ບັນດາຂົງເຂດໄດ້ຮັບຖືວ່າແມ່ນກຳລັງໜູນຂອງການເຕີບໂຕເສດຖະກິດຫວຽດນາມ, ຄື: ການສົ່ງອອກ, ອຸດສາຫະກຳຜະລິດປຸງແຕ່ງ, ການປະດິດ, ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ມີບັນດາສັນຍານຕັ້ງໜ້າ.

ຄວາມຈິງແລ້ວວ່າ, ໃນຕະຫຼອດປີ 2023, ສະພາບເສດຖະກິດໂລກ ສືບຕໍ່ຜັນແປຢ່າງສັບສົນ, ຄາດເດົາໄດ້ຍາກ, ເສດຖະກິດທົ່ວໂລກຟື້ນຟູຊ້າ... ສົ່ງຜົນກະທົບຢ່າງຫຍໍ້ທໍ້ເຖິງປະເທດຫວຽດນາມ. ໃນສະພາບການດັ່ງກ່າວ, ດ້ວຍຄວາມມານະພະຍາຍາມຂອງທົ່ວລະບົບການເມືອງ, ປະຊາຄົມວິສາຫະກິດ, ປີ 2023, ເສດຖະກິດການຄ້າຂອງປະເທດຫວຽດນາມ ຮັບຮູ້ຫຼາຍຈຸດພົ້ນເດັ່ນສ້າງທ່າເຕີບໂຕໃຫ້ປີ 2024.

ຕາມການຕີລາຄາຂອງກະຊວງ​ອຸດສາຫະກຳ​ ແລະ​ການ​ຄ້າ, ໃນສະພາບເສດຖະກິດທົ່ວໂລກປະສົບກັບຄວາມຫຍຸ້ງຍາກ, ຫຼາຍພື້ນຖານເສດຖະກິດໃຫຍ່ປະຕິບັດນະໂຍບາຍຮັດແໜ້ນດ້ານການເງິນ, ດອກເບ້ຍສູງ, ຄວາມຕ້ອງການຂອງບັນດາປະເທດຫຼຸດລົງ, ສົ່ງຜົນກະທົບໂດຍກົງເຖິງບັນດາປະເທດທີ່ເສດຖະກິດມີລະດັບເປີດສູງ, ປະເທດຫວຽດນາມ ບັນລຸໄດ້ໝາກຜົນຕັ້ງໜ້າ, ເມື່ອການເຄື່ອນໄຫວດ້ານການຄ້າ, ການຜະລິດອຸດສາຫະກຳເຕີບໂຕຄືນໃໝ່. ຄວາມຕ້ອງການໃນໂລກຫຼຸດລົງ, ແຕ່ລະດັບຫຼຸດລົງໃນການເຄື່ອນໄຫວສົ່ງອອກສິນຄ້າຂອງຫວຽດນາມ (ເຖິງວ່າຍັງບໍ່ທັນບັນລຸໄດ້ລະດັບເຕີບໂຕ ຄືນໃໝ່ເມື່ອທຽບໃສ່ປີກາຍ) ໄດ້ຮັບການປັບປຸງພໍສົມຄວນ.

leftcenterrightdel
ຫຼາຍກິດຈະການຈຸດສຸມໄດ້ກາຍເປັນບັນດາຈຸດພົ້ນເດັ່ນທີ່ໜ້າຮັບຮູ້, ສ້າງກຳລັງໜູນ “ຊ່ວຍຊູ” ໃຫ້ການເຕີບໂຕເສດຖະກິດ. ພາບ: ຄຽວມິງ

ສຳລັບການນຳເຂົ້າ, ສົ່ງອອກ ໃນປີ 2023, ປະຊາຄົມວິສາຫະກິດໄດ້ຍາດແຍ່ງກາລະໂອກາດຈາກການຟື້ນຟູຂອງບັນດາຕະຫຼາດໃຫຍ່, ເປັນມູນເຊື້ອຂອງປະເທດເຮົາເພື່ອຍູ້ແຮງການສົ່ງອອກ. ຍອດວົງເງິນການນຳເຂົ້າ-ສົ່ງອອກ ປີ 2023 ຄາດວ່າບັນລຸ 683 ຕື້ໂດລາສະຫະລັດ, ໃນນັ້ນການສົ່ງອອກ ຄາດວ່າບັນລຸ 354,5 ຕື້ໂດລາສະຫະລັດ, ການນຳເຂົ້າຄາດວ່າບັນລຸ 328,5 ຕື້ໂດລາສະຫະລັດ. ດຸນການຄ້າສືບຕໍ່ຮັບຮູ້ການສົ່ງອອກເກີນດຸນໃນປີທີ 8 ຢ່າງຕໍ່ເນື່ອງ, ດ້ວຍມູນຄ່າສ່ວນເກີນຄາດວ່າບັນລຸເກືອບ 30 ຕື້ໂດລາສະຫະລັດ, ເພີ່ມຂຶ້ນເກືອບທົບ 3 ເທົ່າເມື່ອທຽບໃສ່ປີ 2022; ປະກອບສ່ວນຢ່າງຕັ້ງໜ້າໃຫ້ດຸນຊຳລະ, ຊ່ວຍຍົກສູງລະດັບແຮໄວ້ເງິນຕາຕ່າງປະເທດ, ຮັກສາດັດຊະນີເສດຖະກິດມະຫາພາກອື່ນໆຂອງພື້ນຖານເສດຖະກິດໃຫ້ເປັນປົກກະຕິ.

ທີ່ເຫດການໄດ້ແນະນຳບົດລາຍງານ “ສະພາບເສດຖະກິດມະຫາພາກຂອງໂລກ ແລະຫວຽດນາມ ປີ 2023, ບາງຂໍ້ສັງເກດ ແລະຄາດຄະເນທ່າອ່ຽງປີ 2024” ໂດຍສະຖາບັນຄົ້ນຄວ້າເສດຖະກິດ ແລະຍຸດທະສາດຫວຽດນາມ (VESS) ປະຕິບັດ, ທ່ານ ຮສຈ, ປອ ຟ້າມເທ໊ແອັງ, ຫົວໜ້າພະແນກເສດຖະກິດສາດ (ມະຫາວິທະຍາໄລເສດຖະກິດແຫ່ງຊາດ), ທັງເປັນຫົວໜ້າເສດຖະກິດຂອງ VESS ໃຫ້ຂໍ້ສັງເກດວ່າ: ການເຕີບໂຕເສດຖະກິດທົ່ວໂລກພວມຊ້າລົງ, ທ່າອ່ຽງປີຕໍ່ມາຕ່ຳກວ່າປີກ່ອນ. ຄວາມຈິງແລ້ວ, ການຄ້າສາກົນໄດ້ຮັດແຄບຍ້ອນລາຍຮັບຫຼຸດລົງ ແລະເງິນໂດລາສະຫະລັດຂຶ້ນລາຄາ... ໃນປີ 2023, ການເຕີບໂຕຂອງຫວຽດນາມ ໄດ້ຄ່ອຍໆສູງຂຶ້ນໃນແຕ່ລະໄຕມາດ, ແຕ່ວ່າໃນລະດັບຕ່ຳກວ່າຫຼາຍເມື່ອທຽບໃສ່ຕົວເລກສະເລ່ຍໃນ 5 ປີຂອງໄລຍະກ່ອນການແຜ່ລະບາດຂອງພະຍາດໂຄວິດ-19. ເຖິງຢ່າງໃດກໍ່ຕາມ, ການເຕີບໂຕ GDP ຂອງຫວຽດນາມ ໃນ 3 ໄຕມາດຕົ້ນປີ 2023 ບັນລຸ 4,2%, ສູງກວ່າຫຼາຍເມື່ອທຽບໃສ່ກັບລະດັບເຕີບໂຕສະເລ່ຍໃນທົ່ວໂລກ.

ຕາມທ່ານ ຮສຈ, ປອ ຟ້າມເທ໊ແອງ, ບັນດາຈຸດຫຼັກຂອງເສດຖະກິດຫວຽດນາມ ປີນີ້ແມ່ນຜະລິດຕະພັນກະເສດ-ເຄື່ອງປ່າຂອງດົງ-ສິນໃນນ້ຳເຕີບໂຕຢ່າງຕັ້ງໜ້າ, ອຸດສາຫະກຳ ແລະກໍ່ສ້າງກໍ່ເຕີບໂຕຄືນໃໝ່ພ້ອມກັບການຟື້ນຟູຂອງຂະແໜງປຸງແຕ່ງ, ປະດິດ. ພິເສດ, ມູນຄ່າເພີ່ມຂອງຂະແໜງອຸດສາຫະກຳທັງປີຄາດວ່າ ເພີ່ມຂຶ້ນ 2,98%, ໃນນັ້ນອຸດສາຫະກໍາປຸງແຕ່ງ, ປະດິດ ຄາດວ່າເພີ່ມ 3,48%, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການຟື້ນຟູຂອງພື້ນຖານເສດຖະກິດ. ການລົງທຶນສາທາລະນະ ໄດ້ຮັບການຍູ້ແຮງ, ເພາະວ່າມີຫຼາຍກິດຈະການຈຸດສຸມແຫ່ງຊາດໄດ້ກາຍເປັນຈຸດພົ້ນເດັ່ນທີ່ໜ້າຮັບຮູ້, ສ້າງກຳລັງໜູນ “ຊ່ວຍຊູ” ການເຕີບໂຕເສດຖະກິດໃນສະພາບມີຫຼາຍ “ເສົາຄ້ຳ” ອື່ນຕົກຢູ່ໃນສະພາບຫຼຸດລົງ.

ພິເສດ, ເຖິງວ່າພວມປະເຊີນໜ້າກັບບັນດາປັດໄຈບໍ່ສະດວກ, ຄື: ຄ່າພະລັງງານສູງ, ລະບຽບການບໍລິຫານຍັງສັບສົນຢູ່, ບໍ່ມີນະໂຍບາຍພິເສດກ່ຽວກັບພາສີ... ແຕ່ກຳລັງໜູນເຕີບໂຕເສດຖະກິດຫວຽດນາມ ຍັງມີຄວາມຫວັງຕໍ່ກະແສທຶນ FDI. ພາຍຫຼັງ 11 ເດືອນ, ທຶນ FDI ຈົດທະບຽນບັນລຸໄດ້ 28,85 ຕື້ໂດລາສະຫະລັດ (ເພີ່ມ 14,8%); FDI ປະຕິບັດບັນລຸ 20,25 ຕື້ໂດລາສະຫະລັດ (ເພີ່ມ 2,8%). ຫຼາຍທ້ອງຖິ່ນມີລະດັບດຶງດູດ FDI ກວ່າ 1 ຕື້ໂດລາສະຫະລັດ, ຄື: ກວາງນິງ, ຫາຍຟ່ອງ, ບັ໊ກຢາງ, ເງະອານ...

ທ່ານ ຮສຈ, ປອ ຟ້າມເທ໊ແອັງ ຊີ້ແຈ້ງວ່າ: ບັນດາຄວາມສ່ຽງພູມສາດການເມືອງ, ການປະທະກັນດ້ານການທະຫານ ແລະໄພທຳມະຊາດອາດສາມາດເຮັດໃຫ້ນະໂຍບາຍເງິນຕາຖືກຮັດແໜ້ນ. ບັນດາແຫຼ່ງການຄ້າ ແລະການລົງທຶນສາກົນຊັກຊ້າລົງພາໃຫ້ເສດຖະກິດຫວຽດນາມ ຕ້ອງຢຸດໄວ້, ໂດຍບໍ່ຫົວຊາຕໍ່ທ່າໄດ້ປຽບຈາກສັນຍາການຄ້າເສລີ (FTA) ແລະການຍົກຍ້າຍແຫຼ່ງເງິນລົງທຶນນໍາມາໃຫ້.

ສຳລັບອົງການຄຸ້ມຄອງລັດ, ຮັບຮູ້ແຈ້ງບັນດາກຳລັງໜູນທີ່ຊ່ວຍໃຫ້ລະດັບເຕີບໂຕເສດຖະກິດຫວຽດນາມ ບັນລຸໄດ້ເປົ້າໝາຍທີ່ວາງອອກໃນປີ 2023 ໂດຍພື້ນຖານ, ກໍ່ຄືສິ່ງທ້າທາຍເຊິ່ງປີ 2024 ຕ້ອງປະເຊີນໜ້າ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ຫງວຽນຮົ່ງຢຽນ ໃຫ້ຮູ້ວ່າ: ນັບແຕ່ຕົ້ນປີ 2024, ຂະແໜງອຸດສາຫະກຳ ແລະການຄ້າ ຈະສຸມໃສ່ປະຕິບັດບັນດາມາດຕະການຊຸກຍູ້ການຟື້ນຟູການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ຍູ້ແຮງການສົ່ງເສີມການຄ້າຊອກຫາສົ້ນອອກໃຫ້ສິນຄ້າຫວຽດນາມ ຢູ່ຕະຫຼາດພາຍໃນປະເທດ ແລະຕ່າງປະເທດ ຜ່ານການໝູນໃຊ້ທ່າໄດ້ປຽບຈາກ FTA. ໃນນັ້ນ, ເອົາໃຈໃສ່ເປັນພິເສດບັນດາໜ້າທີ່, ມາດຕະການສຸມໃສ່ແກ້ໄຂບັນດາ “ຂໍ້ຄົງຂ້າງ” ແລະສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ໜູນຊ່ວຍວິສາຫະກິດຟື້ນຟູ, ພັດທະນາການຜະລິດ, ໂດຍສະເພາະແມ່ນໃນຂະແໜງອຸດສາຫະກຳປຸງແຕ່ງ, ປະດິດ; ຍູ້ໄວການຜັນຂະຫຍາຍບັນດາໂຄງການພັດທະນາອຸດສາຫະກຳ, ພະລັງງານ, ການຄ້າ, ໂດຍສະເພາະແມ່ນບັນດາໂຄງການຈຸດສຸມເພື່ອເປີດນຳໃຊ້ໂດຍໄວ, ປະກອບສ່ວນຍົກສູງກຳລັງຄວາມສາມາດພາຍໃນ ແລະສ້າງກຳລັງໜູນເພື່ອເຕີບໂຕແບບຍືນຍົງໃຫ້ພື້ນຖານເສດຖະກິດຂອງປະເທດ.

ໂດຍ: ແສງເດືອນ