leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ

ວັນທີ 8 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ເຊັນອະນຸມັດການວາງແຜນຜັງການປົກປັກຮັກສາສິ່ງແວ້ດລ້ອມແຫ່ງຊາດ ໄລຍະ 2021-2030, ວິໄສທັດຮອດປີ 2050. ການວາງແຜນຜັງເພື່ອແນໃສ່ເປັນເຈົ້າການໃນການປ້ອງກັນ, ສະກັດກັ້ນ, ຄວບຄຸມມົນລະພິດ ແລະຄວາມຊຸດໂຊມຂອງສິ່ງແວດລ້ອມ; ຟື້ນຟູ ແລະປັບປຸງໄດ້ຄຸນນະພາບສິ່ງແວດລ້ອມ; ສະກັດກັ້ນການຫຼຸດຜ່ອນ ແລະຍົກສູງຄຸນນະພາບຊີວະນາໆພັນ; ພັດທະນາເສດຖະກິດ-ສັງຄົມແບບຍືນຍົງຕາມທິດເສດຖະກິດສີຂຽວ, ເສດຖະກິດໝູນວຽນ…

ຮອດປີ 2030, ເພີ່ມເນື້ອທີ່ບັນດາເຂດປ່າສະຫງວນທຳມະຊາດ; ປົກປ້ອງ, ຟື້ນຟູລະບົບນິເວດທຳມະຊາດທີ່ສຳຄັນ, ຍົກສູງຄຸນນະພາບຊີວະນາໆພັນ; ຍົກຍອດເນື້ອທີ່ລະບົບເຂດອະນຸລັກຮັກສາໃນຂອບເຂດທົ່ວປະເທດ ຄາດວ່າບັນລຸປະມານ 6,7 ລ້ານຮັກຕາ. ເປົ້າໝາຍຮອດປີ 2050, ສິ່ງແວດລ້ອມຫວຽດນາມ ມີຄຸນນະພາບດີ; ອະນຸລັກຮັກສາຊີວະນາໆພັນທີ່ເປັນຫຼາຍຮູບຫຼາຍແບບ ແລະຮັກສາຄວາມສົມດູນຊີວະພາບ; ເປັນເຈົ້າການໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ສັງຄົມພັດທະນາຢ່າງກົມກຽວກັບທຳມະຊາດ, ປະເທດຊາດມີການພັດທະນາແບບຍືນຍົງ, ນຳການປ່ອຍອາຍພິດລົງລະດັບ “0”.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ