ບຸກທະລຸລະບອບລະບຽບການ, ເປີດທາງບັນລຸການເຕີບໂຕສອງຕົວເລກ

ນະຄອນ ໂຮ່ຈີມິນ ເຄີຍໄດ້ຮູ້ຈັກກັນວ່າ ເປັນນະຄອນຢືນອັນດັບໜຶ່ງຂອງທົ່ວປະເທດກ່ຽວກັບເສດຖະກິດ, ເປັນເຈົ້າຂອງ 1/3 ຂອງຈໍານວນວິສາຫະກິດທັງໝົດໃນທົ່ວປະເທດ; ແຕ່ວ່າບົດບາດນີ້ມີສ່ວນຫຼຸດລົງແຕ່ປີ 2024. ສະນັ້ນ, ພາຍຫຼັງເກືອບ 40 ປີແຫ່ງການປ່ຽນແປງໃໝ່, ຖ້າຢາກມີການເຕີບໂຕສອງຕົວເລກ, ຕ້ອງມີມາດຕະການທີ່ມີປະສິດທິຜົນ, ມີການປະຕິຮູບທີ່ມີລັກສະນະປະຕິວັດ, ຄືສະໄໝປ່ຽນແປງໃໝ່ຈາກການເກື້ອກູນໄປສູ່ຕະຫຼາດສິນຄ້າ; ຊໍ້າບໍ່ໜໍາແມ່ນລື່ນໄລຍະແຕ່ປີ 1992 ເຖິງ 1997, ເມື່ອລະດັບເຕີບໂຕ GDP ຂຶ້ນເຖິງ 8,8 - 9%, ໃນນັ້ນມີປີ ບັນລຸ 9,4%.

leftcenterrightdel
ແຕ່ຕົ້ນປີມາຮອດປັດຈຸບັນ, ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງກອງປະຊຸມ, ການປຶກສາຫາລືຫຼາຍຄັ້ງເພື່ອຊອກຫາມາດຕະການປະຕິບັດເປົ້າໝາຍເຕີບໂຕເສດຖະກິດສອງຕົວເລກໃຫ້ມີປະສິດທິຜົນ. ພາບ: ເລດິງ

ຕາມ ຮສຈ, ປອ ເຈິ່ນດິ່ງທຽນ ອະດີດຫົວໜ້າສະຖາບັນເສດຖະກິດຫວຽດນາມ, ການເຕີບໂຕສອງຕົວເລກແມ່ນເປົ້າໝາຍ ແລະແມ່ນການຕັດສິນໃຈຢ່າງຈະແຈ້ງ ແຕ່ບໍ່ແມ່ນເລື່ອງງ່າຍດາຍ. ເບິ່ງຕົວຈິງ, ໃນເກືອບ 40 ປີແຫ່ງການປ່ຽນແປງໃໝ່, ທົ່ວປະເທດມີແຕ່ 2 ປີ ທີ່ບັນລຸລະດັບເຕີບໂຕກວ່າ 9%, ບໍ່ທັນມີປີໃດທີ່ບັນລຸລະດັບ 10% ຈັກເທື່ອ. ບັນດາໝາກຜົນທີ່ເປັນໄປໄດ້, ຕັ້ງໜ້າໃນຊຸມປີມໍ່ໆມານີ້ສ່ວນຫຼາຍກໍອີງໃສ່ການເຕີບໂຕຂອງກຸ່ມວິສາຫະກິດ FDI ແລະສົ່ງອອກ; ໃນຂະນະນັ້ນ, ວິສາຫະກິດພາຍໃນປະເທດ ໄດ້ຫຼຸດລົງຢ່າງຕໍ່ເນື່ອງ, ກໍາລັງຊື້ພາຍໃນຍັງອ່ອນແອ, ການປ່ອຍເງິນລົງທຶນພາກລັດຍັງຕໍ່າກວ່າເປົ້າໝາຍ.

ປະເຊີນໜ້າກັບສິ່ງທ້າທາຍທີ່ກ່າວມາຂ້າງເທິງນັ້ນ, ສະຫາຍ ຫງວຽນວັນເດືອກ ປະທານຄະນະກໍາມະການປະຊາຊົນນະຄອນ ໂຮ່ຈີມິນ ໃຫ້ຂໍ້ສັງເກດວ່າ ເພື່ອບັນລຸການເຕີບໂຕທີ່ບຸກທະລຸ, ອໍານາດການປົກຄອງນະຄອນກໍເດັດດ່ຽວປ່ຽນແປງຈິນຕະນາການຈາກພື້ນຖານການບໍລິຫານສາທາລະນະ ໄປສູ່ການຮັບໃຊ້, ຖືປະຊາຊົນ, ວິສາຫະກິດ ແມ່ນໃຈກາງຂອງທຸກການເຄື່ອນໄຫວ; ຢັ້ງຢືນວ່າ ປະຊາຄົມວິສາຫະກິດແມ່ນແຫຼ່ງກໍາລັງພັດທະນາທີ່ສໍາຄັນຂອງນະຄອນເວົ້າສະເພາະເວົ້າລວມແມ່ນທົ່ວປະເທດ.

ວາງມາດຕະການ, ເປີດ “ເລື່ອງລາວ” ຂອງການເຕີບໂຕບຸກທະລຸ

ນະຄອນ ໂຮ່ຈີມິນ ຕ້ອງເບິ່ງອະນາຄົດທີ່ຍາວໄກກວ່າເພື່ອບັນລຸໄດ້ການເຕີບໂຕເສດຖະກິດແບບຍືນຍົງ. ສະນັ້ນ, ໃຜກໍຕ້ອງປະກອບຄໍາຄິດເຫັນທີ່ມີຄຸນນະພາບ, ເພື່ອເຂົ້າຮ່ວມວິວັດການບືນຕົວຂຶ້ນຂອງຊາດ.

ທ່ານ ຫງວຽນແອັງດຶກ ປະທານສະມາຄົມບັນດານັກຂາຍຍ່ອຍຫວຽດນາມ, ຜູ້ອໍານວຍການສະຫະພັນສະຫະກອນການຄ້ານະຄອນ ໂຮ່ຈີມິນ (Saigon Co.op)  ຖືວ່າບົດບາດຂອງການຄ້າຂາຍຍ່ອຍໄດ້ສົ່ງຜົນກະທົບອັນໃຫຍ່ຫຼວງເຖິງການປະຕິບັດສໍາເລັດເປົ້າໝາຍເຕີບໂຕສອງຕົວເລກ. ເພື່ອໃຫ້ຂົງເຂດນີ້ໄດ້ເສີມຂະຫຍາຍຄວາມສາມາດບົ່ມຊ້ອນຢ່າງສຸດຂີດ, ກ່ອນອື່ນໝົດແມ່ນຕ້ອງຟື້ນຟູ ແລະປັບປຸງຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ, ປັບປຸງ “ຄວາມເຂັ້ມແຂງ” ຂອງວິສາຫະກິດຜ່ານນະໂຍບາຍໜູນຊ່ວຍຢ່າງທັນການ ແລະສອດຄ່ອງຈາກລັດ.

leftcenterrightdel
ຕະຫຼາດຂາຍຍ່ອຍ ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາມາດຕະການສໍາຄັນເພື່ອເຕີບໂຕສອງຕົວເລກ. ພາບ: ເລດິງ

ອີກມາດຕະການໜຶ່ງ, ທີ່ວາລະປະຊຸມກ່ຽວກັບສະພາບການເສດຖະກິດ-ສັງຄົມໃນບໍລິເວນນະຄອນໂຮ່ຈີມິນ ໃນໄລຍະຜ່ານມາ, ສະຫາຍ ນາງ ເລທິຮວິ່ງມາຍ ຫົວໜ້າພະແນກແຜນການ ແລະການລົງທຶນນະຄອນໂຮ່ຈີມິນ ຖືວ່າ ຕ້ອງສຸມໃສ່ເຂົ້າໃນການປ່ອຍເງິນລົງທຶນພາກລັດ ແລະລະດົມເງິນລົງທຶນໃນທົ່ວສັງຄົມ. ຈະປະຕິບັດໃຫ້ສໍາເລັດວຽກງານຕັດສິນການລົງທຶນຂອງບັນດາກຸ່ມໂຄງການ ທີ່ຄາດວ່າ ຈະລົງມືກໍ່ສ້າງໃນປີ 2025 ແຕ່ຊຸມເດືອນຕົ້ນປີ.

ນະຄອນ ກໍສຸມໃສ່ແກ້ໄຂບັນດາໂຄງການທີ່ຍັງຄ້າງ, ຢຸດການກໍ່ສ້າງ. ຊາບຊຶມການແກ້ໄຂບົນເນື້ອໃນຈິດໃຈຮ່ວມແຮງຮ່ວມໃຈ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ, ຈິນຕະນາການຮັບໃຊ້, ຖືວິສາຫະກິດ ແມ່ນກໍາລັງໜູນ, ແຫຼ່ງກໍາລັງເພື່ອພັດທະນາ; ຊຸກຍູ້ການຮ່ວມມືພາກລັດ-ພາກເອກະຊົນ ໃນການພັດທະນາພື້ນຖານໂຄງລ່າງ. ສໍາລັບລັດວິສາຫະກິດ, ນະຄອນ ຈະກໍ່ສ້າງແຜນຮ່າງໃນການສ້າງໂຄງປະກອບຄືນໃໝ່, ເອົາໃຈໃສ່ຍົກສູງຄຸນຄ່າເຄື່ອງໝາຍການຄ້າ, ປະຢັດຄ່າໃຊ້ຈ່າຍໃຫ້ໄດ້ຢ່າງສຸດຂີດ, ຫັນບັນດາແຫຼ່ງກໍາລັງກ່ຽວກັບທຶນ, ທີ່ດິນໃຫ້ດີທີ່ສຸດ; ສໍາລັບການລົງທຶນພາກເອກະຊົນທີ່ຢູ່ພາຍໃນປະເທດ, ແມ່ນສຸມໃສ່ກະກຽມທີ່ດິນ, ການວາງແຜນຜັງ, ລະບຽບການ ເພື່ອຊຸກຍູ້ການປະຕິບັດ 84 ໂຄງການ ທີ່ຂຶ້ນກັບບັນຊີລາຍຊື່ດຶງດູດການລົງທຶນໄລຍະ 2024-2025.

ໂດຍ: ໄຊຊະນະ