leftcenterrightdel
ທ່ານ ໂດ້ຕຽນຊີ, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ VOV. ພາບ: vovworld.vn

ກ່າວຄຳເຫັນໄຂເວທີປາໄສ, ທ່ານ ໂດ້ຕຽນຊີ, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ VOV, ໃຫ້ຂໍ້ສັງເກດວ່າ ຫວຽດນາມ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ ຕິດພັນກັບເປົ້າໝາຍພັດທະນາຮອດປີ 2030, ວິໄສທັດຮອດປີ 2045… ສະນັ້ນ, ຕ້ອງປ່ຽນແປງໃໝ່ຈິນຕະນາການ ແລະ ການກະທຳ, ເປັນເຈົ້າການກຳແໜ້ນຢ່າງທັນການ, ນຳໃຊ້ການປະຕິວັດອຸດສາຫະກຳ 4.0 ໃຫ້ບັນລຸປະສິດທິຜົນ ຕິດກັບການເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ພັດທະນາເສດຖະກິດສີຂຽວ, ເສດຖະກິດດີຈີຕອນ…

ທີ່ເວທີປາໄສ, ມີນັກຊ່ຽວຊານຫຼາຍທ່ານ ໄດ້ໄຈ້ແຍກກ່ຽວກັບສິ່ງທ້າທາຍຕໍ່ການຫັນເປັນສີຂຽວຂອງຫວຽດນາມ ແລະ ຖືວ່າ, ຕ້ອງເພີ່ມທະວີການສົມທົບກັນລະຫວ່າງບັນດາອົງການສູນກາງກັບທ້ອງຖິ່ນ, ພັດທະນາບັນດາກົນໄກການເງິນໃໝ່.

ແຫຼ່ງຄັດຈາກ: vovworld.vn