ຍີ່ປຸ່ນ ໜູນຊ່ວຍ 6 ໂຄງການ ດ້ວຍມູນຄ່າກວ່າ 800.000 ໂດລາສະຫະລັດ ເພື່ອຍົກລະດັບສະຫວັດດີການສັງຄົມ
ກປ.ອອນໄລ - ຕອນບ່າຍວັນທີ 26 ມັງກອນ, ຢູ່ຮ່າໂນ້ຍ, ສະຖານທູດຍີ່ປຸ່ນ ປະຈໍາ ຫວຽດນາມ ໄດ້ຈັດຕັ້ງພິທີລົງນາມ 6 ໂຄງການ ຂຶ້ນກັບໂຄງການຊ່ວຍເຫຼືອລ້າຂັ້ນຮາກຖານຂອງລັດຖະບານຍີ່ປຸ່ນ ດ້ວຍມູນຄ່າທັງໝົດ 833.589 ໂດລາສະຫະລັດ (ເທົ່າກັບ 20,4 ຕື້ດົ່ງ).
ໂຄງການໄດ້ຮັບການຜັນຂະຫຍາຍຢູ່ຫຼາຍທ້ອງຖິ່ນທີ່ປະສົບກັບຄວາມຫຍຸ້ງຍາກ, ໂດຍສຸມໃສ່ເຂົ້າໃນຂົງເຂດ ຄື: ການສຶກສາ, ບຳລຸງສ້າງວິິຊາຊີບ; ການປ້ອງກັນ, ຕ້ານໄພທໍາມະຊາດ, ການພັດທະນາກະສິກໍາ ແລະໜູນຊ່ວຍກຸ່ມດ້ອຍໂອກາດ.
ໂຄງການເຫຼົ່ານີ້ບໍ່ພຽງແຕ່ຕອບສະໜອງຄວາມຮຽກຮ້ອງຕ້ອງການອັນຮີບດ່ວນຂອງປະຊາຊົນ ຢູ່ເຂດຫ່າງໄກສອກຫຼີກ, ເຂດທຸລະກັນດານ ແລະເຂດທີ່ໄດ້ຮັບຜົນສະທ້ອນຈາກໄພທຳມະຊາດຢ່າງເປັນປະຈໍາເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າໃນການປັບປຸງເງື່ອນໄຂຮໍ່າຮຽນ, ການຫາເງິນລ້ຽງຊີບ ແລະຄວາມສາມາດຮັບມືກັບຄວາມສ່ຽງຂອງປະຊາຄົມທ້ອງຖິ່ນ. ເລື່ອງເອົາໃຈໃສ່ເປັນພິເສດເຖິງການບໍາລຸງສ້າງວິຊາຊີບ, ການສຶກສາ, ຄວາມໝັ້ນຄົງຂອງມະນຸດໄດ້ຮັບການຕີລາຄາວ່າແມ່ນວິທີການເຂົ້າເຖິງທີ່ແທດຈິງ, ຍືນຍົງ, ຖືປະຊາຊົນເປັນໃຈກາງຂອງການພັດທະນາ.
    |
 |
|
ຜູ້ຕາງໜ້າພະແນກສຶກສາ ແລະກໍ່ສ້າງແຂວງກວາງຈິ ມອບຂອງຂວັນເປັນທີ່ລະນຶກໃຫ້ທ່ານ Ito Naoki ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳຫວຽດນາມ. ພາບ: qdnd.vn |
ກ່າວຄຳເຫັນທີ່ພິທີ, ທ່ານ Ito Naoki ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳຫວຽດນາມ ເນັ້ນໜັກວ່າ, ໃນສະພາບການຫວຽດນາມ ພັດທະນາຢ່າງວ່ອງໄວ, ການກໍ່ສ້າງສະພາບແວດລ້ອມດໍາລົງຊີວິດທີ່ປອດໄພ ແລະພື້ນຖານໂຄງລ່າງທີ່ຈຳເປັນຢູ່ລະດັບຊຸມຊົນນັບມື້ນັບມີຄວາມໝາຍສຳຄັນ. ໂຄງການຊ່ວຍເຫຼືອລ້າຂັ້ນຮາກຖານຂອງຍີ່ປຸ່ນ ແນໃສ່ແກ້ໄຂບັນຫາຮີບດ່ວນຢູ່ທ້ອງຖິ່ນໂດຍກົງ ຜ່ານການຮ່ວມມືຢ່າງໜັກແໜ້ນກັບອໍານາດການປົກຄອງ, ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ ແລະຮາກຖານການສຶກສາຂອງຫວຽດນາມ.
ທີ່ພິທີລົງນາມ, ທ່ານ ຮ່າດິ່ງຮືງ, ເລຂາພັກຕາແສງກິມບອນ (ແຂວງເຊີນລາ) ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ລັດຖະບານ, ປະຊາຊົນຍີ່ປຸ່ນ ແລະສະຖານທູດຍີ່ປຸ່ນ ປະຈຳຫວຽດນາມ. ທ່ານ ຮ່າດິ່ງຮືງ ຢືນຢັນວ່າ ໂຄງການກໍ່ສ້າງເຮືອນກິນນອນ ໂດຍລັດຖະບານຍີ່ປຸ່ນ ໜູນຊ່ວຍທຶນມີຄວາມໝາຍແທດຈິງ ແລະສຳຄັນ, ປະກອບສ່ວນຍົກສູງຊີວິດການເປັນຢູ່ ແລະຊ່ວຍໃຫ້ພວກນ້ອງນັກຮຽນໃຫ້ມີຄວາມອຸ່ນອ່ຽນໃຈຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ ແລະພັດທະນາຢ່າງຮອບດ້ານ.
ໂດຍ: ທູຈາງ