ໃນສັງກາດເສດຖະກິດພູມປັນຍາ, ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ ແລະການປະຕິວັດອຸດສາຫະກຳຄັ້ງທີ 4, ຄວາມຮູ້ ແລະເຕັກໂນໂລຊີໄດ້ກາຍເປັນແຫຼ່ງກໍາລັງການຜະລິດທີ່ສຳຄັນທີ່ສຸດ, ສວມບົດບາດຄອບງຳສະມັດຕະພາບແຮງງານ, ຄຸນນະພາບການເຕີບໂຕ ແລະກໍາລັງແຮງການແກ່ງແຍ້ງຂອງພື້ນຖານເສດຖະກິດ. ດັ່ງນັ້ນ, ຫຼາຍປະເທດທີ່ພັດທະນາຍາມໃດກໍ່ຖືການລົງທຶນໃສ່ການສຶກສາ, ການບຳລຸງສ້າງ ແລະການພັດທະນາແຫຼ່ງຊັບພະຍາກອນມະນຸດເປັນຍຸດທະສາດໄລຍະຍາວ, ເປັນພື້ນຖານເພື່ອສ້າງທ່າແຮງແກ່ງແຍ້ງ ແລະຮັບປະກັນການພັດທະນາແບບຍືນຍົງ.

ສຳລັບຫວຽດນາມ, ຜ່ານ 40 ປີແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ໄດ້ນຳເອົາຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍທາງປະຫວັດສາດມາໃຫ້, ສ້າງປະຖົມປັດໄຈທີ່ສຳຄັນ ເພື່ອໃຫ້ປະເທດກ້າວເຂົ້າສູ່ໄລຍະພັດທະນາໃໝ່. ຂະໜາດ ແລະຄຸນນະພາບຂອງແຫຼ່ງຊັບພະຍາກອນມະນຸດໄດ້ຮັບການຍົກສູງຂຶ້ນເທື່ອລະກ້າວ; ຖັນແຖວປັນຍາຊົນ, ນັກວິທະຍາສາດ, ນັກຊ່ຽວຊານໃນຫຼາຍຂົງເຂດນັບມື້ນັບພັດທະນາ; ກຳລັງຜູ້ອອກແຮງງານໜຸ່ມມີຄວາມຂະຫຍັນຂັນເຄື່ອນ ແລະມີຄວາມສາມາດເຂົ້າເຖິງວິທະຍາສາດ ແລະເຕັກໂນໂລຊີທີ່ທັນສະໄໝຢ່າງວ່ອງໄວ.

leftcenterrightdel
ພາບປະກອບຈາກ baochinhphu.vn

ເຖິງຢ່າງໃດກໍ່ຕາມ, ເມື່ອປຽບທຽບກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດຢ່າງວ່ອງໄວ ແລະຍືນຍົງໃນສະພາບການຂອງການເຊື່ອມໂຍງສາກົນຢ່າງເລິກເຊິ່ງກວ້າງຂວາງ, ຄຸນນະພາບຂອງແຫຼ່ງຊັບພະຍາກອນມະນຸດຂອງຫວຽດນາມ ຍັງມີຂໍ້ຈຳກັດ. ສະມັດຕະພາບແຮງງານຍັງບໍ່ທັນສູງ; ຖັນແຖວຜູ້ອອກແຮງງານທີ່ມີລະດັບຄວາມຮູ້ສູງໃນຂົງເຂດວິທະຍາສາດ, ເຕັກໂນໂລຊີປາຍແຫຼມ, ນະວັດຕະກຳ ແລະການບໍລິຫານທີ່ທັນສະໄໝຍັງຂາດເຂີນ ແລະຍັງບໍ່ທັນຄົບຊຸດຢ່າງແທ້ຈິງ.

ໂດຍຮັບຮູ້ຢ່າງເລິກເຊິ່ງກ່ຽວກັບບົດບາດຕັດສິນຂອງປັດໄຈມະນຸດຕໍ່ການພັດທະນາແບບຍືນຍົງຂອງປະເທດຊາດໃນສັງກາດໃໝ່, ມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກໄດ້ສະແດງໃຫ້ເຫັນເຖິງບາດກ້າວພັດທະນາທີ່ສຳຄັນໃນຈິນຕະນາການຍຸດທະສາດກ່ຽວກັບການພັດທະນາປະເທດຊາດ ດ້ວຍການກຳນົດຢ່າງຈະແຈ້ງກ່ຽວກັບ "ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ແລະການຫັນປ່ຽນດີຈີຕອນເປັນກຳລັງໜູນໃຈກາງ; ລະບອບລະບຽບການທັນສະໄໝ ແລະແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງເປັນພື້ນຖານ," ເຊິ່ງເປັນກໍາລັງໜູນທີ່ສຳຄັນເພື່ອຫັນຄວາມຄາດຫວັງພັດທະນາປະເທດຊາດໃຫ້ປະກົດຜົນເປັນຈິງ.

ວິທີການເຂົ້າເຖິງນີ້ໄດ້ຢືນຢັນເຖິງວິໄສທັດຍຸດທະສາດຂອງພັກໃນການວາງຄົນຢູ່ຕຳແໜ່ງໃຈກາງຂອງຂະບວນການພັດທະນາ. ການກຳນົດແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງເປັນ "ພື້ນຖານ" ຂອງການພັດທະນາໄດ້ສະແດງໃຫ້ເຫັນວ່າ ພັກໄດ້ເຂົ້າເຖິງບັນຫາການພັດທະນາປະເທດຊາດຈາກລວງເລິກຂອງປັດໄຈພາຍໃນ, ໃນນັ້ນສະຕິປັນຍາ, ພູມປັນຍາ ແລະກໍາລັງຄວາມສາມາດປະດິດຄິດສ້າງຂອງປະຊາຊົນຫວຽດນາມ ກາຍເປັນແຫຼ່ງກໍາລັງຍຸດທະສາດທີ່ຕັດສິນກໍາລັງຄວາມສາມາດແກ່ງແຍ້ງ ແລະແງ່ຫວັງພັດທະນາຂອງປະເທດຊາດໃນສະພາບການຫັນເປັນໂລກາພິວັດ ແລະການຫັນປ່ຽນດີຈີຕອນ.

ໂດຍອີງໃສ່ຈິນຕະນາການດັ່ງກ່າວ, ມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ສືບຕໍ່ສ້າງລະບົບທັດສະນະ ແລະການກໍານົດທິດໃຫຍ່ ເພື່ອແນໃສ່ຍົກສູງຄຸນນະພາບຂອງແຫຼ່ງຊັບພະຍາກອນມະນຸດ, ໂດຍຖືວ່າສິ່ງນີ້ເປັນໜຶ່ງໃນບັນດາເງື່ອນໄຂຕັດສິນຊີ້ຂາດເພື່ອຊຸກຍູ້ການນະວັດຕະກຳ ແລະການພັດທະນາກຳລັງການຜະລິດໃໝ່. ພ້ອມກັນນັ້ນ,  ມະຕິກໍ່ໄດ້ເນັ້ນໜັກເຖິງໜ້າທີ່ຂອງ "ການສຸມບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຕາມມາດຕະຖານສາກົນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຂະແໜງອຸດສາຫະກຳ, ເຕັກໂນໂລຊີຍຸດທະສາດ." ການກໍານົດທິດເຫຼົ່ານີ້ໄດ້ສະແດງໃຫ້ເຫັນເຖິງວິທີເຂົ້າເຖິງຢ່າງຮອບດ້ານຂອງພັກໃນການສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີລະດັບຄວາມຮູ້ສູງ, ຕິດພັນກັບການບຳລຸງສ້າງ, ການດຶງດູດ, ການນຳໃຊ້ ແລະການເສີມຂະຫຍາຍແຫຼ່ງກໍາລັງທາງພູມປັນຍາຂອງປະເທດຢ່າງມີປະສິດທິຜົນ.

ການກໍານົດທິດໃຫຍ່ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ, ເປັນຕົ້ນແມ່ນຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ໄດ້ສ້າງວິໄສທັດຍຸດທະສາດຢ່າງຈະແຈ້ງສຳລັບການພັດທະນາຂອງປະເທດໃນສັງກາດໃໝ່. ເຖິງຢ່າງໃດກໍ່ຕາມ, ເພື່ອໃຫ້ແຜນນະໂຍບາຍທີ່ຖືກຕ້ອງເຫຼົ່ານີ້ກາຍເປັນກໍາລັງໜູນທີ່ແທ້ຈິງໃນການພັດທະນາຢ່າງແຂງແຮງ, ສິ່ງສຳຄັນແມ່ນຕ້ອງໄດ້ຫັນເປັນລະອຽດດ້ວຍບັນດາມາດຕະການຢ່າງຄົບຊຸດ, ເດັດຂາດ ແລະມີປະສິດທິຜົນໃນການຈັດຕັ້ງປະຕິບັດ.

ໂດຍ: ຈາງຫງວຽນ