ໃນໄລຍະຜ່ານມາ, ລັດຖະບານ, ນາຍົກລັດຖະມົນຕີໄດ້ປະກາດໃຊ້ມະຕິ, ເອກະສານຫຼາຍສະບັບ ເພື່ອຊີ້ນຳບັນດາກະຊວງ, ອົງການ, ທ້ອງຖິ່ນປະຕິບັດບັນດາມາດຕະການທີ່ເໝາະສົມຢ່າງຂ້ຽວຂາດ   ແລະມີປະສິດທິຜົນ ເພື່ອແນໃສ່ຍົກສູງຄວາມສາມາດເຂົ້າເຖິງ ແລະຄວາມສາມາດດຶງດູດທຶນສິນເຊື່ອຂອງພື້ນຖານເສດຖະກິດ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງ, ຊຸກຍູ້ການຟ້ືນຟູ ແລະພັດທະນາເສດຖະກິດ-ສັງຄົມ. ເຖິງຢ່າງໃດກໍ່ຕາມ, ການເຂົ້າເຖິງທຶນສິນເຊື່ອຍັງປະສົບຄວາມຫຍຸ້ງຍາກ, ການເຕີບໂຕສິນເຊື່ອບັນລຸລະດັບຕ່ຳ, ຮອດວັນທີ 11 ຕຸລາ 2023 ຫາກໍ່ບັນລຸ 6,29%, ຕ່ຳກວ່າຫຼາຍເມື່ອທຽບໃສ່ໄລຍະດຽວກັນປີ 2022 (11,12%) ແລະການກຳນົດທິດບໍລິຫານໝົດປີ 2023 (14-15%); ການເກັບລາຍຮັບເຂົ້າງົບປະມານແຫ່ງລັດໃນໄລຍະ 9 ເດືອນ ຄາດວ່າບັນລຸ 75,5%  ຂອງການຂຶ້ນແຜນງົບປະມານໃນປີ.

leftcenterrightdel
ພາບປະກອບຈາກ Chinhphu.vn

ເພື່ອແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງ, ເສີມຂະຫຍາຍແຫຼ່ງກຳລັງ, ຍົກສູງຄວາມສາມາດເຂົ້າເຖິງ, ດຶງດູດທຶນສິນເຊື່ອຂອງພື້ນຖານເສດຖະກິດ, ຊຸກຍູ້ການເຕີບໂຕຕິດພັນກັບການຮັກສາສະຖຽນລະພາບເສດຖະກິດມະຫາພາກ, ມານະພະຍາຍາມສູ້ຊົນປະຕິບັດເປົ້າໝາຍ, ຕົວເລກຄາດໝາຍຂອງແຜນການພັດທະນາເສດຖະກິດ-ສັງຄົມ, ງົບປະມານແຫ່ງລັດປີ 2023 ທີ່ໄດ້ວາງອອກໃຫ້ສຳເລັດສູງສຸດ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ທະນາຄານແຫ່ງລັດຫວຽດນາມ ເປັນເຈົ້າການ, ສົມທົບກັບບັນດາກະຊວງ, ອົງການທີ່ກ່ຽວຂ້ອງສືບຕໍ່ຄົ້ນຄວ້າຢ່າງລະອຽດ, ປະຕິບັດຢ່າງຂ້ຽວຂາດ, ມີປະສິດທິຜົນ ແລະທັນການກ່ຽວກັບບັນດາໜ້າທີ່, ມາດຕະການທີ່ລະບຸໄວ້ໃນມະຕິສະບັບເລກທີ 01/NQ-CP ລົງວັນທີ 6 ມັງກອນ 2023 ຂອງລັດຖະບານ, ບັນດາມະຕິກອງປະຊຸມລັດຖະບານສະໄໝສາມັນ, ເອກະສານຊີ້ນຳຂອງການນຳລັດຖະບານ ແລະຂໍ້ກຳນົດຂອງກົດໝາຍ, ຕິດແທດກັບການເໜັງຕີງຂອງຕະຫຼາດ ເພື່ອບໍລິຫານນະໂຍບາຍເງິນຕາຢ່າງເປັນເຈົ້າການ, ມີໄຫວພິບ, ທັນການ ແລະມີປະສິດທິຜົນ, ໃຫ້ບຸລິມະສິດແກ່ການຊຸກຍູ້ການເຕີບໂຕຕິດພັນກັບການຮັບປະກັນສະຖຽນລະພາບເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຮັບປະກັນຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ, ຄວາມປອດໄພກ່ຽວກັບລະບົບຂອງບັນດາອົງການຈັດຕັ້ງສິນເຊື່ອ; ບໍລິຫານບັນດາເຄື່ອງມືນະໂຍບາຍເງິນຕາ: ອັດຕາແລກປ່ຽນ, ດອກເບ້ຍ, ສະໜອງເງິນ... ຢ່າງມີໄຫວພິບ, ຄົບຊຸດ, ມີປະສິດທິຜົນ ເພື່ອສືບຕໍ່ແກ້ໄຂຄວາມຫຍຸ້ງຍາກ, ຕອບສະໜອງຄວາມຕ້ອງການດ້ານທຶນຮອນຕາມຄວາມສາມາດຂອງພື້ນຖານເສດຖະກິດເພື່ອຊຸກຍູ້ການຜະລິດ, ດຳເນີນທຸລະກິດ, ສ້າງວຽກເຮັດງານທຳ, ການຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນ...

ກະຊວງການເງິນເປັນເຈົ້າການ, ສົມທົບກັບບັນດາກະຊວງ, ອົງການ, ທ້ອງຖິ່ນຈັດຕັ້ງ, ຜັນຂະຫຍາຍການບໍລິຫານນະໂຍບາຍປີການເງິນເປີດກວ້າງຢ່າງເໝາະສົມ, ມີຈຸດສຸມ, ຈຸດໃຈກາງ, ມີປະສິດທິຜົນ, ສົມທົບກັນຢ່າງຄົບຊຸດ, ແໜ້ນແຟ້ນ, ກົມກຽວດ້ວຍນະໂຍບາຍເງິນຕາ ເພື່ອຊຸກຍູ້ການລົງທຶນ, ໂດຍສະເພາະແມ່ນການລົງທຶນນອກລັດ, ຍູ້ແຮງການລົງທຶນພາກລັດ ເພື່ອຮັບໃຊ້ໃຫ້ແກ່ການເຕີບໂຕ, ຮັບປະກັນສະຖຽນລະພາບດ້ານເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຮັບປະກັນຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ.

ໂດຍ: ແສງເດືອນ