ເປີດການນໍາໃຊ້ເສັ້ນທາງລົດໄຟ Metro ເລກ 1, ກຳລັງໜູນເພື່ອພັດທະນາປະເທດຊາດ
ຕອນເຊົ້າວັນທີ 9 ມີນາ, ເສັ້ນທາງລົດໄຟ metro ເລກ 1 (ສາຍ ບັນແທັ່ງ - ຊ໊ວຍຕຽນ) ໄດ້ເປີດການນໍາໃຊ້ຢ່າງເປັນທາງການ, ພາຍຫຼັງທີ່ທົດລອງເຄື່ອນໄຫວການຄ້າເປັນເວລາ 2 ເດືອນ.
ພິທີໄດ້ຈັດຂຶ້ນຢູ່ເຂດເທິງສະຖານນີລົດໄຟເບັນແທັ່ງ, ເມືອງ 1, ນະຄອນ ໂຮ່ຈີມິນ, ເນື່ອງໃນໂອກາດຈັດງານບຸນ ຫວຽດນາມ - ຍີ່ປຸ່ນ ຄັ້ງທີ 10 ເພື່ອສະແດງໃຫ້ເຫັນນ້ຳໃຈມິດຕະພາບລະຫວ່າງສອງປະເທດ, ດ້ວຍການເຂົ້າຮ່ວມຂອງການນຳຍີ່ປຸ່ນ, ຫວຽດນາມ ແລະພໍ່ແມ່ປະຊາຊົນນະຄອນເປັນຈຳນວນຫຼາຍ. ສາຍລົດໄຟຟ້າ metro ເລກ 1 (ສາຍ ບັນແທັ່ງ - ຊ໊ວຍຕຽນ) ມີລວງຍາວ 19,7 ກມ, ລວມມີສະຖານີລົດໄຟ 14 ແຫ່ງ, ເຊື່ອມຕໍ່ໃຈກາງນະຄອນໂຮ່ຈີມິນ ກັບນະຄອນ ຖູດຶກ. ພາຍຫຼັງນຳເຂົ້າການເຄື່ອນໄຫວແຕ່ວັນທີ 22 ທັນວາ 2024, ສາຍລົດໄຟດັ່ງກ່າວ ໄດ້ຮັບໃຊ້ການໄປມາຂອງຜູ້ໂດຍສານກວ່າ 5 ລ້ານເທື່ອຄົນ.
    |
 |
ພິທີເປີດການນໍາໃຊ້ເສັ້ນທາງລົດໄຟ metro ເລກ 1 (ສາຍ ບັນແທັ່ງ - ຊ໊ວຍຕຽນ. ພາບ: daibieunhandan.vn |
ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນວັນເດືອກ ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ຢືນຢັນວ່າ ລົດໄຟຟ້າ metro ເລກ 1 ແມ່ນກິດຈະກຳຄົມມະນາຄົມທັນສະໄໝ, ມີຄວາມໝາຍສຳຄັນສຳລັບການພັດທະນາເສດຖະກິດ - ສັງຄົມຂອງນະຄອນ. ທາງນະຄອນສູ້ຊົນຮອດປີ 2035 ຈະກໍ່ສ້າງສຳເລັດ 7 ສາຍລົດໄຟເຂດຕົວເມືອງ, ດ້ວຍລວງຍສວ 355 ກມ, ເພື່ອໃຫ້ຄົມມະນາຄົມສາທາລະນະຕອບສະໜອງ 50% ຄວາມຕ້ອງການໄປມາຂອງພໍ່ແມ່ປະຊາຊົນ.
ສ່ວນທ່ານນາງ Miyazaki Katsura, ຮອງຫົວໜ້າປະຈຳຂັ້ນສູງ ຂອງອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປາດຖະໜາຢາກສືບຕໍ່ຮ່ວມມືພັດທະນາບັນດາໂຄງການເສັ້ນທາງລົດໄຟຕົວເມືອງຕື່ມອີກ, ບໍ່ພຽງແຕ່ຢູ່ນະຄອນ ໂຮ່ຈີມິນ ເທົ່ານັ້ນ, ຫາກຍັງຢູ່ບັນດາທ້ອງຖິ່ນອື່ນຂອງ ຫວຽດນາມ ອີກດ້ວຍ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ