ແບ່ງປັນທີ່ການເຮັດວຽກ,  ທ່ານ Joseph Davidsohn ປະທານບໍລິຫານບໍລິສັດ ClearOne ໃຫ້ຮູ້ວ່າ ປະຊາຄົມວິສາຫະກິດ ແລະນັກລົງທຶນສາກົນພວມຕິດຕາມຄວາມກ້າວໜ້າຂອງຫວຽດນາມ ໃນວິວັດການພັດທະນາເສດຖະກິດ ແລະເຊື່ອມໂຍງເຂົ້າກັບສາກົນ.

ທ່ານ Joseph Davidsohn ຍັງຕີລາຄາສູງທີ່ຕັ້ງຍຸດທະສາດ ແລະພູມສາດດ້ານເສດຖະກິດຂອງຫວຽດນາມ ໄດ້ນໍາມາເຊິ່ງທ່າໄດ້ປຽບພິເສດຫຼາຍຢ່າງໃນພາກພື້ນ. ດ້ວຍບົດບາດເປັນປະຕູເຊື່ອມຕໍ່ກັບຕະຫຼາດອາຊຽນ, ຫວຽດນາມ ມີຄວາມສາມາດບົ່ມຊ້ອນທີ່ຈະກາຍເປັນສະຖານທີ່ດຶງດູດຕໍ່ກັບນັກລົງທຶນສາກົນ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ພົບປະສັງສັນກັບຜູ້ຕາງໜ້າບັນດາວິສາຫະກິດອາເມລິກາ ທີ່ພວມລົງທຶນ, ດໍາເນີນທຸລະກິດຢູ່ຫວຽດນາມ ໃນຕອນເຊົ້າວັນທີ 13 ພຶດສະພາ ປີ 2025. ພາບ: ສໍານັກຂ່າວສານຫວຽດນາມ

ແບ່ງປັນຂໍ້ມູນຂ່າວສານກ່ຽວກັບການດຶງດູດນັກລົງທຶນ, ອົງການຈັດຕັ້ງສາກົນເຂົ້າຮ່ວມຕະຫຼາດການເງິນຂອງຫວຽດນາມ ຢ່າງເລິກເຊິ່ງກວ່າ, ທ່ານ ຫວູຕູ໋ແທ່ັງ, ຜູ້ຕາງໜ້າ USABC ໃຫ້ຮູ້ວ່າ ປະຊາຄົມນັກລົງທຶນສາກົນ ຍາມໃດກໍ່ຕີລາຄາສູງບັນດາຕະຫຼາດທີ່ມີສະພາບແວດລ້ອມດ້ານນິຕິກໍາທີ່ຈະແຈ້ງ, ລະບົບບໍລິຫານທີ່ເປັນປົກກະຕິ ແລະໂຄງລ່າງການເງິນທັນສະໄໝ. ສະນັ້ນ, ການເພີ່ມທະວີການຮ່ວມມືລະຫວ່າງອົງການຄຸ້ມຄອງລັດ ກັບບັນດາອົງການຈັດຕັ້ງລົງທຶນສາກົນ ສາມາດຊ່ວຍຊຸກຍູ້ວິວັດການປະຕິຮູບຕະຫຼາດຕາມທິດໃຫ້ສອດຄ່ອງກັບທໍານຽມສາກົນ; ພ້ອມກັນນັ້ນ, ການຮ່ວມມືນີ້ໄດ້ປະກອບສ່ວນສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ບັນດານັກລົງທຶນ, ອົງການຈັດຕັ້ງເມື່ອພິຈາລະນາຂະຫຍາຍການເຄື່ອນໄຫວຢູ່ຫວຽດນາມ.

ທ່ານ ຫງວຽນດຶກຈີ ຮອງລັດຖະມົນຕີກະຊວງການເງິນ ເນັ້ນໜັກວ່າ: “ກະຊວງການເງິນ ຍາມໃດກໍ່ຊົມເຊີຍຂໍ້ລິເລີ່ມຮ່ວມມືຈາກປະຊາຄົມວິສາຫະກິດສາກົນ ເພື່ອແນໃສ່ພັດທະນາຕະຫຼາດການເງິນຫວຽດນາມ ຕາມທິດຍືນຍົງ, ກະຊວງການເງິນ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາຄູ່ຮ່ວມມືພາຍໃນ ແລະຕ່າງປະເທດ ເພື່ອຍົກສູງປະສິດທິຜົນການເຄື່ອນໄຫວຂອງຕະຫຼາດທຶນ, ຜ່ານນັ້ນດຶງດູດແຫຼ່ງເງິນລົງທຶນທີ່ມີຄຸນນະພາບສູງ ເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມໃນໄລຍະຈະມາເຖິງ”.

ໂດຍ: ທູຈາງ