leftcenterrightdel
ການນຳນະຄອນໂຮ່ຈີມິນ ມອບຂອງຂວັນໃຫ້ແກ່ປະຊາຊົນຢູ່ຕາແສງອານຝູ, ເມືອງກູຈີ. ພາບ: congan.com.vn

ບັນດາລາຍການໃນການປະຕິສັງຂອນ, ສ້ອມແປງລວມມີ: ເຮັດແຜ່ນປ້າຍຊື່ວິລະຊົນ ແລະນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະບັນດາແມ່ຫວຽດນາມ ວິລະຊົນໃໝ່; ກໍ່ສ້າງຫໍດຳເນີນຊີວິດຂອງວົງຄະນະຍາດ; ບູລະນະປະຕິສັງຂອນຫໍວາງແຜ່ນປ້າຍຊື່, ພື້ນເດີ່ນ, ປະຕູໂຂງ... ຫໍອະນຸສາວະລີວິລະຊົນ ແລະນັກຮົບເສຍສະຫຼະຊີວິດເພື່ອຊາດ 2 ແຫ່ງ ຈະປະກອບສ່ວນຍູ້ແຮງວຽກງານໂຄສະນາ, ສຶກສາມູນເຊື້ອປະຕິວັດ, ມູນເຊື້ອບ້ານເກີດເມືອງນອນ ກູຈີ ໃຫ້ແກ່ພະນັກງານ, ນັກຮົບກໍາລັງປະກອບອາວຸດ, ຕໍາຫຼວດ ແລະປະຊາຊົນນະຄອນ. ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງໄດ້ມອບຂອງຂວັນ 200 ພູດໃຫ້ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຂອງຕາແສງອານຝູ ແລະຕາແສງອານເຍີນໄຕ.

ໂດຍ: ຈາງຫງວຽນ