ອະນຸມັດຜ່ານແຜນຮ່າງຫັນເປັນດີຈີຕອນສຳລັບວິສາຫະກິດຂະໜາດນ້ອຍ ແລະກາງ ໄລຍະ 2026-2030
ມີວິສາຫະກິດຂະໜາດນ້ອຍ ແລະກາງຢ່າງໜ້ອຍສຸດ 300 ແຫ່ງ ໄດ້ຮັບການໜູນຊ່ວຍແອັບຟຼີເຄຊັນ, ມາດຕະການເຕັກໂນໂລຢີດີຈີຕອນ, ພື້ນຖານດີຈີຕອນ, ປັນຍາປະດິດ...
    |
 |
|
ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີຫວຽດນາມ ຫາກໍ່ເຊັ່ນຂໍ້ຕົກລົງອະນຸມັດຜ່ານແຜນຮ່າງຫັນເປັນດີຈີຕອນສຳລັບບັນດາວິສາຫະກິດຂະໜາດນ້ອຍ ແລະກາງ ໄລຍະ 2026-2030 (ເອີ້ນຫຍໍ້ວ່າແຜນຮ່າງ). ເປົ້າໝາຍຂອງແຜນຮ່າງແມ່ນເພື່ອແນໃສ່ຍົກສູງລະດັບກຽມພ້ອມ, ຄວາມສາມາດຫັນເປັນດີຈີຕອນຂອງວິສາຫະກິດຂະໜາດນ້ອຍ ແລະກາງຜ່ານບັນດານະໂຍບາຍໜູນຊ່ວຍທີ່ເໝາະສົມກັບຄວາມຕ້ອງການ, ຂອບຂະໜາດ, ລະດັບກຽມພ້ອມ ແລະລັກສະນະຈຳເພາະຂອງແຕ່ລະຂະແໜງ, ຂົງເຂດ; ຈາກນັ້ນຊຸກຍູ້ການຫັນເປັນດີຈີຕອນຢ່າງແທດຈິງ, ຮອບດ້ານ, ເພີ່ມສະມັດຕະພາບ ແລະປະສິດທິຜົນການເຄື່ອນໄຫວ, ຄວາມສາມາດຮັບມືກັບການເໜັງຕິງຂອງຕະຫຼາດ ແລະເຂົ້າຮ່ວມຕ່ອງໂສ້ມູນຄ່າພາກພື້ນ ແລະທົ່ວໂລກຢ່າງເລິກເຊິ່ງ.
ແຜນຮ່າງດັ່ງກ່າວສູ້ຊົນຮອດປີ 2030, ມີວິສາຫະກິດຂະໜາດນ້ອຍ ແລະກາງຢ່າງໜ້ອຍສຸດ 500 ແຫ່ງໄດ້ຮັບການໜູນຊ່ວຍຜ່ານບັນດາການເຄື່ອນໄຫວຂອງແຜນຮ່າງ. ໃນນັ້ນ, ມີວິສາຫະກິດຂະໜາດນ້ອຍ ແລະກາງຢ່າງໜ້ອຍສຸດ 300 ແຫ່ງ ໄດ້ຮັບການໜູນຊ່ວຍແອັບຟຼີເຄຊັນ, ມາດຕະການເຕັກໂນໂລຢີດີຈີຕອນ, ພື້ນຖານດີຈີຕອນ, ປັນຍາປະດິດ. ພ້ອມທັງສ້າງກຸ່ມວິສາຫະກິດຂະໜາດນ້ອຍ ແລະກາງ 200 ແຫ່ງທີ່ເປັນຕົວແທນກ່ຽວກັບການຫັນເປັນດີຈີຕອນໃນຂະແໜງ, ຂົງເຂດທີ່ສຳຄັນ ເຊັ່ນ: ວິທະຍາສາດ-ເຕັກໂນໂລຢີ, ອຸດສາຫະກຳຜະລິດ, ປຸງແຕ່ງ, ກະສິກຳ, ສາທາລະນະສຸກ, ການຄ້າ, logistics, ການເງິນ, ການສຶກສາ ແລະການທ່ອງທ່ຽວ.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ