ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ເລແມ້ງຮຸ່ງ, ຜູ້ຮັກສາການລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາບັນລຸເປົ້າໝາຍການປ່ອຍອາຍພິດລົງເປັນ “0” ໃນປີ 2050 ທີ່ບັນດາກອງປະຊຸມບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26) ປີ 2021. ເພື່ອປະຕິບັດໄດ້ເປົ້າໝາຍດັ່ງກ່າວ, ຫວຽດນາມ ຕ້ອງມີການຮ່ວມມືຢ່າງແໜ້ນແຟ້ນຂອງບັນດາຄູ່ຮ່ວມມືສາກົນ, ພິເສດແມ່ນບັນດາວິສາຫະກິດ ແລະກຸ່ມບໍລິສັດເຕັກໂນໂລຊີພະລັງງານແຖວໜ້າໂລກ.

leftcenterrightdel
ທ່ານ ເລແມ້ງຮຸ່ງ, ຜູ້ຮັກສາການລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ກ່າວຄຳເຫັນທີ່ເວທີປາໄສ. ພາບ: moit.gov.vn

ດ້ວຍບົດບາດແມ່ນອົງການຄຸ້ມຄອງຂອງລັດ ໃນຂົງເຂດພະລັງງານ, ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບວິສາຫະກິດສາກົນ ໃນວິວັດການພັດທະນາລະບົບພະລັງງານຂອງຫວຽດນາມ. ໃນໄລຍະຈະມາເຖິງ, ທາງກະຊວງຈະສືບຕໍ່ເປັນເສນາທິການກັບຂັ້ນທີ່ມີສິດອຳນາດ ເພື່ອສ້າງແລວທາງນິຕິກຳໃຫ້ສົມບູນແບບ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ ແລະຊຸກຍູ້ບັນດາກົນໄກຮ່ວມມື ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດເຂົ້າຮ່ວມການພັດທະນາບັນດາໂຄງການພະລັງງານຢູ່ ຫວຽດນາມ ຢ່າງເລິກເຊິ່ງກວ່າ.

leftcenterrightdel
ບັນຍາກາດທີ່ທີ່ເວທີປາໄສ. ພາບ: moit.gov.vn

ໃນຂະນະນັ້ນ, ທ່ານ Roger Martella, ຜູ້ອຳນວຍການໃຫຍ່ຄຸ້ມຄອງວິສາຫະກິດທົ່ວໂລກຂອງ GE Vernova ເນັ້ນໜັກວ່າ: “ພວກຂ້າພະເຈົ້າຍາມໃດກໍ່ກຳນົດວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຍຸດທະສາດທີ່ສຸດໃນທົ່ວໂລກ ນັບທັງການພັດທະນາດ້ານເສດຖະກິດ ແລະພະລັງງານ. ນັບແຕ່ຈຸດເວລາທີ່ພວກຂ້າພະເຈົ້າປຶກສາຫາລືກ່ຽວກັບຍຸດທະສາດດຳເນີນທຸລະກິດກ່ອນນີ້ 4 ປີ, ພວກຂ້າພະເຈົ້າໄດ້ຖື ຫວຽດນາມ ຄືດັ່ງຈຸດນັດພົບເປົ້າໝາຍຂອງຕົນ ກໍຄືແມ່ນໜຶ່ງໃນບັນດາຄູ່ຮ່ວມມືພັດທະນາຂອງພວກຂ້າພະເຈົ້າໃນວິວັດການເດີນທາງນີ້”.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ