາ ແລະເຕັກໂນໂລຢີ. ເຖິງຢ່າງໃດກໍ່ຕາມ, ລະດັບນີ້ຍັງຕ່ຳຢູ່ເມື່ອທຽບໃສ່ລະດັບສະເລ່ຍຂອງໂລກ (2,2% GDP), ວາງຄວາມຮຽກຮ້ອງຕ້ອງສືບຕໍ່ມີການບຸກທະລຸດ້ານລະບຽບການ ເພື່ອແນໃສ່ຊຸກຍູ້ການລົງທຶນໃສ່ວິທະຍາສາດ, ເຕັກໂນໂລຢີ, ພັດທະນາຕະຫຼາດເຕັກໂນໂລຢີ ແລະຄວາມສະໜິດຕິດພັນຢ່າງມີປະສິດທິຜົນລະຫວ່າງການຄົ້ນຄວ້າກັບການຜະລິດ.

ພຶດຕິກໍາສະແດງອອກໃຫ້ເຫັນວິວັດທະນາການພັດທະນາກໍາລັງການຜະລິດໃໝ່ຢູ່ ຫວຽດນາມ ຍັງມີຫຼາຍຈຸດອຸດຕັນ, ກີດຂວາງກ່ຽວກັບລະບຽບການ, ເຮັດໃຫ້ຈຳກັດປະສິດທິຜົນໃນການຂຸດຄົ້ນແຫຼ່ງກຳລັງ, ຄື: ຂໍ້ມູນ, ເຕັກໂນໂລຢີ, ເງິນທຶນ ແລະຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ພ້ອມກັນນັ້ນ, ລະບົບນິເວດການປ່ຽນແປງໃໝ່ປະດິດສ້າງຍັງຈຳກັດຫຼາຍເມື່ອມີການຮ່ວມສຳພັນລະຫວ່າງສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ ແລະວິສາຫະກິດຍັງບໍ່ຮັດກຸມ, ການລົງທຶນໃສ່ R&D ບັນລຸແຕ່ 0,53% GDP, ຕໍ່າກວ່າເມື່ອທຽບໃສ່ກັບບັນດາປະເທດ. ສາຍເຫດຂອງຂໍໍ້ຈໍາກັດດັ່ງກ່າວແມ່ນເລີ່ມມາຈາກຈິນຕະນາການສ້າງລະບຽບການຍັງບໍ່ທັນຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງພື້ນຖານເສດຖະກິດດີຈີຕອນ...

ເພື່ອນຳມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ເຂົ້າສູ່ການດຳລົງຊີວິດຕົວຈິງ ແລະຊຸກຍູ້ການພັດທະນາກຳລັງການຜະລິດໃໝ່ໃນສັງກາດດີຈີຕອນ, ຄວາມຮຽກຮ້ອງວາງອອກບໍ່ພຽງແຕ່ແມ່ນການປັບປຸງລະບຽບການຕາມທິດບູລະນະເທົ່ານັ້ນ ຫາກຍັງຕ້ອງສ້າງກົນໄກລະບຽບການໃໝ່ທີ່ມີລັກສະນະເປີດເສັ້ນທາງ, ສ້າງການປ່ຽນແປງ ໂດຍພື້ນຖານໃນການຈັດແບ່ງ ແລະນຳໃຊ້ບັນດາແຫຼ່ງກຳລັງ. ທຳອິດແມ່ນສ້າງກົນໄກນິຕິກຳທົດລອງມີລັກສະນະນອກແຜນ (sandbox ເປີດກວ້າງ). ຕ້ອງພັດທະນາກົນໄກ sandbox ບໍ່ພຽງແຕ່ໃນບາງຂົງເຂດແຄບເທົ່ານັ້ນ ຫາກຍັງເປີດກວ້າງໃຫ້ກາຍເປັນເຄື່ອງມືລະບຽບການໃຈກາງໃຫ້ແກ່ການປ່ຽນແປງໃໝ່ປະດິດສ້າງ. ຕາມນັ້ນແລ້ວໃຫ້ອະນຸຍາດໝູນໃຊ້ຂໍ້ກໍານົດນິຕິກຳຕໍ່ກັບບັນດາຮູບການດຳເນີນທຸລະກິດໃໝ່ໃນຂົງເຂດ, ເຊັ່ນ: AI, fintech,  ເສດຖະກິດພື້ນຖານ. ຈຸດບຸກທະລຸແມ່ນຢູ່ບ່ອນວ່າ:  Sandbox ບໍ່ພຽງແຕ່ແມ່ນການທົດລອງດ້ານເຕັກນິກເທົ່ານັ້ນ ຫາກຍັງແມ່ນກົນໄກລະບຽບການທີ່ມີໄຫວພິບ, ຊ່ວຍຫຼຸດໄລຍະຊັກຊ້າລະຫວ່າງການປ່ຽນແປງໃໝ່ເຕັກໂນໂລຢີ ແລະປັບປຸງກົດໝາຍ, ຜ່ານນັ້ນປ່ຽນຈິນຕະນາການແຕ່ “ຄຸ້ມຄອງສິ່ງທີ່ມີຢູ່ແລ້ວ”  ໄປສູ່ການ “ຊັກນຳສິ່ງທີ່ກຳລັງກໍາເນີດຂຶ້ນໃໝ່”.

ຄຽງຄູ່ກັນນັ້ນ, ການບຸກທະລຸໂດຍພື້ນຖານແມ່ນຕ້ອງຮັບຮູ້ຂໍ້ມູນຢ່າງເປັນທາງການວ່າ ແມ່ນປະເພດຊັບສິນໃນພື້ນຖານເສດຖະກິດ, ຈາກນັ້ນກຳນົດກໍາມະສິດ, ສິດຂຸດຄົ້ນ, ກົນໄກການກຳນົດລາຄາ ແລະການຊື້ຂາຍຂໍ້ມູນ. ບົນພື້ນຖານດັ່ງກ່າວ, ການກໍ່ສ້າງຕະຫຼາດຂໍ້ມູນຕ້ອງມີສະຖາບັນເປັນກາງ. ນີ້ແມ່ນບາດກ້າວຫັນປ່ຽນຈາກ “ການຄຸ້ມຄອງຂໍ້ມູນ” ໄປສູ່ການ “ການຂຸດຄົ້ນຂໍ້ມູນຄືດັ່ງປັດໄຈການຜະລິດ”.

ເພື່ອແກ້ໄຂສະພາບການ “ຢ້ານຜິດ”, ຕ້ອງສ້າງກົນໄກສຳລັບການຍົກເວັ້ນຄວາມຮັບຊອບແບບມີເງື່ອນໄຂຕໍ່ກັບພະນັກງານ, ລັດຖະກອນເມື່ອປະຕິບັດຂໍ້ກຳນົດປ່ຽນແປງໃໝ່ໃນຂອບເຂດການທົດລອງນະໂຍບາຍ. ກົນໄກນີ້ຕ້ອງໄປຄຽງຄູ່ກັບມາດຖານທີ່ຊັດເຈນ, ກະຈ່າງແຈ້ງ ແລະການຕິດຕາມກວດກາສອດຄ່ອງກັບການປ່ຽນແປງໃໝ່. ແທນທີ່ຈະອີງໃສ່ຂົງເຂດພາກລັດ ເປັນຕົ້ນຕໍ, ຕ້ອງຫັນໄປສູ່ຮູບແບບວິສາຫະກິດເປັນໃຈກາງຂອງລະບົບປ່ຽນແປງໃໝ່ປະດິດສ້າງ, ໃນນັ້ນ ລັດ ສວມບົດບາດສ້າງສັນ ແລະຊັກນຳຜ່ານກົນໄກສັ່ງຊື້ສິນຄ້າ. ລາຍລະອຽດ, ລັດຕ້ອງກາຍເປັນ “ລູກຄ້າຂະໜາດໃຫຍ່” ຂອງການປ່ຽນແປງໃໝ່ປະດິດສ້າງຜ່ານ: ການສັ່ງຊື້ສິນຄ້າການຄົ້ນຄວ້າ, ພັດທະນາເຕັກໂນໂລຢີ; ຈັດຊື້ເຕັກໂນໂລຢີໃນປະເທດ; ໜູນຊ່ວຍການຫັນຜະລິດຕະພັນຄົ້ນຄວ້າເປັນສິນຄ້າ. ນີ້ແມ່ນບາດກ້າວຫັນປ່ຽນຈາກການໜູນຊ່ວຍແບບກະແຈກກະຈາຍໄປສູ່ການສ້າງໂຄງປະກອບຄືນໃໝ່ກ່ຽວກັບລະບົບນິເວດປ່ຽນແປງໃໝ່, ຕິດພັນການຄົ້ນຄວ້າກັບຕະຫຼາດ.

ບັນດາມາດຕະການດັ່ງກ່າວແມ່ນເງື່ອນໄຂ ເພື່ອພັດທະນາກຳລັງການຜະລິດໃໝ່ ແລະຫັນເປົ້າໝາຍພັດທະນາໄວ, ຍືນຍົງຕາມເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ໃຫ້ປະກົດຜົນເປັນຈິງ.

ໂດຍ: ແສງເດືອນ