ຫວຽດນາມ - ສະວິດ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເປີດກວ້າງການພົວພັນຮ່ວມມື
ກປ.ອອນໄລ - ຕອນເຊົ້າວັນທີ 26 ຕຸລາ, ທີ່ການຕ້ອນຮັບທ່ານ Dominique Paravicini ລັດຖະມົນຕີກະຊວງເສດຖະກິດ, ການສຶກສາ ແລະຄົ້ນຄວ້າສະວິດ ເນື່ອງໃນໂອກາດເຂົ້າຮ່ວມເວທີປາໄສລັດຖະມົນຕີ OECD - ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 2 ໂດຍຫວຽດນາມ ຈັດຕັ້ງໃນຖານະເປັນປະທານຮ່ວມຂອງໂຄງການອາຊີຕາເວັນອອກສ່ຽງໃຕ້ ຂອງ OECD ພ້ອມກັບ ອົດສະຕາລີ, ທ່ານຮອງນາຍົກລັດຖະມົນຕີ ເລມີງຄາຍ ເຊື່ອໝັ້ນວ່າ ການເຂົ້າຮ່ວມ ແລະການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານລັດຖະມົນຕີ ແລະຄະນະຜູ້ແທນສະວິດ ຈະປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນຜົນສຳເລັດຂອງເວທີປາໄສປີນີ້.
ຕາມທ່ານຮອງນາຍົກລັດຖະມົນຕີ ເລມີງຄາຍ ແລ້ວ, ການພົວພັນທາງດ້ານການເມືອງ-ການທູດ ຂອງສອງປະເທດໃນໄລຍະມໍ່ໆມານີ້ໄດ້ດໍາເນີນຢ່າງຟົດຟື້ນດ້ວຍການແລກປ່ຽນຄະນະຜູ້ແທນຂັ້ນສູງ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ. ການພົວພັນນີ້ຄວນສືບຕໍ່ໄດ້ຮັບຮັກສາ, ສ້າງພື້ນຖານອັນໜັກແໜ້ນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະເປີດກວ້າງການຮ່ວມມືລະຫວ່າງສອງປະເທດ.
    |
 |
ທ່ານຮອງນາຍົກລັດຖະມົນຕີ ເລມີງຄາຍ ຕ້ອນຮັບທ່ານ Dominique Paravicini ລັດຖະມົນຕີກະຊວງເສດຖະກິດ, ການສຶກສາ ແລະຄົ້ນຄ້ວາສະວິດ. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານຮອງນາຍົກລັດຖະມົນຕີ ເລມີງຄາຍ ຖືວ່າ, ລັດຖະບານຫວຽດນາມ ຍາມໃດກໍ່ສະໜັບສະໜູນບັນດາວິສາຫະກິດເຂົ້າມາລົງທຶນຢູ່ ຫວຽດນາມ ເວົ້າລວມ, ໃນນັ້ນມີວິສາຫະກິດສະວິດ; ໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດສະວິດເປີດກວ້າງການລົງທຶນ ແລະດຳເນີນທຸລະກິດຍາວນານ...
ທ່ານຮອງນາຍົກລັດຖະມົນຕີ ເລມີງຄາຍ ກໍ່ສະແດງຄວາມປາດຖະໜາຢາກໃຫ້ສະວິດ ແລກປ່ຽນປະສົບການ, ໜູນຊ່ວຍຫວຽດນາມ ໃນການສ້າງລະບົບການສຶກສາທີ່ມີຄຸນນະພາບສູງ; ຊຸກຍູ້ການແລກປ່ຽນຮ່ວມມືລະຫວ່າງບັນດາຮາກຖານການສຶກສາຂອງສອງຝ່າຍ, ປະຕິບັດໂຄງການຮ່ວມສໍາພັນດ້ານບໍາລຸງສ້າງບັນດາຂະແໜງການທີ່ສະວິດ ມີທ່າແຮງ.
ສ່ວນທ່ານລັດຖະມົນຕີ Dominique Paravicini ໃຫ້ຮູ້ວ່າ: ຜ່ານການພົບປະ, ບັນດາວິສາຫະກິດສະວິດ ທີ່ພວມຜະລິດ, ດຳເນີນທຸລະກິດ ລ້ວນແຕ່ຕີລາຄາສູງຄວາມສາມາດບົ່ມຊ້ອນຂອງຫວຽດນາມ; ທ່ານມີຄວາມຫວັງ ແລະເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ບັນດາວິສາຫະກິດສະວິດ ຈະເຂົ້າມາລົງທຶນຢູ່ຫວຽດນາມ ຫຼາຍກວ່າ, ພ້ອມທັງຫວັງວ່າ, ໃນຕະຫຼາດສະວິດ ຈະມີບັນດາຜະລິດຕະພັນຂອງຫວຽດນາມ ໃຫ້ຫຼາຍຕື່ມອີກ.
ໂດຍ: ຈາງຫງວຽນ