ໃນສະພາບທີ່ການປະທະກັນຢູ່ຕາເວັນອອກກາງ ສືບຕໍ່ເພີ່ມຂຶ້ນ, ບັນດາຜົນສະທ້ອນທີ່ກໍ່ໃຫ້ເກີດການຂາດສະບັ້ນຕໍ່ແຫຼ່ງສະໜອງນ້ຳມັນອາຍແກັດຜ່ານຊ່ອງແຄບ Hormuz ແລະການຜັນແປຂອງລາຄາພະລັງງານທົ່ວໂລກເປັນສິ່ງທ້າທາຍອັນໃຫຍ່ຫຼວງສໍາລັບຫຼາຍປະເທດ. ດັ່ງນັ້ນ, ບັນຫາຄວາມໝັ້ນຄົງດ້ານພະລັງງານຈຶ່ງໄດ້ກາຍເປັນບຸລິມະສິດຍຸດທະສາດອີກຄັ້ງ.

ອິນໂດເນເຊຍ ເປັນພື້ນຖານເສດຖະກິດທີ່ໃຫຍ່ທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້, ທັງຕ້ອງຮັບປະກັນສະຖຽນລະພາບຢູ່ພາຍໃນປະເທດ, ທັງຍູ້ໄວວິວັດການຫັນປ່ຽນພະລັງງານຕາມທິດຍືນຍົງ ແລະເປັນເຈົ້າຕົນເອງກວ່າເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ.

ໃນການແລກປ່ຽນກັບນັກຂ່າວສຳນັກງານຂ່າວຫວຽດນາມ ຢູ່ຈາກາຕາ, ທ່ານພົນຕີ Lumban Sianipar ອະດີດທູດປ້ອງກັນຊາດອິນໂດເນເຊຍ ປະຈຳ ຫວຽດນາມ, ປະຈຸບັນເປັນອາຈານຂັ້ນສູງຢູ່ສະຖາບັນສ້າງຄວາມເຂັ້ມແຂງດ້ວຍຕົນເອງຊົນເຜົ່າ (LEMHANNAS), ໃຫ້ຮູ້ວ່າ ໂດຍພື້ນຖານແລ້ວ ອິນໂດເນເຊຍ ທີ່ມີຄວາມສາມາດບົ່ມຊ້ອນດ້ານພະລັງງານອັນໃຫຍ່ຫຼວງ, ແຕ່ໃນຊຸມປີຜ່ານມາ, ປະເທດຍັງບໍ່ທັນໄດ້ຂຸດຄົ້ນເທື່ອ, ພຽງແຕ່ຫັນແຫຼ່ງກໍາລັງໃຫ້ດີທີ່ສຸດ ແລະມີປະສິດທິຜົນ.

leftcenterrightdel
ປໍ້ານ້ຳມັນຢູ່ ອິນໂດເນເຊຍ. ພາບ: ສໍານັກຂ່າວສານຫວຽດນາມ.

ອິນໂດເນເຊຍ ສົ່ງອອກນ້ຳມັນເຊື້ອໄຟດິບຈຳນວນຫຼວງຫຼາຍ ແລະນຳເຂົ້າສິນຄ້າແປຮູບເພື່ອມາຮັບໃຊ້ຄວາມຕ້ອງການພາຍໃນປະເທດ. ເຖິງຢ່າງໃດກໍ່ຕາມ, ເມື່ອຕະຫຼາດພະລັງງານທົ່ວໂລກມີການຜັນແປ, ວິທີການນີ້ພັດສ້າງສິ່ງທ້າທາຍອັນໃຫຍ່ຫຼວງໃຫ້ແກ່ປະເທດ.

ຕໍ່ໜ້າສະພາບການນັ້ນ, ລັດຖະບານອິນໂດເນເຊຍ ໄດ້ປະຕິບັດບາງບາດກ້າວເດີນລະອຽດ. ກ່ອນອື່ນໝົດແມ່ນການຊຸກຍູ້ບັນດາມາດຕະການປະຢັດພະລັງງານ, ເຊິ່ງເລີ່ມຕົ້ນຈາກຂົງເຂດພາກລັດກ່ອນ.

ທ່ານ Prabowo Subianto ປະທານາທິບໍດີ ໄດ້ຊີ້ນຳໃຫ້ເພີ່ມທະວີການນໍາໃຊ້ພະລັງງານຢ່າງມີປະສິດທິຜົນ, ໃນນັ້ນມີການນໍາໃຊ້ວິທີເຮັດວຽກຈາກທາງໄກ ຢູ່ບາງຫ້ອງການ ເພື່ອແນໃສ່ຫຼຸດຜ່ອນການໃຊ້ນໍ້າມັນເຊື້ອໄຟ ແລະຄ່າໃຊ້ຈ່າຍໃນການເຄື່ອນໄຫວ.

ຄຽງຂ້າງນັ້ນ, ລັດຖະບານກໍ່ຕ້ອງຮັກສານະໂຍບາຍໜູນຊ່ວຍຄ່ານໍ້າມັນເຊື້ອໄຟເພື່ອປົກປ້ອງພົນລະເມືອງ ແລະເຮັດໃຫ້ເສດຖະກິດມະຫາພາກເປັນປົກກະຕິ. ໃນກໍລະນີທີ່ຄວາມເຄັ່ງຕຶງແກ່ຍາວ ແລະລາຄານໍ້າມັນເພີ່ມຂຶ້ນຢ່າງຕໍ່ເນື່ອງ, ອິນໂດເນເຊຍ ອາດຈະປັບລະດັບການໜູນຊ່ວຍ ຫຼື ລາຄາຂາຍໃຫ້ຢູ່ໃນລະດັບທີ່ເໝາະສົມເພື່ອຫຼຸດຜ່ອນຄວາມກົດດັນດ້ານງົບປະມານ. ບັນດາມາດຕະການນັ້ນລ້ວນແຕ່ໄດ້ຮັບການຄິດໄລ່ຊັ່ງຊາ ເພື່ອແນໃສ່ຫຼີກເວັ້ນການກໍ່ໃຫ້ເກີດອາການຊ໊ອກຂະໜາດໃຫຍ່ຕໍ່ເສດຖະກິດ.

ເມື່ອຕີລາຄາກ່ຽວກັບປະສິດທິຜົນຂອງມາດຕະການເຫຼົ່ານີ້, ນັກຊ່ຽວຊານ Lumban Sianipar ຖືວ່າ ສິ່ງນີ້ຈະຊ່ວຍໃຫ້ລັດຖະບານອິນໂດເນເຊຍ ຮັກສາສະຖຽນລະພາບດ້ານພະລັງງານໃນໄລຍະສັ້ນ, ແຕ່ຍັງບໍ່ທັນແກ້ໄຂຂໍ້ຈຳກັດທີ່ໃຫຍ່ສຸດເທື່ອ ນັ້ນແມ່ນການອີງໃສ່ແຫຼ່ງສະໜອງຈາກພາຍນອກ. ສິ່ງນີ້ຍິ່ງສະແດງອອກໃຫ້ເຫັນວ່າ ຄວາມຕ້ອງການຕ້ອງໄດ້ເພີ່ມທະວີການເປັນເຈົ້າຕົນເອງດ້ານພະລັງງານໃນໄລຍະຍາວ.

ຕາມແຜນການແລ້ວ, ອິນໂດເນເຊຍ ຈະສືບຕໍ່ຍູ້ແຮງການພັດທະນາພະລັງງານທີ່ບໍ່ແມ່ນເຊື້ອໄຟຟອດຊິວ, ລວມທັງພະລັງງານທົດແທນ ແລະແຫຼ່ງປ່ຽນແທນອື່ນໆ, ເພື່ອແນໃສ່ຫຼຸດຜ່ອນການອີງໃສ່ການນຳເຂົ້ານ້ຳມັນອາຍແກັດເທື່ອລະກ້າວ. ທ່ານ Lumban Sianipar ຖືວ່າ ນີ້ແມ່ນການນໍານົດທິດຍຸດທະສາດທີ່ໄດ້ຮັບການກໍານົດກ່ອນເກີດການປະທະກັນຢູ່ຕາເວັນອອກກາງ ແລະການຜັນແປໃນປະຈຸບັນພຽງແຕ່ເຮັດໃຫ້ລັກສະນະຮີບຮ້ອນຂອງຂະບວນການຫັນປ່ຽນເພີ່ມຂຶ້ນ.

ກ່ຽວກັບທ່າອ່ຽງຂອງການສ້າງໂຄງປະກອບລະບົບຕ່ອງໂສ້ການສະໜອງພະລັງງານຕາມທິດຍືນຍົງຄືນໃໝ່, ລັດຖະບານອິນໂດເນເຊຍ ໄດ້ມີແຜນການເພີ່ມອັດຕາສ່ວນຂອງພະລັງງານທົດແທນ ແລະຄ່ອຍໆຫຼຸດຜ່ອນການອີງໃສ່ການນຳເຂົ້າເຊື້ອໄຟຟອດຊິວ. ເຖິງຢ່າງໃດກໍຕາມ, ຂະບວນການນີ້ຕ້ອງໄດ້ຮັບການຜັນຂະຫຍາຍຢ່າງລະມັດລະວັງ, ມີການຄຳນວນຢ່າງລະອຽດ ແລະສອດຄ່ອງກັບສະພາບການທົ່ວໂລກ, ຫຼີກລ້ຽງການຕັດສິນໃຈຟ້າວຟັ່ງໃນຊ່ວງເກີດວິກິດ ເພື່ອຮັບປະກັນຄວາມສົມດຸນລະຫວ່າງການຫັນປ່ຽນພະລັງງານ ແລະການຮັກສາສະຖຽນລະພາບທາງເສດຖະກິດ-ສັງຄົມ.

ເມື່ອເວົ້າເຖິງຫວຽດນາມ, ນັກຊ່ຽວຊານຖືວ່າ ຫວຽດນາມ ໄດ້ກຽມພ້ອມຮັບມືຕໍ່ການຜັນປ່ຽນຂອງພະລັງງານທົ່ວໂລກເປັນຢ່າງດີ. ອີງຕາມປະສົບການຂອງທ່ານທີ່ເຄີຍເຮັດວຽກຢູ່ຫວຽດນາມ ໃນຖານະທີ່ເປັນທູດປ້ອງກັນຊາດອິນໂດເນເຊຍ, ທ່ານ Lumban Sianipar ໃຫ້ຂໍ້ສັງເກດວ່າ ລະດັບການເປັນເຈົ້າຕົນເອງຂອງຫວຽດນາມແມ່ນສູງຫຼາຍໃນການວາງແຜນກຳນົດນະໂຍບາຍດ້ານພະລັງງານ, ຮັກສາອະທິປະໄຕ ແລະມີລັກສະນະໄຫວພິບໃນການຄຸ້ມຄອງພະລັງງານ.

ຕາມທ່ານແລ້ວ, ຫວຽດນາມ ຄວນສືບຕໍ່ຮັກສາສອງທິດເດີນທີ່ສຳຄັນ, ຄື: ຮັບປະກັນການເປັນເຈົ້າຕົນເອງໃນການຄຸ້ມຄອງ ແລະຂຸດຄົ້ນແຫຼ່ງພະລັງງານຢູ່ພາຍໃນປະເທດ ແລະເພີ່ມທະວີການຮ່ວມມືຢູ່ພາຍໃນອາຊຽນ. ຈາກແງ່ມູມຂອງການຄົ້ນຄວ້າຍຸດທະສາດ, ທ່ານຖືວ່າ ອາຊຽນ ຕ້ອງປັບປຸງຄວາມສາມັກຄີພາຍໃນ ແລະເພີ່ມທະວີບົດບາດຂອງຕົນໃນສະພາບການຫັນເປັນໂລກາພິວັດທີ່ປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ.

ຖ້າບັນດາປະເທດອາຊຽນ, ພິເສດແມ່ນບັນດາປະເທດທີ່ມີຄວາມສາມາດບົ່ມຊ້ອນດ້ານພະລັງງານເຊັ່ນ ຫວຽດນາມ ແລະອິນໂດເນເຊຍ, ເພີ່ມທະວີການສົມທົບກັນນັ້ນ, ກໍາລັງແຮງຂອງການເຈລະຈາສາກົນຂອງພາກພື້ນຈະສູງຂຶ້ນກວ່າເກົ່າ, ຈາກນັ້ນເຮັດໃຫ້ທີ່ຕັ້ງຂອງບັນດາປະເທດມີຄວາມໝັ້ນຄົງກວ່າຕໍ່ການຜັນແປຂອງຕະຫຼາດພະລັງງານທົ່ວໂລກ.

ທ່ານ Lumban Sianipar ເຊື່ອໝັ້ນວ່າ ຫວຽດນາມ ມີກໍາລັງຄວາມສາມາດຢ່າງພຽງພໍເພື່ອຮັບມືກັບສິ່ງທ້າທາຍໃນປະຈຸບັນ, ຍິ່ງໄປກວ່ານັ້ນໃນບາງດ້ານຍັງມີຄວາມກຽມພ້ອມຫຼາຍກວ່າອິນໂດເນເຊຍ. ທ່ານຖືວ່າໃນອະນາຄົດ, ສອງປະເທດສາມາດຫັນການຮ່ວມມືດ້ານພະລັງງານເປັນລະອຽດບົນພື້ນຖານການເຄົາລົບຄວາມຕ້ອງການພາຍໃນປະເທດຂອງແຕ່ລະຝ່າຍ, ພ້ອມທັງສ້າງຫຼັກໝັ້ນລວມກ່ຽວກັບບັນຫາພະລັງງານໃນພາກພື້ນ ແລະສາກົນ.

ໂດຍ: ຈາງຫງວຽນ