ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ ຫງວຽນເຕິ໊ນຕວນ, ປະທານຄະນະກຳມະການປະຊາຊົນແຂວງແຄ໊ງຮ່ວາ ເປັນປະທານຮ່ວມກອງປະຊຸມ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຖືວ່າ: ແຜນຮ່າງ 1797 ໄດ້ຮັບການຜັນຂະຫຍາຍຢ່າງແຂງແຮງ, ຮອບດ້ານ ແລະມີປະສິດທິຜົນ. ໝາກຜົນຂອງການຜັນຂະຫຍາຍແຜນຮ່າງບໍ່ພຽງແຕ່ຊຸກຍູ້ການສົ່ງອອກຢ່າງແຂງແຮງ, ເຊິ່ງແມ່ນໜຶ່ງໃນບັນດາກໍາລັງໜູນການເຕີບໂຕຂອງພື້ນຖານເສດຖະກິດເທົ່ານັ້ນ, ຫາກຍັງເປັນຂົວຕໍ່ທີ່ສຳຄັນ, ປະກອບສ່ວນໂຄສະນາພາບພົດຂອງປະເທດຊາດ, ວັດທະນະທຳ, ສີສັນຂອງຊາດຫວຽດນາມ ເຖິງເພື່ອນມິດສາກົນ, ປະກອບສ່ວນແທດຈິງເຂົ້າໃນຜົນງານພັດທະນາເສດຖະກິດ - ສັງຄົມຂອງທົ່ວປະເທດ.

leftcenterrightdel
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn

ທີ່ກອງປະຊຸມ, ທ່ານ ໂຮ່ວັນເລີມ, ປະທານສະມາຄົມນັກທຸລະກິດໄທ - ຫວຽດນາມ, ເຈົ້າຂອງເຄື່ອງໝາຍການຄ້າ VT Namnueng ປາດຖະໜາວ່າ ລັດ ແລະລັດຖະບານຫວຽດນາມ ສືບຕໍ່ຊີ້ນຳບັນດາອົງການທີ່ກ່ຽວຂ້ອງສຸມໃສ່ຊຸກຍູ້ການເຈລະຈາດ້ານການຄ້າສອງຝ່າຍ ແລະຫຼາຍຝ່າຍກັບບັນດາຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນ ເພື່ອລົບລ້າງບັນດາຮົ້ວກີດຂວາງດ້ານເຕັກນິກ, ນະໂຍບາຍປົກປ້ອງ, ຈາກນັ້ນຍູ້ແຮງການສົ່ງອອກສິນຄ້າຂອງຫວຽດນາມ ໄປຍັງຕະຫຼາດບັນດາປະເທດຜ່ານຊ່ອງທາງເປັນທາງການ. ໄປຄຽງຄູ່ກັນນັ້ນ, ຄວນເອົາໃຈໃສ່ເຖິງການລົງທຶນເຂົ້າໃນການເກັບຮັກສາ ແລະປຸງແຕ່ງຜະລິດຕະພັນກະເສດ ເພື່ອຕອບສະໜອງຄວາມຕ້ອງການ ແລະມາດຕະຖານຄຸນນະພາບຂອງຜະລິດຕະພັນກະເສດຂອງແຕ່ລະຕະຫຼາດ.

leftcenterrightdel
ບັນດາຜູ້ແທນແລກປ່ຽນ ທີ່ກອງປະຊຸມ. ພາບ: qdnd.vn

ເມື່ອແບ່ງປັນປະສົບການໃນການດຳເນີນທຸລະກິດຢູ່ຕະຫຼາດຍີ່ປຸ່ນ, ທ່ານນາງ ເລເທືອງ, ຮອງປະທານສະຫະສະມາຄົມສົ່ງເສີມການຮ່ວມມືດ້ານເສດຖະກິດຫວຽດນາມ - ຍີ່ປຸ່ນ ເນັ້ນໜັກວ່າ: ຜູ້ບໍລິໂພກຍີ່ປຸ່ນ ມີຄວາມສົນໃຈຫຼາຍກ່ຽວກັບການກໍາເນີດ, ເປັນຕົ້ນແມ່ນທັນຍາຫານ.  ເພາະສະນັ້ນ, ລັດຖະບານ ແລະ ທ້ອງຖິ່ນຄືແຂວງແຄ໊ງຮ່ວາ ຄວນສ້າງເງື່ອນໄຂສະດວກກວ່າໃຫ້ແກ່ບັນດາວິສາຫະກິດພາຍໃນປະເທດເພີ່ມທະວີການເຊື່ອມຕໍ່ກັບປະຊາຄົມວິສາຫະກິດຫວຽດນາມ ຢູ່ຍີ່ປຸ່ນ. ການຊຸກຍູ້ການແລກປ່ຽນຄ້າ ແລະໂຄສະນາຜະລິດຕະພັນ ກໍ່ແມ່ນວິທີການທີ່ມີປະສິດທິຜົນ ເພື່ອແນໃສ່ເຜີຍແຜ່ຄຸນຄ່າວັດທະນະທຳຫວຽດນາມ.

leftcenterrightdel
ພິທີລົງນາມໃນບົດບັດທຶກຊ່ວຍຈໍາການຮ່ວມມື. ພາບ: qdnd.vn

ໃນຂອບເຂດກອງປະຊຸມ ໄດ້ດຳເນີນພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງບາງສະຫະສະມາຄົມວິສາຫະກິດຂອງຊາວຫວຽດນາມ ຢູ່ຕ່າງປະເທດ ກັບບັນດາຄູ່ຮ່ວມມືພາຍໃນປະເທດ, ເປີດກາລະໂອກາດຮ່ວມມືໃໝ່ ແລະ ແທດຈິງຫຼາຍຢ່າງ.

ໂດຍ: ທູຈາງ