ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນໄດ້ສຸມໃສ່ຕີລາຄາຕະຫຼາດການເງິນຫວຽດນາມ ປີ 2023 ແລະກາລະໂອກາດລົງທຶນໃນໄລຍະຈະມາເຖິງ; ຮູບແບບ ແລະປະສົບການໃນການກໍ່ສ້າງສູນການເງິນສາກົນ - ສະເໜີແນະໃຫ້ຫວຽດນາມ; ແຜນການລົງທຶນຢູ່ຫວຽດນາມ ຂອງບັນດາກຸ່ມບໍລິສັດການເງິນໃນໂລກ.

ສິ້ນສຸດການໂອ້ລົມສົນທະນາ, ທ່ານ ຟ້າມມິງຈິ໊ງ ໄດ້ຮັບຮູ້, ຂອບໃຈ ແລະເຫັນດີຕໍ່ບັນດາກະຊວງ, ຂະແໜງການ ແລະຜູ້ຕາງໜ້າບັນດາທະນາຄານ ແລະກອງທຶນລົງທຶນການເງິນແຖວໜ້າຂອງໂລກກ່ຽວກັບການສ້າງຕັ້ງກຸ່ມປະຕິບັດງານຄົ້ນຄວ້າ ແລະໃຫ້ຄໍາປຶກສາກ່ຽວກັບການກໍ່ສ້າງສູນການເງິນຢູ່ຫວຽດນາມ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ກ່າວຄໍາເຫັນທີ່ການໂອ້ລົມສົນທະນາ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຮຽກຮ້ອງໃຫ້ບັນດານັກຊ່ຽວຊານ, ທະນາຄານ, ກອງທຶນລົງທຶນການເງິນ ໜູນຊ່ວຍຫວຽດນາມ ແລະໃຫ້ຄຳປຶກສາດ້ານນະໂຍບາຍ; ຊຸກຍູ້ການເລີ່ມທຸລະກິດ ແລະປ່ຽນແປງໃໝ່ປະດິດຄິດສ້າງ; ສ້າງໂຄງປະກອບທະນາຄານຄືນໃໝ່; ກໍ່ສ້າງ ແລະປັບປຸງເຄື່ອງໝາຍການຄ້າແຫ່ງຊາດ; ໜູນຊ່ວຍການພັດທະນາພື້ນຖານໂຄງລ່າງ; ບໍາລຸງກໍ່ສ້າງຊັບພະຍາກອນມະນຸດ… ໃນນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຫວັງວ່າບັນດາກຸ່ມບໍລິສັດ ແລະກອງທຶນລົງທຶນທົ່ວໂລກ ຈະແບ່ງປັນບົດຮຽນປະສົບການ ແລະໃຫ້ຄໍາປຶກສາກ່ຽວກັບການເລືອກເຟັ້ນຮູບແບບພັດທະນາ, ມາດຕະການແກ້ໄຂທີ່ເໝາະສົມ ເພື່ອພັດທະນາສູນການເງິນຢູ່ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ບັນດາຄູ່ຮ່ວມມືຕ່າງປະເທດຈະຮ່ວມເດີນທາງ, ໜູນຊ່ວຍຫວຽດນາມ ໃນວິວັດການຍົກສູງຂຶ້ນຄວາມໄວ້ເນື້ອເຊື່ອໃຈແຫ່ງຊາດ, ຍົກສູງມາດຖານດ້ານການບັນຊີ, ກວດສອບ, ລາຍງານການເງິນ, ສ້າງພື້ນຖານສຳຄັນ ເພື່ອພັດທະນາສູນການເງິນສາກົນໃນໄລຍະຈະມາເຖິງໃຫ້ສໍາເລັດຜົນ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ພ້ອມດ້ວຍຜູ້ຕາງໜ້າບັນດາກະຊວງ, ຂະແໜງການ ແລະນັກລົງທຶນ ເຂົ້າຮ່ວມການໂອ້ລົມສົນທະນາ. ພາບ: ສໍານັກຂ່າວສານຫວຽດນາມ

ພ້ອມດຽວກັນນັ້ນ, ຄົ້ນຄວ້າຄວາມສາມາດເຂົ້າຮ່ວມການລົງທຶນ ແລະສ້າງໂຄງປະກອບທະນາຄານຍັງອ່ອນຂອງຫວຽດນາມ ຄືນໃໝ່; ຮ່ວມເດີນທາງ, ໜູນຊ່ວຍຫວຽດນາມ ໃນການບຳລຸງສ້າງ ແລະພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ຂະແໜງການບໍລິການດ້ານການເງິນ, ຕອບສະໜອງຕາມມາດຕະຖານ ແລະສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດທົ່ວໂລກ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢືນຢັນວ່າ ລັດຖະບານຫວຽດນາມ ຍາມໃດກໍ່ຮ່ວມເດີນທາງ, ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນຕ່າງປະເທດ ເຂົ້າມາລົງທຶນຢູ່ຫວຽດນາມ ຢ່າງມີປະສິດທິຜົນ ແລະ ຍືນຍົງ; ລັດຖະບານຫວຽດນາມ ຈະຮ່ວມເດີນທາງ ແລະ ແບ່ງປັນກັບນັກລົງທຶນ ແລະວິສາຫະກິດ; ໃຫ້ຄຳໝັ້ນສັນຍາປົກປ້ອງສິດ ແລະຜົນປະໂຫຍດອັນຊອບທຳຂອງນັກລົງທຶນ; ບົນຈິດໃຈ “ຜົນປະໂຫຍດທີ່ກົມກຽວກັນ, ແບ່ງປັນຄວາມສ່ຽງ”. ພິເສດ, ລັດຖະບານຫວຽດນາມ ຍາມໃດກໍ່ສ້າງສັນ, ຮັບຟັງ ແລະຮັບເອົາຄໍາຄິດເຫັນຂອງບັນດາວິສາຫະກິດເພື່ອພ້ອມກັນພັດທະນາ.

ໂດຍ: ທູຈາງ