ໃນສະພາບການນັ້ນ, ເລື່ອງຫວຽດນາມ ປະກາດໃຊ້ກົດໝາຍວ່າດ້ວຍປັນຍາປະດິດໂດຍໄວ, ໄດ້ກາຍເປັນໜຶ່ງໃນບັນດາປະເທດທຳອິດໃນໂລກທີ່ມີກອບນິຕິກໍາເອກະລາດສຳລັບຂົງເຂດເຕັກໂນໂລຢີນີ້, ເປັນບາດກ້າວທີ່ມີຄວາມສຳຄັນທາງຍຸດທະສາດ. ເຖິງຢ່າງໃດກໍຕາມ, ເພື່ອໃຫ້ເປັນເຈົ້າຂອງ AI ຢ່າງແທ້ຈິງ, ພື້ນຖານນິຕິກໍາຕ້ອງໄດ້ວາງໃນພື້ນຖານດ້ານນະໂຍບາຍ, ເຕັກໂນໂລຢີ ແລະມະນຸດ.
AI ສາມາດປະກອບສ່ວນ 12% ຂອງ GDP ໃນປີ 2030
ປະຈຸບັນ, AI ກຳລັງສົ່ງຜົນກະທົບຢ່າງເລິກເຊິ່ງກວ້າງຂວາງຕໍ່ເກືອບທຸກຂົງເຂດຂອງຊີວິດສັງຄົມ. ສຳລັບປະເທດທີ່ກຳລັງພັດທະນາຄືຫວຽດນາມ, AI ໄດ້ຕັ້ງຄວາມຫວັງໄວ້ວ່າຈະກາຍເປັນໄມ້ງັດເພື່ອຫຼຸດຜ່ອນຊ່ອງຫວ່າງການພັດທະນາ. AI ບໍ່ພຽງແຕ່ເປັນເຕັກໂນໂລຢີເທົ່ານັ້ນ, ຫາກຍັງເປັນປັດໄຈຫຼັກແຫຼ່ງໃນຍຸດທະສາດການແຂ່ງຂັນລະດັບຊາດອີກດ້ວຍ. ສິ່ງດັ່ງກ່າວນີ້ໄດ້ສະແດງໃຫ້ເຫັນເມື່ອ AI ໄດ້ຖືກຈັດຢູ່ອັນດັບຕົ້ນໆຂອງບັນຊີລາຍຊື່ກຸ່ມເຕັກໂນໂລຢີຍຸດທະສາດຕາມຂໍ້ຕົກລົງເລກທີ 1131/QD-TTg ຂອງນາຍົກລັດຖະມົນຕີ.
ອີງຕາມການຕີລາຄາ, ຖ້າມີການນຳໃຊ້ຢ່າງກວ້າງຂວາງ, AI ສາມາດປະກອບສ່ວນປະມານ 80 ຕື້ໂດລາສະຫະລັດ, ເທົ່າກັບ 12% ຂອງລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງຫວຽດນາມ ໃນປີ 2030. ປະຈຸບັນ, ວິສາຫະກິດຫວຽດນາມ ປະມານ 75% ໄດ້ນຳໃຊ້ AI ເຂົ້າໃນການຂາຍສິນຄ້າຂອງເຂົາເຈົ້າ. ວິສາຫະກິດຂະໜາດໃຫຍ່ຫຼາຍແຫ່ງໄດ້ລົງທຶນພັດທະນາ AI, ຖືນີ້ແມ່ນເຕັກໂນໂລຢີຫຼັກແຫຼ່ງເພື່ອຍົກສູງກຳລັງແກ່ງແຍ້ງ ແລະການເຕີບໂຕໃນໄລຍະຍາວ.
    |
 |
|
ປະຊາຊົນພົບປະແລກປ່ຽນກັບຫຸ່ນຍົນທີ່ງານວາງສະແດງຜົນງານຂອງປະເທດ "80 ປີແຫ່ງເອກະລາດ - ເສລີພາບ - ຄວາມສຸກ". ພາບ: qdnd.vn |
ຢ່າງໃດກໍຕາມ, ຄຽງຄູ່ກັບຜົນປະໂຫຍດແມ່ນດ້ານກົງກັນຂ້າມກໍ່ກຳລັງເຜີຍອອກໃຫ້ເຫັນຢ່າງຊັດເຈນຂຶ້ນເລື້ອຍໆ. ການສວຍໃຊ້ AI ເຂົ້າໃນການກະທຳທີ່ຜິດກົດໝາຍກຳລັງມີທ່າອ່ຽງເພີ່ມຂຶ້ນ, ເຮັດໃຫ້ຫາງສຽງມີຄວາມວິຕົກກັງວົນ ແລະເຮັດໃຫ້ຄວາມເຊື່ອໝັ້ນທາງສັງຄົມຫຼຸດໜ້ອຍຖອຍລົງ. ພຶດຕິກຳຕົວຈິງນີ້ໄດ້ວາງອອກຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ ຕ້ອງສ້າງກອບກົດໝາຍຕ່າງຫາກໃຫ້ແກ່ AI.
ມາຊ້າແຕ່ເປັນຜູ້ນຳໜ້າໃນການສ້າງກົດໝາຍວ່າດ້ວຍປັນຍາປະດິດ
ດ້ວຍເລື່ອງສະພາແຫ່ງຊາດຮັບຮອງເອົາກົດໝາຍວ່າດ້ວຍປັນຍາປະດິດ, ເຖິງວ່າໄປຕາມຫຼັງດ້ານເຕັກໂນໂລຢີກໍ່ຕາມ, ແຕ່ຫວຽດນາມ ກໍ່ໄດ້ກາຍເປັນໜຶ່ງໃນບັນດາປະເທດທຳອິດທີ່ສ້າງກອບນິຕິກຳເອກະລາດໃຫ້ແກ່ຂົງເຂດເຕັກໂນໂລຢີທີ່ເປັນປາຍແຫຼມນີ້. ຕາມທ່ານ ຫງວຽນແມ້ງຮຸ່ງ, ລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຢີແລ້ວ, ປະຈຸບັນ ໃນໂລກ ຫາກໍ່ມີພາກພື້ນ ແລະປະເທດຈຳນວນໜຶ່ງ, ເຊັ່ນ ສະຫະພາບເອີຣົບ, ສ. ເກົາຫຼີ ແລະ ຍີ່ປຸ່ນ, ໄດ້ປະກາດກົດໝາຍວ່າດ້ວຍ AI; ຫຼາຍປະເທດອື່ນ ຍັງຢູ່ໃນຂັ້ນຕອນຍຸດທະສາດ ຫຼື ກຳລັງຢູ່ໃນຂັ້ນຕອນການຮ່າງກົດໝາຍ. ໃນຂະນະດຽວກັນ, AI ເປັນເຕັກໂນໂລຢີແກນກາງຂອງການປະຕິວັດອຸດສາຫະກຳຄັ້ງທີ 4, ເຊິ່ງມີຄວາມໝາຍຕັດສິນຕໍ່ການພັດທະນາໄລຍະຍາວຂອງປະເທດ, ສະນັ້ນການປະກາດໃຊ້ກົດໝາຍວ່າດ້ວຍປັນຍາປະດິດແຕ່ຫົວທີແມ່ນມີຄວາມຈຳເປັນເພື່ອໃຫ້ຫວຽດນາມ ເປັນເຈົ້າການພັດທະນາ AI ຢ່າງຕັ້ງໜ້າ ແລະເປັນລະບົບ.
ກົດໝາຍວ່າດ້ວຍປັນຍາປະດິດໄດ້ກຳນົດຫຼັກການພັດທະນາ AI ໂດຍຖືເອົາມະນຸດເປັນໃຈກາງ. AI ຕ້ອງຮັບໃຊ້ມະນຸດ ແລະບໍ່ສາມາດປ່ຽນແທນບົດບາດຕັດສິນຂອງມະນຸດ. ກົດໝາຍຍັງກຳນົດວ່າຜະລິດຕະພັນທີ່ສ້າງຂຶ້ນດ້ວຍ AI ຕ້ອງຕິດກາໝາຍເພື່ອໃຫ້ຜູ້ຊົມໃຊ້ຮັບຮູ້, ຫ້າມເດັດຂາດບໍ່ໃຫ້ໃຊ້ວັດຖຸປອມເພື່ອຫຼອກລວງ ຫຼື ບິດເບືອນການຮັບຮູ້ ແລະພຶດຕິກຳຂອງມະນຸດ. ລະບຽບການເຫຼົ່ານີ້ແມ່ນທັນເວລາ ແລະເໝາະສົມກັບຄວາມຮຽກຮ້ອງຕ້ອງການໃນພຶດຕິກຳຕົວຈິງໃນປະຈຸບັນ.
ສາມາດຢືນຢັນໄດ້ວ່າ ກົດໝາຍວ່າດ້ວຍປັນຍາປະດິດ ໄດ້ສະແດງໃຫ້ເຫັນເຖິງແນວຄິດການປົກຄອງທີ່ທັນສະໄໝ, ເຂົ້າເຖິງ AI ຢ່າງຮອບດ້ານ ແຕ່ບໍ່ແມ່ນຫົວຮຸນແຮງ. ແທນທີ່ຈະແຊກແຊງຢ່າງເລິກເຊິ່ງເຂົ້າໃນປັດໄຈດ້ານເຕັກນິກທີ່ຍາມໃດກໍ່ມີການຫັນປ່ຽນຢ່າງໄວວາ, ກົດໝາຍໄດ້ສຸມໃສ່ເນື້ອໃນຫຼັກແຫຼ່ງມີຜົນກະທົບໂດຍກົງຕໍ່ສັງຄົມ, ທັງຮັບປະກັນຄວາມປອດໄພ ທັງຮັບປະກັນຂົງເຂດໃຫ້ແກ່ນະວັດຕະກຳ.
ການລົງທຶນໃສ່ຊັບພະຍາກອນມະນຸດ, ໂຄງລ່າງຂໍ້ມູນ
ການປະກາດໃຊ້ກົດໝາຍວ່າດ້ວຍປັນຍາປະດິດ ເປັນບາດກ້າວເດີນທີ່ສຳຄັນ, ສະແດງໃຫ້ເຫັນເຖິງວິໄສທັດຍຸດທະສາດຂອງຫວຽດນາມ ໃນການຄຸ້ມຄອງເຕັກໂນໂລຢີໃໝ່. ເຖິງຢ່າງໃດກໍ່ຕາມ, ເພື່ອໃຫ້ AI ກາຍເປັນແຮງຂັບເຄື່ອນໃຫ້ແກ່ການພັດທະນາຢ່າງແທ້ຈິງ, ຕ້ອງມີມາດຕະການຄຸ້ມຄອງ ແລະສະໜັບສະໜູນວິທີແກ້ໄຂຢ່າງຄົບຊຸດ. ລັດຖະບານບໍ່ພຽງແຕ່ຄວບຄຸມຄວາມສ່ຽງເທົ່ານັ້ນ ແຕ່ຍັງອຳນວຍຄວາມສະດວກໃຫ້ແກ່ການຄົ້ນຄວ້າ, ການທົດລອງ ແລະການນຳໃຊ້ AI ໃນຂົງເຂດທີ່ສຳຄັນອີກດ້ວຍ.
ໂຄງສ້າງພື້ນຖານດ້ານການຄິດໄລ່ ແລະຖານຂໍ້ມູນລະດັບຊາດແມ່ນພື້ນຖານຫຼັກແຫຼ່ງສຳຄັນທີ່ຕ້ອງໃຫ້ບຸລິມະສິດລົງທຶນ, ມຸ່ງໄປເຖິງເປົ້າໝາຍເປັນເຈົ້າຂອງກຳລັງຄວາມສາມາດໃນການຄິດໄລ່. ວິສາຫະກິດຂະໜາດໃຫຍ່ຫຼາຍແຫ່ງ, ໃນນັ້ນມີກຸ່ມບໍລິສັດອຸດສາຫະກຳ-ໂທລະຄົມມະນາຄົມກອງທັບ - (Viettel), ໄດ້ເປັນເຈົ້າການລົງທຶນສ້າງສູນຂໍ້ມູນຂະໜາດໃຫຍ່. ໃນໄລຍະຈະມາເຖິງ, ລັດຄາດວ່າຈະສ້າງສູນຄິດໄລ່ຂະໜາດໃຫຍ່ AI ແຫ່ງຊາດ, ພ້ອມທັງຄົ້ນຄວ້າການສ້າງຕັ້ງກອງທຶນພັດທະນາ AI ແຫ່ງຊາດ. ສິ່ງນີ້ຈະມີນະໂຍບາຍເພື່ອພັດທະນາຖັນແຖວນັກຊ່ຽວຊານ, ນັກຄົ້ນຄວ້າ AI.
ຕາມນັກຊ່ຽວຊານຫຼາຍຄົນ, ວິສາຫະກິດຫວຽດນາມ ບໍ່ຄວນແລ່ນຕາມ AI, ເພາະວ່າ AI ບໍ່ສາມາດປ່ຽນແທນມະນຸດໄດ້ຢ່າງສົມບູນ. ວິທີການທີ່ເໝາະສົມແມ່ນການນຳໃຊ້ AI ຢ່າງມີການເລືອກເຟັ້ນ, ຕິດພັນກັບການກຳນົດທິດພັດທະນາຂອງແຕ່ລະຂະແໜງການ, ແຕ່ລະຂົງເຂດ; ພ້ອມທັງເອົາໃຈໃສ່ບຳລຸງສ້າງ, ຍົກສູງຄຸນນະພາບຂອງຊັບພະຍາກອນມະນຸດ ແລະປະກອນຄວາມຮູ້ພື້ນຖານໃຫ້ແກ່ປະຊາຊົນ, ຜ່ານນັ້ນຈຶ່ງສ້າງລະບົບນິເວດ AI ພັດທະນາຢ່າງປອດໄພ ແລະຍືນຍົງ.
ໂດຍ: ຈາງຫງວຽນ