ໃນສະພາບການໂລກທີ່ເຕັມໄປດ້ວຍການຜັນແປຫຼາຍຢ່າງຄືໃນປະຈຸບັນ, ການຫັນປ່ຽນດີຈີຕອນ, ຫັນປ່ຽນສີຂຽວ ແລະນະວັດຕະກຳແມ່ນເສັ້ນທາງເພື່ອໃຫ້ຫວຽດນາມ ຍົກສູງກຳລັງແຮງພາຍໃນ, ເປີດກວ້າງຄວາມສາມາດບົ່ມຊ້ອນພັດທະນາ, ປັບປຸງທ່າຮົບປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນສະພາບການໃໝ່.
ການຫັນປ່ຽນດີຈີຕອນ, ການຫັນປ່ຽນສີຂຽວ ບໍ່ພຽງແຕ່ແມ່ນຮູບແບບເສດຖະກິດ
ໃນທຸກສະພາບການ, ການປົກປັກຮັກສາປະເທດຊາດ ຍາມໃດກໍ່ຕິດພັນກັບການສ້າງສາ ແລະພັດທະນາປະເທດ. ພື້ນຖານເສດຖະກິດຂາດສະຖຽນລະພາບ, ການເຕີບໂຕຕ່ຳ, ໜີ້ສາທາລະນະຂຶ້ນສູງ, ການເງິນ-ເງິນຕາເຄັ່ງຕຶງຍາກທີ່ຈະຮັບປະກັນແຫຼ່ງກຳລັງເພື່ອລົງທຶນດ້ານວິທະຍາສາດ, ເຕັກໂນໂລຢີ, ຍົກສູງກຳລັງຄວາມສາມາດບົ່ມຊ້ອນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ກົງກັນຂ້າມ, ພື້ນຖານເສດຖະກິດໜຶ່ງທີ່ມີຄວາມໝັ້ນຄົງ, ໜີ້ສາທາລະນະຢູ່ໃນລະດັບປອດໄພ ຈະສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ການເຕີບໂຕໄວ, ຍືນຍົງ ແລະປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.
    |
 |
|
ຜະລິດຕະພັນ ໂຣໂບດ ເຄື່ອງໝາຍການຄ້າຂອງຫວຽດນາມ ໄດ້ແນະນຳທີ່ງານວາງສະແດງຜົນງານຂອງປະເທດ ໃນເດືອນກັນຍາ 2025. ພາບ: ຮວ່າງຈູງ. |
ເລື່ອງໜີ້ສາທາລະນະຫຼຸດລົງຢ່າງແຮງ, ເປີດກວ້າງຄວາມສາມາດບົ່ມຊ້ອນດ້ານການເງິນໃນຊຸມປີຜ່ານມາ ບໍ່ພຽງແຕ່ແມ່ນໝາກຜົນຂອງການບໍລິຫານເສດຖະກິດເທົ່ານັ້ນ ຫາກຍັງແມ່ນວິທີທີ່ຫວຽດນາມ ສະສົມແຫຼ່ງກຳລັງຍຸດທະສາດເພື່ອເປັນເຈົ້າການຮັບມືໃນທຸກກໍລະນີ, ການປ້ອງກັນ, ຕ້ານໄພທຳມະຊາດ, ໂລກລະບາດ; ພ້ອມທັງສ້າງໂຄງປະກອບການໃຊ້ຈ່າຍງົບປະມານຄືນໃໝ່ຕາມທິດເພີ່ມອັດຕາສ່ວນເບີກຈ່າຍການລົງທຶນພັດທະນາ, ວິທະຍາສາດ, ເຕັກໂນໂລຢີ, ໂຄງປະກອບພື້ນຖານໂຄງລ່າງຍຸດທະສາດ. ດ້ວຍວິໄສທັດດັ່ງກ່າວ, ການພັດທະນາເສດຖະກິດແບບຍືນຍົງໄປຄຽງຄູ່ກັບເປົ້າໝາຍເສດຖະກິດແຕ່ຢ່າງດຽວນັ້ນຍັງແມ່ນພາກສ່ວນກາຍຍະອິນຊີຂອງຍຸດທະສາດປົກປັກຮັກສາປະເທດຊາດແຕ່ຫົວທີ, ແຕ່ໄກດ້ວຍການສ້າງກຳລັງແຮງບົ່ມຊ້ອນສັງລວມຂອງປະເທດ.
ວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນປ່ຽນດີຈີຕອນ, ຫັນປ່ຽນເປັນສີຂຽວໄດ້ກຳນົດວ່າ ແມ່ນກຳລັງໜູນໃໝ່ເພື່ອບັນລຸໄດ້ເປົ້າໝາຍເຖິງປີ 2045, ຫວຽດນາມ ກາຍເປັນປະເທດພັດທະນາ, ມີລາຍຮັບສູງ. ຈາກແງ່ມຸມເສດຖະກິດ, ການຫັນປ່ຽນດີຈີຕອນ, ຫັນປ່ຽນສີຂຽວຊ່ວຍເພີ່ມສະມັດຕະພາບ, ຫຼຸດຜ່ອນລາຍຈ່າຍ, ນຳໃຊ້ຊັບພະຍາກອນຢ່າງມີປະສິດທິຜົນກວ່າ, ຫຼຸດຜ່ອນການປ່ອຍອາຍພິດ, ຍົກສູງຄຸນນະພາບການເຕີບໂຕ. ການປະຕິວັດກ່ຽວກັບການຫັນປ່ຽນດີຈີຕອນ, ຫັນປ່ຽນສີຂຽວຍັງຊ່ວຍປະກອບສ່ວນສ້າງໂລ້ກຳບັງຄວາມໝັ້ນຄົງດ້ານເສດຖະກິດ, ຫຼຸດຜ່ອນການນຳເຂົ້າພະລັງງານ ແລະເຕັກໂນໂລຢີ; ເພີ່ມຄວາມສາມາດການເປັນເຈົ້າຂອງໃນການຜະລິດ, ການແຈກຢາຍ, ຈຳໜ່າຍ. ນີ້ກໍ່ແມ່ນໂລ້ກຳບັງຄວາມໝັ້ນຄົງດ້ານພະລັງງານ, ສ້າງລະບົບພະລັງງານສີຂຽວ, ຫັນແຫຼ່ງສະໜອງເປັນຫຼາຍຮູບແບບ, ນຳໃຊ້ເຊື້ອເພີງສະອາດ, ສິ່ງນີ້ຊ່ວຍໃຫ້ປະເທດມີຄວາມສ່ຽງໜ້ອຍຕໍ່ການຜັນແປຂອງພູມສາດ-ການເມືອງ, ການປະທະກັນດ້ານພະລັງງານ.
ລະບອບລະບຽບການຊັກນຳ, ວິສາຫະກິດ, ປະຊາຊົນຮ່ວມເດີນທາງ
ເພື່ອໃຫ້ “ກຳລັງໜູນທີ່ນີ້ມນວນ” ສີຂຽວ-ດີຈີຕອນ ກາຍເປັນກຳລັງແຮງຂອງປະເທດ, ຄວາມຮຽກຮ້ອງຕ້ອງການວາງອອກແມ່ນຕ້ອງປະກາດໃຊ້ບັນດາກົນໄກ, ນະໂຍບາຍບຸລິມະສິດໂດຍໄວ ເພື່ອສົ່ງເສີມການລົງທຶນໃສ່ເຕັກໂນໂລຢີສີຂຽວ, ເຕັກໂນໂລຢີດີຈີຕອນ, ພ້ອມທັງຢືດໝັ້ນການປະຕິຮູບການບໍລິຫານ, ຕັດເງື່ອນໄຂໃນການດຳເນີນທຸລະກິດອອກ, ສ້າງສະພາບແວດລ້ອມແຫ່ງການລົງທຶນ, ການດຳເນີນທຸລະກິດຢ່າງຈະແຈ້ງ, ປອດໄພ, ຄ່າໃຊ້ຈ່າຍຕ່ຳ. ບົນພື້ນຖານດັ່ງກ່າວ, ສາມາດເຫັນໄດ້ 3 ກຸ່ມເຈົ້າກຳຕ້ອງໄດ້ສົ່ງເສີມເສີມຂະຫຍາຍບົດບາດ, ກ່ອນອື່ນໝົດແມ່ນພາກວິສາຫະກິດ. ນີ້ແມ່ນກຳລັງໂດຍກົງໃນການຈັດຕັ້ງປະຕິບັດບັນດາໂຄງການພະລັງງານທົດແທນ, ເສດຖະກິດໝູນວຽນ, ຕົວເມືອງອັດສະລິຍະ, ການບໍລິການດີຈີຕອນ, ອຸດສາຫະກຳເຕັກໂນໂລຢີສູງ... ກຳລັງນີ້ຈະຫັນວິໄສທັດຍຸດທະສາດກາຍເປັນຜະລິດຕະພັນ, ການບໍລິການລະອຽດ ເພື່ອຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ, ຍົກສູງກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ ແລະສ້າງແຫຼ່ງລາຍຮັບຍືນຍົງໃຫ້ແກ່ງົບປະມານ, ຈາກນັ້ນເພີ່ມແຫຼ່ງກຳລັງໃຫ້ແກ່ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.
ການຫັນປ່ຽນດີຈີຕອນ, ຫັນປ່ຽນສີຂຽວຢາກປະສົບຜົນສຳເລັດນັ້ນຕ້ອງຈັດຕັ້ງປະຕິບັດຢູ່ແຕ່ລະຄອບຄົວ, ແຕ່ລະສະຫະກອນ, ແຕ່ລະວິສາຫະກິດຂະໜາດນ້ອຍ ແລະກາງ, ນັບແຕ່ວິທີການນຳໃຊ້ໄຟຟ້າ, ໃຊ້ນ້ຳຢ່າງປະຢັດ. ປະຊາຊົນແຕ່ລະຄົນແມ່ນັກຮົບໃນສະໜາມຮົບໃໝ່-ສະໜາມຮົບສ້າງແບບແຜນການດໍາລົງຊີວິດເປັນສີຂຽວ, ວັດທະນະທຳດີຈີຕອນທີ່ປອດໃສ, ປະກອບສ່ວນຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ ແລະກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.
    |
 |
|
ຜະລິດຕະພັນ ໂຣໂບດ ເຄື່ອງໝາຍການຄ້າຂອງຫວຽດນາມ ໄດ້ແນະນຳຢູ່ງານວາງສະແດງຜົນງານຂອງປະເທດໃນເດືອນກັນຍາ 2025. ພາບ: ຮວ່າງຈູງ. |
ກອງທັບປະຊາຊົນຫວຽດນາມ ດ້ວຍພາລະບົດບາດແມ່ນກອງສູ້ຮົບ, ກອງປະຕິບັດງານ, ກອງອອກແຮງງານທຳການຜະລິດມີຄວາມຮັບຜິດຊອບໃນການໄປນຳໜ້າໃນ ຫຼາຍຂົງເຂດ, ຄື: ເຂົ້າຮ່ວມກໍ່ສ້າງ, ເຄື່ອນໄຫວພື້ນຖານໂຄງລ່າງຍຸດທະສາດ, ເຂົ້າຮ່ວມການຄົ້ນຄວ້າ-ພັດທະນາເຕັກໂນໂລຢີໃຊ້ໄດ້ສອງໜ້າທີ່, ປ້ອງກັນ, ຕ້ານໄພທຳມະຊາດ, ກູ້ຊີບ-ກູ້ໄພ, ປົກປັກຮັກສາສິ່ງແວດລ້ອມ. ນີ້ກໍ່ແມ່ນບັນຫາທີ່ຕິດພັນໂດຍກົງກັບການຫັນປ່ຽນສີຂຽວ.
ຫຼີກລ້ຽງການລ່າຊ້າ “ກຳປັ່ນສີຂຽວ-ດີຈີຕອນ”
ຫວຽດນາມ ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ, ບໍ່ໄດ້ຢູ່ນອກທ່າອ່ຽງໃຫຍ່ ເຊິ່ງໄດ້ຕັ້ງໜ້າເຂົ້າຮ່ວມ, ສະເໜີ ແລະຮ່ວມມືບົນພື້ນຖານແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບແບບ ແລະຫຼາຍຝ່າຍ. ສິ່ງນັ້ນກໍ່ໝາຍຄວາມວ່າ ໃນຂົງເຂດຫັນປ່ຽນດີຈີຕອນ, ຫັນປ່ຽນສີຂຽວ, ພວກເຮົາບໍ່ສາມາດລ່າຊ້າໄດ້. ຖ້າວ່າດຳເນີນລ່າຊ້າ, ພື້ນຖານເສດຖະກິດຈະຖອຍຫຼັງ, ລາຍຮັບຂອງປະຊາຊົນຍາກທີ່ຈະປັບປຸງໃຫ້ດີຂຶ້ນໄດ້. ກົງກັນຂ້າມ, ຖ້າຮູ້ຈັກນຳໃຊ້ໂອກາດໃຫ້ເປັນຢ່າງດີ, ໄປໄວ, ໄປຢ່າງໝັ້ນຄົງບົນເສັ້ນທາງສີຂຽວ-ດີຈີຕອນ, ຫວຽດນາມ ຈະສາມາດສ້າງບາດກ້າວບຸກທະລຸກ່ຽວກັບສະມັດຕະພາບ, ຄຸນນະພາບການເຕີບໂຕ, ລະດັບຄວາມຮູ້ດ້ານວິທະຍາສາດ, ເຕັກໂນໂລຢີ.
ທົ່ວລະບົບການເມືອງ, ປະຊາຊົນແຕ່ລະຄົນຮ່ວມແຮງຮ່ວມໃຈກໍ່ສ້າງປະເທດ ຫວຽດນາມ ໃຫ້ພັດທະນາໄວ, ຍືນຍົງ, ປະເທດຊາດຈະຮັ່ງມີເຂັ້ມແຂງ, ສົມກັບການເສຍສະຫຼະຊີວິດຂອງຮຸ່ນພໍ່ຮຸ່ນອ້າຍ ແລະຄວາມຫວັງຂອງປະຊາຊົນໃນສັງກາດໃໝ່.
ໂດຍ: ແສງເດືອນ