ໂຄສະນາສົມທົບກັບການລົງໂທດຢ່າງເຂັ້ມງວດ

ແຕ່ເດືອນ 10 ປີ 2023 ຈົນຮອດປະຈຸບັນ, ຄ້າຍທະຫານຊາຍແດນ ລີ໊ເຊີນ ໄດ້ຈັດຕັ້ງການໂຄສະນາແບບລວມສູນໄດ້ 8 ມື້ ຢູ່ເຂດຊຸມຊົນໃຫ້ເຈົ້າຂອງພາຫະນະ, ກັບຕັນເຮືອໄດ້ປະມານ 370 ເທື່ອຄົນ; ໂຄສະນາແບບສະເພາະ ແລະຜ່ານວຽກງານກວດກາ, ຄວບຄຸມຢູ່ບັນດາທ່າກຳປັ່ນ, ທ່າເຮືອ, ດ່ານຄວບຄຸມຊາຍແດນໃຫ້ເຈົ້າຂອງພາຫະນະ, ກັບຕັນເຮືອ ແລະຊາວປະມົງກ່ຽວກັບຂໍ້ກຳນົດຂອງກົດໝາຍກ່ຽວຂ້ອງເຖິງການຂຸດຄົ້ນ, ປົກປັກຮັກສາແຫຼ່ງສິນໃນນ້ຳ ແລະຕ້ານການຂຸດຄົ້ນ IUU ໃຫ້ 635 ເທື່ອຄົນ.

ຍາມໃດກຄ້າຍທະຫານຊາຍແດນ ລີ໊ເຊີນ ກໍ່ປ່ຽນແປງໃໝ່ເນື້ອໃນໂຄສະນາ, ເໝາະສົມກັບແຕ່ລະກຸ່ມເປົ້າໝາຍ. ໃບປິວທີ່ແຈກຢາຍໃຫ້ຊາວປະມົງ, ນອກຈາກເນື້ອໃນໂຄສະນາເຜີຍແຜ່ກ່ຽວກັບກົດໝາຍ, ກົມກອງໄດ້ໂຄສະນາຢ່າງລະອຽດກ່ຽວກັບຂໍ້ກຳນົດກ່ຽວກັບການລົງໂທດຕໍ່ບັນດາກໍລະນີລະເມີດການຂຸດຄົ້ນສິນໃນນ້ຳຜິດກົດໝາຍຢູ່ເຂດທະເລຕ່າງປະເທດ... ພ້ອມທັງ, ຍົກຕົວຢ່າງລະອຽດກ່ຽວກັບບັນດາກໍລະນີລະເມີດກົດໝາຍທີ່ໄດ້ລົງໂທດ ເພື່ອສຶກສາ, ກ່າວເຕືອນເພື່ອປ່ຽນແປງຄວາມຮັບຮູ້ຂອງຊາວປະມົງ.

leftcenterrightdel
ຊາວປະມົງເຊັນຄຳໝັ້ນສັນຍາປະຕິບັດຕາມຂໍ້ກຳນົດຂອງກົດໝາຍ ແລະບໍ່ລະເມີດເຂດທະເລຕ່າງປະເທດໃນການຫາປາຢູ່ທະເລ. ພາບ: ດ່າວມາຍ

ທ້າວ ບຸ່ຍວັນຈູງ, ອາຍຸ 49 ປີ, ອາໄສຢູ່ເຂດຊຸມຊົນເລກທີ 7, ໄຕອານຫວິງ, ເມືອງລີ໊ເຊີນ, ເຈົ້າຂອງເຮືອຫາປາ QNg96787TS ແບ່ງປັນວ່າ: “ກ່ອນໜ້ານີ້, ການໂຄສະນາເຜີຍແຜ່ຕ້ານການຂຸດຄົ້ນ IUU ສ່ວນຫຼາຍແມ່ນເນື້ອໃນບັດດາກົດໝາຍ, ດຳລັດຂອງລັດ ເຮັດໃຫ້ຈື່ຍາກ ແລະພວກຂ້າພະເຈົ້າກໍ່ຂີ້ຄ້ານອ່ານຍ້ອນເນື້ອໃນຍາວ, ແບບລວມໆ. ປະຈຸບັນບັນດາອ້າຍຢູ່ຄ້າຍທະຫານຊາຍແດນລີ໊ເຊີນ ໄດ້ນຳເອົາເນື້ອໃນ, ຕົວຢ່າງກ່ຽວກັບບັນດາກໍລະນີລະເມີດກົດໝາຍຖືກລົງໂທດເຂົ້າເນື້ອໃນໂຄສະນາໃນໃບປິວ, ສະນັ້ນພວກຂ້າພະເຈົ້າ ຮັບຮູ້ໄດ້ຜົນຮ້າຍຢ້ອນຫຼັງຂອງການບໍ່ປະຕິບັດຕາມຂໍ້ກຳນົດຂອງກົດໝາຍ”.

ຄຽງຄູ່ກັບການປ່ຽນແປງໃໝ່ເນື້ອໃນ, ຄ້າຍທະຫານຊາຍແດນ ລີ໊ເຊີນ ຍັງເອົາໃຈໃສ່ເປັນພິເສດເຖິງຮູບແບບໂຄສະນາຕາມທິດເຂົ້າເຖິງແຕ່ລະເປົ້າໝາຍ, ພ້ອມທັງໝູນໃຊ້ຫຼາຍຮູບການຢ່າງມີໄຫວພິບ, ຄື: ໂຄສະນາດ້ວຍປາກເປົ່າ, ແຈກຢາຍໃບປິວ; ໂຄສະນາຜ່ານລະບົບກະຈາຍສຽງຢູ່ທ້ອງຖິ່ນ; ສົມທົບກັບພະແນກການເມືອງ, ທະຫານຊາຍແດນແຂວງສ້າງວິດີໂອ, ສາລະຄະດີ, ຂ່າວ, ບົດທີ່ມີເນື້ອໃນກ່ຽວຂ້ອງເຖິງການຕ້ານການຂຸດຄົ້ນ IUU ເພື່ອລົງພິມໃນໜັງສືພິມທ້ອງຖິ່ນ, ບັນດາສື່ສັງຄົມ, ອອກອາກາດທາງວິທະຍຸກະຈາຍສຽງ - ໂທລະພາບຂອງແຂວງກວາງຫງາຍ...

ການຫັນປ່ຽນຢ່າງຕັ້ງໜ້າໃນໝູ່ປະຊາຊົນ

ແລກປ່ຽນກັບນັກຂ່າວ, ທ່ານພັນໂທ ໂງຢວານຕູ໊, ຫົວໜ້າຄ້າຍທະຫານຊາຍແດນ ລີ໊ເຊີນ ໃຫ້ຮູ້ວ່າ: “ດ້ວຍຫຼາຍມາດຕະການໂຄສະນາ ແລະລົງໂທດຕໍ່ບັນດາກໍລະນີລະເມີດກົດໝາຍຢ່າງເຂັ້ມງວດສົມທົບກັບການເຮັດວຽກງານກວດກາ, ຄວບຄຸມເປັນຢ່າງດີ, ບໍ່ເຮັດລະບຽບການອອກທະເລໃຫ້ເຮືອຫາປາ ແລະຊາວປະມົງ ບໍ່ມີເອກະສານຢ່າງພຽງພໍ ແລະຂາດວັດຖຸອຸປະກອນຕາມກຳນົດຂອງກົດໝາຍຢ່າງ..., ຍ້ອນເຫດນັ້ນ, ສະຕິຂອງຊາວປະມົງໄດ້ຍົກສູງຂຶ້ນຢ່າງເຫັນໄດ້ຊັດ, ໃນທ້ອງຖິ່ນບໍ່ມີກໍລະນີພາ ຫະນະລະເມີດກົດໝາຍຢູ່ເຂດທະເລຕ່າງປະເທດ”.

ຢູ່ບໍລິເວນໂດຍຄ້າຍທະຫານຊາຍແດນ ລີ໊ເຊີນ ຮັບຜິດຊອບມີເຮືອຫາປາຍາວແຕ່ 15 m ຂຶ້ນໄປ ຈໍານວນ 136 ລໍາໃນນັ້ນມີ 133 ລໍາໄດ້ສໍາເລັດການຕິດຕັ້ງເຄື່ອງຕິດຕາມການເດີນທາງ, 3 ລຳຍັງເຫຼືອຍ້ອນບໍ່ເຄື່ອນໄຫວຈຶ່ງບໍ່ຕິດຕ້ັງ. ເລື່ອງປະຊາຊົນປະຕິບັດຕາມຂໍ້ກຳນົດຂອງກົດໝາຍກ່ອນທີ່ເດີນທາງອອກສູ່ທະເລໄດ້ ແລະພວມກາຍເປັນແບບແຜນ.

ຜ່ານການແບ່ງປັນຂອງທ່ານ ບຸ່ຍວັນຈູງ, ໄດ້ພິສູດໃຫ້ເຫັນວ່າຄວາມຮັບຮູ້ຂອງຊາວປະມົງໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ: “ກ່ອນໜ້ານີ້, ຂ້າພະເຈົ້າ ແລະບັນດາລູກເຮືອລ້ວນແຕ່ປະໝາດໃນການກະກຽມເອກະສານ ແລະກວດກາເຄື່ອງຕິດຕາມການເດີນທາງເມື່ອໄປຫາປາ  ແລະກໍ່ບໍ່ເອົາໃຈໃສ່ເຖິງບ່ອນຫາປາຂອງຕົນ. ດຽວນີ້ ກໍ່ມີຄວາມແຕກຕ່າງແລ້ວ, ກ່ອນທີ່ໃຫ້ກໍາປັ່ນອອກຈາກທ່າ, ຂ້າພະເຈົ້າເຄີຍຕັກເຕືອນໃຫ້ລູກເຮືອຕ້ອງກະກຽມເອກະສານທຸກປະເພດ ແລະມີແຕ່ຫາປາຢູ່ເຂດທະເລຂອງຫວຽດນາມ ເທົ່ານັ້ນ. ໃຜກໍ່ຮູ້ວ່າ ຖ້າລະເມີດເຂດທະເລຕ່າງປະເທດ ຈະຖືກຈັບຕົວ, ຢືດຊັບສິນ ແລະຖືກຈຳຄຸກ, ພ້ອມທັງໂລກຈະຕີລາຄາຕ່ຳກ່ຽວກັບສະຕິຂອງຊາວຫວຽດນາມ”.

ອາດສາມາດເວົ້າວ່າ ການຍົກເລີກ “ບັດເຫຼືອງ” ຂອງຄະນະກໍາມະການເອີລົບ (EC) ຕ້ອງມີຄວາມຕັດສິນໃຈສູງຂອງທົ່ວພັກ, ທົ່ວປວງຊົນເພື່ອຜົນປະໂຫຍດລວມ ຂອງຂະແໜງສິນໃນນ້ຳຫວຽດນາມ, ເຊິ່ງເຈົ້າກຳສຳຄັນແມ່ນຊາວປະມົງຜູ້ທີ່ໄປຫາປາຢູ່ທະເລທຸກວັນ, ແຕ່ເພື່ອໃຫ້ຊາວປະມົງຕືນຕົວປະຕິບັດບັນດາຂໍ້ກໍານົດຂອງກົດໝາຍ, ບັນດາອົງການກ່ຽວຂ້ອງ, ອຳນາດການປົກຄອງທ້ອງຖິ່ນຍາມໃດກໍ່ຕ້ອງຮ່ວມເດີນທາງ, ແບ່ງປັນ, ໜູນຊ່ວຍພໍ່ແມ່ປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກເພື່ອຫາປາໃຫ້ມີປະສິດທິຜົນ.

ໂດຍ: ແສງເດືອນ