ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ເປັນປະທານກອງປະຊຸມຄະນະຊີ້ນຳຄວາມໝັ້ນຄົງທາງໄຊເບີແຫ່ງຊາດ
ຕອນເຊົ້າວັນທີ 21 ມີນາ, ທ່ານ ຟ້າມມິງຈິ໊ງ, ນາຍົກລັດຖະມົນຕີຫວຽດນາມ, ຫົວໜ້າຄະນະຊີ້ນຳຄວາມໝັ້ນຄົງທາງໄຊເບີແຫ່ງຊາດ (ຄະນະຊີ້ນຳ) ໄດ້ເປັນປະທານກອງປະຊຸມ ຄັ້ງທີ 1 ປີ 2026 ຂອງຄະນະຊີ້ນຳ.
ກອງປະຊຸມໄດ້ຈັດຂຶ້ນແບບເຊິ່ງໜ້າ ຢູ່ສຳນັກງານນາຍົກລັດຖະມົນຕີ ເຊື່ອມຕໍ່ແບບທາງໄກກັບ 34 ແຂວງ, ນະຄອນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ໃນສະພາບການໂລກ ແລະພາກພື້ນພວມດຳເນີນໄປຢ່າງຟົດຟື້ນ, ສັບສົນ, ຮຽກຮ້ອງຕ້ອງມີຈິນຕະນາການໃໝ່, ໂດຍສະເພາະແມ່ນກ່ຽວຂ້ອງເຖິງບັນຫາຄວາມໝັ້ນຄົງ, ພິເສດແມ່ນຄວາມໝັ້ນຄົງທາງໄຊເບີ, ທີ່ເຮັດໃຫ້ເກີດຄວາມຂາດສະຖຽນລະພາບດ້ານການເມືອງ, ຂາດຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ…
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: baochinhphu.vn |
ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງເປົ້າໝາຍແມ່ນ: ສະກັດກັ້ນ, ຍູ້ຖອຍຫຼັງ, ບໍ່ໃຫ້ມີອາດຊະຍາກຳຄວາມໝັ້ນຄົງທາງໄຊເບີ; ປົກປ້ອງຄວາມໝັ້ນຄົງ, ຄວາມປອດໄພ, ຄວາມຢູ່ເຢັນເປັນສຸກຂອງປະຊາຊົນໄວ້ຢ່າງໝັ້ນຄົງ; ປົກປັກຮັກສາອະທິປະໄຕ, ຜົນປະໂຫຍດຂອງຊາດ ແລະຄວາມສະຫງົບສຸກຂອງປະຊາຊົນ; ຕັ້ງວຽກງານຄວາມໝັ້ນຄົງທາງໄຊເບີ ໃນຄວາມໝັ້ນຄົງແຫ່ງຊາດ ແລະ ການພັດທະນາລວມຂອງປະເທດຊາດ.
ແຫຼ່ງຄັດຈາກ: vovworld.vn