ບົນພື້ນຖານນັ້ນ, ລັດຖະບານສືບຕໍ່ມີຄວາມຕັດສິນໃຈສູງກວ່າ, ມານະພະຍາຍາມຫຼາຍກວ່າເພື່ອປະຕິບັດສໍາເລັດເປົ້າໝາຍເສດຖະກິດ-ສັງຄົມປີ 2024 ແລະແຜນການ 5 ປີ 2021-2025.

ບົດລາຍງານຢັ້ງຢືນວ່າ, ໃນສະພາບເສດຖະກິດຢູ່ພາກພື້ນ ແລະໂລກ ພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ໃນຊຸມເດືອນຕົ້ນປີ 2024, ເສດຖະກິດມະຫາພາກຢູ່ພາຍໃນປະເທດຍັງເປັນປົກກະຕິໂດຍພື້ນຖານ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ຄວາມດຸ່ນດ່ຽງໃຫຍ່ໄດ້ຮັບປະກັນ. ການເຕີບໂຕ GDP ໃນໄຕມາດທີ I ປີ 2024 ບັນລຸ 5,66%, ສູງສຸດໃນໄລຍະ 2020-2023. ດັດຊະນີລາຄາໃຊ້ສອຍ (CPI) ສະເລ່ຍໃນ 4 ເດືອນຕົ້ນປີເພີ່ມຂຶ້ນ 3,93% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ບັນດາອົງການສາກົນສືບຕໍ່ຕີລາຄາສູງແງ່ຫວັງການເຕີບໂຕຂອງຫວຽດນາມ ໃນປີ 2024. ສິ່ງທີ່ໜ້າສົນໃຈ, ດັດຊະນີພັດທະນາມະນຸດຂອງຫວຽດນາມ ເລື່ອນຂຶ້ນ 8 ຂັ້ນ, ຢືນອັນດັບທີ 107/193. ດັດຊະນີຄວາມຜາສຸກຂອງຫວຽດນາມ ເລື່ອນຂຶ້ນ 11 ຂັ້ນ, ຢືນອັນດັບທີ 54/143.

ໃນໄລຍະຈະມາເຖິງ, ຂໍ້ສັງເກດສະພາບການໂລກ, ພາກພື້ນຍັງມີການຜັນແປຢ່າງສັບສົນ, ຄາດຄະເນລ່ວງໜ້າໄດ້ຍາກ, ອັນໄດ້ເປັນສິ່ງທ້າທາຍ, ລັດຖະບານກຳນົດວ່າ, ຕ້ອງມານະພະຍາຍາມຫຼາຍກວ່າ, ມີການກະທຳຢ່າງຂ້ຽວຂາດກວ່າ, ຍູ້ແຮງຄວາມຄືບໜ້າ, ບຸກທະລຸເພື່ອປະຕິບັດສຳເລັດເປົ້າໝາຍພັດທະນາຢ່າງມີໄຊ.

ຢຶດໝັ້ນຕໍ່ເປົ້າໝາຍທີ່ໄດ້ວາງອອກ

ບົດລາຍງານຊີ້ແຈ້ງວ່າ, ຕ້ອງອີງຕາມທັດສະນະ, ຊີ້ນຳບໍລິຫານຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ແລະບັນດາມະຕິຂອງພັກ, ສະພາແຫ່ງຊາດ, ລັດຖະບານ ສຸມໃສ່ປະຕິບັດຍຸດທະສາດພັດທະນາເສດຖະກິດ-ສັງຄົມໄລຍະ 10 ປີ 2021-2030, ແຜນການພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ 2021-2025 ຢ່າງຄົບຊຸດ, ມີປະສິດທິຜົນ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງການເສີມຂະຫຍາຍຈິດໃຈເປັນເຈົ້າການ, ຕັ້ງໜ້າ, ປ່ຽນແປງໃໝ່, ປະດິດສ້າງ, ຮັບປະກັນມີໄຫວພິບ, ທັນການ, ປະສິດທິຜົນໃນການຊີ້ນໍາບໍລິຫານ.

leftcenterrightdel
ທ່ານ ເລມິງຄ໊າຍ ຮອງນາຍົກລັດຖະມົນຕີຫວຽດນາມ. ພາບ: vov.vn

ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ເນັ້ນໜັກວ່າ: “ເດັດດ່ຽວບໍ່ຖອຍຫຼັງຕໍ່ໜ້າຄວາມຫຍຸ້ງຍາກ, ຢຶດໝັ້ນຕໍ່ເປົ້າໝາຍທີ່ໄດ້ວາງອອກ. ຍາດແຍ່ງເງື່ອນໄຂສະດວກ, ໂອກາດໃຫ້ການພັດທະນາຢ່າງສຸດຂີດ. ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການຜະລິດດຳເນີນທຸລະກິດ, ສ້າງວຽກເຮັດງານທໍາ, ການຫາເງິນລ້ຽງຊີບໃຫ້ປະຊາຊົນ. ໃນບໍ່ວ່າສະຖານະການໃດກໍ່ຕ້ອງຮັບປະກັນສະຖຽນລະພາບດ້ານການເມືອງ-ສັງຄົມ; ປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ເພີ່ມທະວີການພົວພັນຕ່າງປະເທດ, ການເຊື່ອມໂຍງເຂົ້າກັບສາກົນ ແລະຍູ້ແຮງວຽກງານໂຄສະນາ, ສື່ສານສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ; ລະດົມກຳລັງໃຈ, ປຸກລຸກນ້ຳໃຈຮັກຊາດ, ຄວາມໃຝ່ຝັນບືນຕົວຂຶ້ນຂອງວິສາຫະກິດ, ປະຊາຊົນ ແລະທົ່ວສັງຄົມ”.

ໃຫ້ບຸລິມະສິດຊຸກຍູ້ການເຕີບໂຕຕິດພັນກັບການຮັບປະກັນຄວາມໝັ້ນທ່ຽງດ້ານເສດຖະກິດມະຫາພາກ

ໜຶ່ງໃນບັນດາໜ້າທີ່ຈຸດສຸມໃນໄລຍະຈະມາເຖິງແມ່ນລັດຖະບານໃຫ້ບຸລິມະສິດແກ່ການຄວບຄຸມໄພເງິນເຟີ້, ຮັບປະກັນຄວາມສົມດຸນໃຫຍ່ຂອງພື້ນຖານເສດຖະກິດ; ສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນ, ສ້າງນະໂຍບາຍບໍລິຫານເສດຖະກິດມະຫາພາກໃຫ້ມີຄວາມກົມກຽວ. ກ່ຽວກັບການພົວພັນຮ່ວມມືດ້ານເສດຖະກິດສາກົນ ແລະຊຸກຍູ້ເສດຖະກິດຢູ່ພາຍໃນປະເທດ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ, ຊີ້ແຈ້ງວ່າ: “ເພີ່ມທະວີການສົ່ງເສີມການຄ້າ, ຊຸກຍູ້ການສົ່ງອອກໄປຍັງຕະຫຼາດໃຫຍ່, ຂຸດຄົ້ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນ, ເສີມຂະຫຍາຍສັນຍາ, ຂໍ້ຕົກລົງດ້ານການຄ້າທີ່ໄດ້ລົງນາມແລ້ວຢ່າງມີປະສິດທິຜົນ. ຍູ້ໄວການເຈລະຈາ, ລົງນາມໃນສັນຍາການຄ້າເສລີກັບສະຫະລັດ ອາຣັບ ເອັມມີເລັດ (UAE), ກຸ່ມຕະຫຼາດລວມອາເມລິກາໃຕ້… ພັດທະນາຕະຫຼາດຢູ່ພາຍໃນປະເທດ, ຊຸກຍູ້ການໃຊ້ສອຍຢ່າງແຮງ.

ກ່ຽວກັບໜ້າທີ່ຈຸດສຸມເພື່ອປະຕິບັດສຳເລັດເປົ້າໝາຍເສດຖະກິດ-ສັງຄົມໃນຊຸມເດືອນທ້າຍປີ 2024, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ເນັ້ນໜັກວ່າ: “ການຜັນຂະຫຍາຍບັນດາການເຄື່ອນໄຫວພົວພັນຕ່າງປະເທດ, ການເຊື່ອມໂຍງເຂົ້າກັບສາກົນຢ່າງຄົບຊຸດ, ຮອບດ້ານ, ມີປະສິດທິຜົນ; ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະສ້າງເງື່ອນໄຂສະດວກເພື່ອດຶງດູດແຫຼ່ງກຳລັງໃຫ້ການພັດທະນາປະເທດຊາດ, ຍົກສູງອິດທິພົນຊື່ສຽງ, ທີ່ຕັ້ງສາກົນຂອງຫວຽດນາມ. ຍື່ນສະເໜີຕໍ່ຂັ້ນທີ່ມີສິດອຳນາດປະກາດໃຊ້ມະຕິສະບັບໃໝ່ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ. ຕັ້ງໜ້າເຂົ້າຮ່ວມ, ຍູ້ແຮງການຂົນຂວາຍສະໝັກເລືອກຕັ້ງເຂົ້າບັນດາອົງການ, ເວທີປາໄສຫຼາຍຝ່າຍ; ກະກຽມເປັນເຈົ້າພາບຈັດຕັ້ງເຫດການສຳຄັນ. ເພີ່ມທະວີການທູດເສດຖະກິດ, ການທູດວັດທະນະທຳ ແລະການທູດປະຊາຊົນ; ປະຕິບັດວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະປົກປ້ອງ ພົນລະເມືອງເປັນຢ່າງດີ”.

ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ເຊື່ອໝັ້ນວ່າ ລັດຖະບານ ຈະຜ່ານຜ່າທຸກສິ່ງທ້າທາຍ, ຍາດແຍ່ງທຸກກາລະໂອກາດ, ພັດທະນາເສດຖະກິດ-ສັງຄົມ, ສູ້ຊົນປະຕິບັດສຳເລັດ ເປົ້າໝາຍທີ່ໄດ້ວາງອອກໃຫ້ປີ 2024 ແລະທັງໄລຍະ 2021-2025.

ໂດຍ: ເຈິ່ນຮວ່ຽນ