ບັນດາຂໍ້ຕົກລົງເຫຼົ່ານີ້ເປັນຂີດໝາຍຍຸດທະສາດກ່ຽວກັບວິວັດທະນາການພັດທະນາຂອງ Viettel High Tech ຈາກບໍລິສັດແຖວໜ້າກ່ຽວກັບການຄົ້ນຄວ້າ, ພັດທະນາ ແລະຜັນຂະຫຍາຍ 5G ຂະໜາດໃຫຍ່ໄດ້ກາຍເປັນໜຶ່ງໃນບັນດານັກສະຖາປະນິກຮ່ວມຂອງເຕັກໂນໂລຢີ ແລະສະຖາປັດຕະຍະກຳ 6G ທົ່ວໂລກ”, ຕາມ The Associated Press ຕີລາຄາກ່ຽວກັບຄໍາໝັ້ນສັນຍາລະຫວ່າງຫົວໜ່ວຍຄົ້ນຄວ້າ ແລະພັດທະນາຫຼັກຂອງ Viettel ກັບ Intel, AMD, ID Quantique ແລະ Qualcomm.

MWC ແມ່ນເຫດການປະຈໍາປີ ໂດຍສະມາຄົມໂທລະສັບມືຖືໂລກ (GSMA) ຈັດຕັ້ງ, ຕາມປົກກະຕິໄດ້ຮັບການຕີລາຄາວ່າ ແມ່ນເຫດການໃຫຍ່ ແລະສຳຄັນທີ່ສຸດໃນຂະແໜງເຕັກໂນໂລຢີມືຖື. ວິສາຫະກິດຫຼາຍພັນແຫ່ງທີ່ມາຈາກ 200 ປະເທດ ໄດ້ນຳສະເໜີ, ສະແດງເຕັກໂນໂລຢີທັນສະໄໝທີ່ສຸດ ແລະປຶກສາຫາລືກ່ຽວກັບມາດຕະຖານ, ທິດທາງເດີນຂອງເຕັກໂນໂລຢີໃນອະນາຄົດ, ຄື: 5G Advanced, 6G, ເຄືອຂ່າຍໝູນໃຊ້ປັນຍາປະດິດ (AI) – Native ຫຼືເຄື່ອງອຸປະກອນທີ່ນໍາໃຊ້ AI.

leftcenterrightdel
ທ່ານພົນຕີ ຕ່າວດຶກຖັງ, ກຳມະການສູນກາງພັກ, ປະທານທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Viettel (ເບື້ອງຂວາ) ແລະທ່ານ Alkash Palkhiwala, ຜູ້ອໍານວຍການການເງິນ ທັງເປັນຜູ້ອຳນວຍການບໍລິຫານຂອງ Qualcomm ຢູ່ MWC Barcelona 2026. ພາບ: ຫຶວທໍ້

ທີ່ເຫດການປີນີ້, Viettel ເຂົ້າຮ່ວມພັນທະມິດ 6G ໂດຍ Qualcomm ລິເລີ່ມ ເພື່ອຄົ້ນຄວ້າທາງສະຖາປັດຕະຍາກຳ 6G, ດໍາເນີນການທົດລອງບັນດາລະບົບ ແລະອຸປະກອນກ່ອນທີ່ຈະຂາຍໃນທ້ອງຕະຫຼາດໃນປີ 2028.

ຕາມ Associated Press, Nikkei Asia, Tech in Asia, Fox News, Yahoo Finance ພ້ອມດ້ວຍບັນດາເວັບໄຊດຳເນີນທຸລະກິດ, ເຕັກໂນໂລຢີຂອງບັນດາປະເທດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ກໍ່ລົງຂ່າວກ່ຽວກັບເລື່ອງ Viettel ລົງນາມກັບ Intel ກ່ຽວກັບການໝູນໃຊ້ AI ໃນບັນດາເຄືອຂ່າຍ 5G Advanced 6G, ລົງນາມກັບ AMD ກ່ຽວກັບການພັດທະນາສະຖາປັດຕະຍະກໍາ cloud computing ທີ່ມີປະສິດທິພາບສູງສຳລັບເຄືອຂ່າຍ AI-Native ແລະການຮ່ວມມືກັບ ID Quantique ກ່ຽວກັບລະຫັດປອດໄພໃນພື້ນຖານໂທລະຄົມມະນາຄົມ.

ຕາມ Tech in Asia ແລ້ວ, “Viettel ໄດ້ພັນລະນາ 6G ວ່າ ແມ່ນລະບົບທີ່ອີງໃສ່ AI ທີ່ໄດ້ສ້າງຂຶ້ນໃນ 3 ເສົາຄໍ້າ: ຄວາມສາມາດເຊື່ອມຕໍ່ກ້າວໜ້າ, ຄວາມສາມາດຂອງເຊັນເຊີຂະໜາດໃຫຍ່ ແລະຄວາມສາມາດຄິດໄລ່ທີ່ມີປະສິດທິພາບສູງ”.

leftcenterrightdel
ຮ້ານຄ້າຂອງ Viettel ຢູ່ MWC Barcelona 2026. ພາບ: ຫຶວທໍ້

ສ່ວນ Nikkei Asia ນັ້ນຈະສຸມໃສ່ການລົງນາມລະຫວ່າງ Qualcomm ແລະ Viettel ໃນການພັດທະນາໂທລະສັບ AI-ອຸປະກອນໂດຍ Qualcomm ອອກແບບ ແລະໄດ້ປະມວນ Agentic AI, ບັນດາແອັບພຼີເຄຊັນ AI ເຄື່ອນໄຫວຄືດັ່ງເປັນຜູ້ຊ່ວຍສ່ວນຕົວ, ໂດຍ Viettel ພັດທະນາ.

ເລື່ອງ Viettel ເຂົ້າຮ່ວມພ້ອມກັບບັນດາ Big Tech ໃນໄລຍະພັດທະນາບັນດາເຕັກໂນໂລຢີໃໝ່, ປະກອບສ່ວນເຂົ້າລະບົບນິເວດ 6G ແຕ່ໄລຍະທຳອິດ, ສະແດງອອກໃຫ້ເຫັນບາດກ້າວເດີນຂອງວິສາຫະກິດຫວຽດນາມ ໃນການເປັນເຈົ້າຂອງເຕັກໂນໂລຢີ ແລະຢັ້ງຢືນຖານະທີ່ຕັ້ງນັບມື້ນັບໃຫຍ່ຂອງຫວຽດນາມ ໃນລະບົບນິເວດເຕັກໂນໂລຢີດີຈີຕອນສາກົນ.

ທ່ານ Teerence Wong, ຜູ້ອໍານວຍການ GSMA ອາຊີ ຕີລາຄາວ່າ “Viettel ໄດ້ຫັນປ່ຽນຕົວເອງຈາກການເປັນບໍລິສັດສະໜອງການເຊື່ອມຕໍ່ອິນເຕີເນັດ ແຕ່ຢ່າງດຽວໄປເປັນບໍລິສັດສະໜອງມາດຕະການຮອບດ້ານ, ດ້ວຍບົດຮຽນປະສົບການເລິກເຊິ່ງກວ້າງຂວາງກ່ຽວກັບຮູບແບບພາສາໃຫຍ່, ອຸປະກອນວິທະຍຸ, ເຄືອຂ່າຍ, ມືຖື, ອຸປະກອນປາຍທາງ, ການບັນເທິງ, B2B ແລະ B2C. ທັງໝົດສິ່ງດັ່ງກ່າວນີ້ໄດ້ເຮັດໃຫ້ Viettel ກາຍເປັນສູນປັນຍາ, ໃຫ້ຄໍາປຶກສາ ແລະບົດຮຽນ - ບໍ່ພຽງແຕ່ແກ່ງແຍ້ງຢູ່ບັນດາຕະຫຼາດທີ່ຫາກໍ່ພົ້ນເດັ່ນເທົ່ານັ້ນ ຫາກຍັງດຶງດູດຄວາມສົນໃຈຈາກຕະຫຼາດແຫ່ງຕ່າງໆໃນໂລກອີກດ້ວຍ.

ໂດຍ: ແສງເດືອນ