ການວາງແຜນຜັງເຂດທະເລແຫ່ງຊາດ, ໂດຍກົມທະເລ ແລະເກາະທະເລຫວຽດນາມ, ຂຶ້ນກັບກະຊວງຊັບພະຍາກອນ ແລະສິ່ງແວດລ້ອມ, ຈຸດປະສົງຂອງການວາງແຜນຜັງແມ່ນແນໃສ່ກຳນົດທິດໃຫ້ແກ່ການເຄື່ອນໄຫວຂຸດຄົ້ນ, ນຳໃຊ້ຊັບພະຍາກອນທະເລ, ເກາະທະເລຕາມທິດຍືນຍົງ, ສ້າງຄວາມເຫັນດີເປັນເອກະພາບໃນລະບົບການວາງແຜນຜັງພັດທະນາປະເທດຊາດ, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ປົກປັກຮັກສາສິ່ງແວດລ້ອມ ແລະລະບົບຊີວະພາບ, ຮັກສາເອກະລາດ, ອະທິປະໄຕ, ສິດອະທິປະໄຕ, ສິດອຳນາດສານ ແລະຜົນປະໂຫຍດແຫ່ງຊາດຢູ່ທະເລໄວ້ຢ່າງໝັ້ນຄົງ.

ຂຸດຄົ້ນຄວາມສາມາດບົ່ມຊ້ອນໃນການພັດທະນາເສດຖະກິດທະເລຢ່າງສຸດຂີດ

ຫວຽດນາມ ແມ່ນປະເທດມີຝັ່ງທະເລຍາວກວ່າ 3.260 ກິໂລແມັດ. ເນື້ອທີ່ເຂດທະເລ ຂຶ້ນກັບອະທິປະໄຕ, ສິດອະທິປະໄຕ, ສິດອຳນາດສານແມ່ນຫຼາຍກວ່າ 1 ລ້ານກິໂລຕາແມັດ, ດ້ວຍ 2 ໝູ່ເກາະຮວ່າງຊາ, ເຈື່ອງຊາ ແລະເກາະ, ໝູ່ເກາະອື່ນໆອີກກວ່າ 3.000 ໜ່ວຍ.

ດ້ວຍປະຊາກອນກວ່າ 50% ດໍາລົງຊີວິດຢູ່ 28 ແຂວງ, ນະຄອນແຄມທະເລ, ຫວຽດນາມ ມີຄວາມສາມາດບົ່ມຊ້ອນຂະໜາດໃຫຍ່ເພື່ອພັດທະນາເສດຖະກິດທະເລ, ຄື: ຄົມມະນາຄົມຂົນສົ່ງທາງທະເລ; ຂຸດຄົ້ນ ແລະປຸງແຕ່ງແຮ່ທາດ; ຂຸດຄົ້ນ, ລ້ຽງປູກ ແລະປຸງແຕ່ງສິນທະເລ, ພັດທະນາການທ່ອງທ່ຽວທະເລ… ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນໃນການພັດທະນາເສດຖະກິດຈາກທະເລໃຫ້ໄດ້ຢ່າງສຸດຂີດ, ການວາງແຜນຜັງເຂດທະເລແຫ່ງຊາດໄດ້ປະກອບສ່ວນຜັນຂະຫຍາຍນະໂຍບາຍສຳຄັນຂອງພັກ ແລະລັດ ໃນວຽກງານຄຸ້ມຄອງລັດກ່ຽວກັບທະເລ ແລະເກາະທະເລ, ພັດທະນາເສດຖະກິດທະເລແບບຍືນຍົງ, ແມ່ນໜ້າທີ່ສຳຄັນ, ເປັນຄັ້ງທຳອິດທີ່ໄດ້ປະຕິບັດຢູ່ຫວຽດນາມ.

ການວາງແຜນຜັງເຂດທະເລແຫ່ງຊາດ ໄດ້ອອກແບບຕາມທິດເປີດກວ້າງ ແລະເພີ່ມເຕີມຢ່າງຕໍ່ເນື່ອງ, ປັບປຸງຂັ້ນຕອນການພັດທະນາຂອງປະເທດຊາດໃຫ້ສົມບູນ. ການວາງແຜນຜັງໄດ້ສ້າງຂຶ້ນພາຍໃຕ້ການໜູນຊ່ວຍຂອງນັກຊ່ຽວຊານ, ນັກວິທະຍາສາດທີ່ມາຈາກມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ, ການສົມທົບ, ແບ່ງປັນຂໍ້ມູນຂ່າວສານຂອງກະຊວງ, ຂະແໜງການອົງການຂັ້ນສູນກາງ ແລະ 28 ແຂວງ, ນະຄອນທີ່ມີທະເລຂຶ້ນກັບສູນກາງ. ການວາງແຜນຜັງໄດ້ອີງໃສ່ທັດສະນະລຸລ່ວງນັ້ນແມ່ນຈັດແບ່ງເຂດທະເລອີງໃສ່ລະບົບຊີວະພາບ, ສ້າງພື້ນຖານເຊື່ອມຕໍ່ລະຫວ່າງເຂດດິນຕໍ່ແຜນກັບທະເລ, ຕິດພັນກັບການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ ແລະການຮ່ວມມືສາກົນ.

leftcenterrightdel
ທ່ານ ເລມິງເງິນ ຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະສິ່ງແວດລ້ອມຫວຽດນາມ. ພາບ: ເຄືອງຈູງ

ທ່ານ ເລມິງເງິນ ຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະສິ່ງແວດລ້ອມຫວຽດນາມ ເນັ້ນໜັກວ່າ ແຜນຜັງນີ້ແມ່ນນິຕິກຳສຳຄັນໃຫ້ແກ່ບັນຫາການຄຸ້ມຄອງຊັບພະຍາກອນສິ່ງແວດລ້ອມທະເລຕິດພັນກັບບັນດາຂົງເຂດເສດຖະກິດ ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນທ່າໄດ້ປຽບຂອງບັນດາທ້ອງຖິ່ນ. ພວກເຮົາ ຕ້ອງຕັດສິນໃຈປະຕິບັດໃຫ້ໄດ້. ທັດສະນະໄດ້ກຳນົດຢູ່ 4 ເສົາຄໍ້ານັ້ນແມ່ນ: ຮັບປະກັນແຜນນະໂຍບາຍ, ນະໂຍບາຍຂອງພັກ, ຮັບປະກັນການພັດທະນາເສດຖະກິດ, ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັບປະກັນການເຊື່ອມໂຍງເຂົ້າກັບສາກົນ ແລະຮັບປະກັນພັດທະນາສິ່ງແວດລ້ອມແບບຍືນຍົງ.

ເຄື່ອງມືຄຸ້ມຄອງເຂດທະເລຢ່າງມີປະສິດທິຜົນ

ໂດຍແມ່ນປະເທດມີທະເລ, ການກຳນົດແຜນຜັງເຂດທະເລແມ່ນມີຄວາມຈຳເປັນທີ່ສຸດ, ແນໃສ່ສ້າງຫວຽດນາມ ກາຍເປັນປະເທດເຂັ້ມແຂງກ່ຽວກັບທະເລ, ຮັ່ງມີຈາກທະເລ. ການວາງແຜນຜັງເຂດທະເລ ກໍ່ແນໃສ່ຮັບປະກັນຄວາມຄົບຊຸດ, ເປັນເອກະພາບບົນພື້ນຖານການປະມວນເອົາແຜນຜັງທີ່ກ່ຽວຂ້ອງເພື່ອສ້າງເປັນກຳລັງໜູນພັດທະນາເສດຖະກິດ-ສັງຄົມ, ວັດທະນະທຳ, ປົກປັກຮັກສາສິ່ງແວດລ້ອມ, ອະນຸລັກຮັກສາທະເລ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ພ້ອມກັນນັ້ນ, ກໍ່ຮັບປະກັນການພັດທະນາແບບຍືນຍົງ, ບົນພື້ນຖານການເຕີບໂຕສີຂຽວ, ສ້າງຄວາມກົມກຽວລະຫວ່າງການອະນຸລັກຮັກສາ ແລະພັດທະນາ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນກ່ຽວກັບຖານະບົດບາດ, ທ່າໄດ້ປຽບໃນການປຽບທຽບ, ທ່າໄດ້ປຽບໃນການແກ່ງແຍ້ງຂອງແຕ່ລະຂະແໜງ, ຂົງເຂດ ແລະເຂດທະເລ, ແຄມທະເລຂອງຫວຽດນາມ ໃຫ້ໄດ້ຢ່າງສຸດຂີດ, ໃຫ້ບຸລິມະສິດພັດທະນາບັນດາຂະແໜງເສດຖະກິດທະເລ, ວຽກງານຄົ້ນຄວ້າ, ສຳຫຼວດຊັບພະຍາກອນ, ສິ່ງແວດລ້ອມທະເລໂດຍພື້ນຖານ, ພິເສດແມ່ນແຮ່ທາດຢູ່ໃຕ້ພື້ນທະເລ.

ທ່ານ ຟານຊວນຖຸຍ ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ຢັ້ງຢືນວ່າ ການວາງແຜນຜັງເຂດທະເລມີຄວາມໝາຍສຳຄັນຕໍ່ບັນດາປະເທດທີ່ມີທະເລ, ແມ່ນເຄື່ອງມືສຳຄັນເພື່ອຫັນການວາງແຜນຜັງແຫ່ງຊາດເປັນລະອຽດ ແນໃສ່ມຸ່ງໄປເຖິງເປົ້າໝາຍທຸກເຂດທະເລຫວຽດນາມ ໄດ້ຮັບການຄຸ້ມຄອງຢ່າງມີປະສິດທິຜົນ ແລະນໍາໃຊ້ແບບຍືນຍົງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເໝາະສົມກັບເງື່ອນໄຂທຳມະຊາດເສດຖະກິດ, ສັງຄົມ… ປະຕິລັດສໍາເລັດເປົ້າໝາຍນຳຫວຽດນາມ ກາຍເປັນປະເທດຮັ່ງມີຈາກທະເລ.

ມະຕິເລກທີ 36 ລົງວັນທີ 22 ຕຸລາ 2018 ຂອງກອງປະຊຸມສູນກາງ ຄັ້ງທີ 8, ຊຸດທີ XII ກ່ຽວກັບ “ຍຸດທະສາດພັດທະນາເສດຖະກິດທະເລຫວຽດນາມ ແບບຍືນຍົງຮອດປີ 2030, ວິໄສທັດຮອດປີ 2045” ໄດ້ວາງເປົ້າໝາຍສັງລວມ ແລະເປົ້າໝາຍລະອຽດ ແນໃສ່ນຳຫວຽດນາມ ກາຍເປັນປະເທດເຂັ້ມແຂງກ່ຽວກັບທະເລ. ການວາງແຜນຜັງເຂດທະເລແຫ່ງຊາດ ໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດ ເພື່ອພິຈາລະນາ, ຮັບຮອງເອົາໃນໄລຍະຈະມາເຖິງຈະປະກອບສ່ວນເຂົ້າໃນການຄຸ້ມຄອງ, ນຳໃຊ້ຊັບພະຍາກອນຢ່າງເໝາະສົມ, ມີປະສິດທິຜົນ ແລະຍືນຍົງ; ປົກປ້ອງ, ອະນຸລັກຮັກສາ ຊັບພະຍາກອນທຳມະຊາດ, ລະບົບຊີວະພາບ, ຄຸນຄ່າທໍາມະຊາດ-ວັດທະນະທໍາ-ປະຫວັດສາດ ແລະຄຸນນະພາບສິ່ງແວດລ້ອມໃນເຂດທະເລ ແລະເກາະທະເລຂອງຫວຽດນາມ.

ໂດຍ: ເຈິ່ນຮວ່ຽນ