ຫວຽດນາມ - ອາເມລິກາ ມຸ່ງໄປເຖິງບັນລຸຂໍ້ຕົກລົງການຄ້າສອງຝ່າຍໂດຍໄວ
ກປ.ອອນໄລ - ວັນທີ 10 ເມສາ (ຕາມເວລາທ້ອງຖິ່ນ), ໃນຂອບເຂດການຢ້ຽມຢາມອາເມລິກາ ໃນຖານະເປັນທູດພິເສດຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເພື່ອປຶກສາຫາລືບັນຫາເສດຖະກິດ-ການຄ້າສອງຝ່າຍ, ທ່ານ ໂຮ່ດຶກເຟິກ ຮອງນາຍົກລັດຖະມົນຕີ ໄດ້ເຮັດວຽກກັບທ່ານ Scott Bessent ລັດຖະມົນຕີກະຊວງການເງິນອາເມລິກາ ແລະ ທ່ານ Howard Lutnick ລັດຖະມົນຕີກະຊວງການຄ້າອາເມລິກາ.
ທີ່ການພົບປະກັບທ່ານ Scott Bessent, ທ່ານ ໂຮ່ດຶກເຟິກ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບອາເມລິກາ, ປາດຖະໜາຢາກຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າຕາມທິດດຸນດ່ຽງກັນ, ກົມກຽວ ແລະຍືນຍົງ. ທ່ານຮອງນາຍົກລັດຖະມົນຕີ ຕີລາຄາສູງຕໍ່ເລື່ອງສອງຝ່າຍເຫັນດີເປັນເອກະພາບເລີ່ມດຳເນີນການເຈລະຈາກ່ຽວກັບຂໍ້ຕົກລົງການຄ້າຕ່າງກັນ, ໃນນັ້ນມີຂໍ້ຕົກລົງກ່ຽວກັບພາສີ; ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເຈລະຈາ, ສະເໜີໃຫ້ສອງຝ່າຍຈະແລກປ່ຽນລະອຽດໂດຍໄວ ເພື່ອບັນລຸໄດ້ຂໍ້ຕົກລົງໃນໄລຍະໄວທີ່ສຸດ, ຜ່ານນັ້ນປະກອບສ່ວນຊຸກຍູ້ການພົວພັນດ້ານເສດຖະກິດ-ການຄ້າສອງຝ່າຍພັດທະນາຢ່າງເປັນປົກກະຕິ, ຍືນຍົງ, ຕອບສະໜອງຜົນປະໂຫຍດຂອງປະຊາຊົນ ແລະວິສາຫະກິດສອງປະເທດ.
ສ່ວນທ່ານ Scott Bessent ລັດຖະມົນຕີກະຊວງການເງິນອາເມລິກາ ຕີລາຄາສູງຕໍ່ເລື່ອງສອງປະເທດເຫັນດີເຈລະຈາກ່ຽວກັບຂໍ້ຕົກລົງການຄ້າສອງຝ່າຍ; ທ່ານໃຫ້ຮູ້ວ່າ ລັດຖະບານອາເມລິກາ ໄດ້ແຕ່ງຕັ້ງທ່ານເປັນຫົວໜ້າຄະນະເຈລະຈາກັບຫວຽດນາມ. ທ່ານ Scott Bessent ສະແດງຄວາມເຊື່ອໝັ້ນວ່າ ສອງຝ່າຍຈະບັນລຸໄດ້ມາດຕະການແກ້ໄຂເໝາະສົມ ເພື່ອຊຸກຍູ້ການພົວພັນດ້ານເສດຖະກິດ-ການຄ້າ ເປັນປົກກະຕິ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ.
    |
 |
ທ່ານ Scott Bessent ລັດຖະມົນຕີການເງິນອາເມລິກາ ເປັນຜູ້ທີ່ນໍາໜ້າຝ່າຍອາເມລິກາ ດໍາເນີນການເຈລະຈາກ່ຽວກັບຂໍ້ຕົກລົງການຄ້າສອງຝ່າຍກັບຫວຽດນາມ. ພາບ:baochinhphu.vn |
ທີ່ການພົບປະກັບທ່ານ Howard Lutnick ລັດຖະມົນຕີກະຊວງການຄ້າອາເມລິກາ, ທ່ານ ໂຮດຶກເຟິກ ຖືວ່າ ເລື່ອງສອງຝ່າຍເຫັນດີເລີ່ມດຳເນີນການເຈລະຈາກ່ຽວກັບຂໍ້ຕົກລົງການຄ້າສອງຝ່າຍມີຄວາມໝາຍສຳຄັນທີ່ສຸດ, ສອດຄ່ອງກັບຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ອາເມລິກາ. ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງການຄ້າອາເມລິກາ ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການ, ອົງການທີ່ກ່ຽວຂ້ອງຂອງຫວຽດນາມ ໃນວິວັການເຈລະຈາ.
ທ່ານ Howard Lutnick ຢືນຢັນວ່າ ກະຊວງການຄ້າອາເມລິກາ ຈະສົມທົບກັນຢ່າງແໜ້ນແຟ້ນກັບຫວຽດນາມ ໃນການເຈລະຈາ ແລະ ແກ້ໄຂບັນດາບັນຫາທີ່ເກີດຂຶ້ນໃນການພົວພັນດ້ານເສດຖະກິດ ແລະ ການຄ້າສອງຝ່າຍ, ມຸ່ງໄປເຖິງຂໍ້ຕົກລົງທີ່ເໝາະສົມ, ປະກອບສ່ວນເຂົ້າໃນການພັດທະນາຂອງ ອາເມລິກາ ແລະ ຫວຽດນາມ.
ໂດຍ: ທູຈາງ