ບາດກ້າວການຫັນປ່ຽນເປັນສີຂຽວ
ຫວຽດນາມ ພວມມີບາດກ້າວເດີນທີ່ສຳຄັນໃນການຫັນເປັນສີຂຽວ ແລະຊຸກຍູ້ວິທະຍາສາດ - ເຕັກໂນໂລຢີ ເພື່ອຮັບໃຊ້ຂະບວນການນີ້. ດ້ວຍຄຳໝັ້ນສັນຍາເພື່ອບັນລຸການປ່ອຍອາຍພິດລົງເປັນ 0 ໃນປີ 2050 ຢູ່ COP26, ລັດຖະບານໄດ້ປະກາດໃຊ້ຫຼາຍນະໂຍບາຍຍຸດທະສາດເພື່ອແນໃສ່ຊຸກຍູ້ການເຕີບໂຕສີຂຽວ, ປັບປຸງລະບອບລະບຽບການໃຫ້ສົມບູນ ແລະສົ່ງເສີມການລົງທຶນໃນຂະແໜງການແບບຍືນຍົງ.
ກ່ຽວກັບການຫັນເປັນສີຂຽວ, ຫວຽດນາມ ໄດ້ສ້າງຍຸດທະສາດແຫ່ງຊາດກ່ຽວກັບການເຕີບໂຕສີຂຽວໄລຍະ 2021-2030, ວິໄສທັດຮອດປີ 2050 ແລະໄດ້ປະກາດໃຊ້ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ 2020, ສ້າງກອບນິຕິກໍາ ແລະນະໂຍບາຍເພື່ອພັດທະນາເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ຕະຫຼາດເຄຼດິດກາກບອນ. ບັນດານະໂຍບາຍບຸລິມະສິດດ້ານພາສີ ແລະສິນເຊື່ອສີຂຽວກໍ່ກໍາລັງຜັນຂະຫຍາຍເພື່ອດຶງດູດວິສາຫະກິດເຂົ້າໃນຂົງເຂດພະລັງງານທົດແທນ, ການຜະລິດສີຂຽວ ແລະ logistics ແບບຍືນຍົງ.
    |
 |
ທ່ານ ປອ ຫງວຽນສີ້ຢຸ້ງ ຖືວ່າ ຫວຽດນາມ ຍັງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງໃນການຫັນປ່ຽນສີຂຽວ ແລະການນຳໃຊ້ວິທະຍາສາດ ເຕັກໂນໂລຢີ. ພາບ: Viet Times |
ໃນຂະແໜງພະລັງງານ, ຫວຽດນາມ ກາຍເປັນໜຶ່ງໃນບັນດາປະເທດແຖວໜ້າໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ກ່ຽວກັບພະລັງງານແສງຕາເວັນ ແລະແຮງລົມ, ດ້ວຍກຳລັງການຜະລິດພະລັງງານທົດແທນບັນລຸກວ່າ 25 GW ໃນປີ 2023. ການວາງແຜນກຳນົດໄຟຟ້າ VIII ໄດ້ກຳນົດໄລຍະທາງເພື່ອຄ່ອຍໆຫຼຸດຜ່ອນພະລັງງານຖ່ານຫີນລົງເທື່ອລະກ້າວ, ຍູ້ແຮງການຜະລິດພະລັງງານແຮງລົມ, ແສງຕາເວັນ ແລະພັດທະນາໄຮໂດເຈນສີຂຽວ.
ໃນດ້ານເສດຖະກິດໝູນວຽນ, ບາງຂະແໜງການເຊັ່ນ: ພຼາດສະຕິກ, ແຜ່ນແພ, ເຫຼັກກ້າ ແລະຊີມັງ ໄດ້ນຳໃຊ້ຮູບແບບການລີໄຊເຄີນແລະນໍາໃຊ້ວັດສະດຸທີ່ເປັນມິດກັບສິ່ງແວດລ້ອມ. ບັນດາຕົວເມືອງໃຫຍ່ເຊັ່ນ TP. ນະຄອນໂຮ່ຈີມິນ ແລະ ຮ່າໂນ້ຍ ພວມທົດລອງລະບົບຄຸ້ມຄອງສິ່ງເສດເຫຼືອທີ່ສະຫຼາດ ເພື່ອຫຼຸດຜ່ອນມົນລະພິດ ແລະນຳໃຊ້ຊັບພະຍາກອນລີໄຊເຄີນ. ໃນຂົງເຂດຄົມມະນາຄົມສີຂຽວ, ຫວຽດນາມ ພວມຍູ້ແຮງການພັດທະນາລົດໄຟຟ້າ ແລະບັນດານະໂຍບາຍໜູນຊ່ວຍ, ຄື: ຍົກເວັ້ນພາສີການຈົດທະບຽນ ແລະຫຼຸດຜ່ອນຄ່າຈົດທະບຽນ. ພ້ອມກັນນັ້ນ, ຕົວເມືອງໃຫຍ່ກໍພວມລົງທຶນພັດທະນາລະບົບ metro ແລະລົດເມໄຟຟ້າເພື່ອຫຼຸດຜ່ອນການລະບາຍອາຍພິດເຮືອນແກ້ວ.
ເຕັກໂນໂລຊີດີຈີຕອນ, ລວມທັງປັນຍາປະດິດ (AI), ອິນເຕີເນັດຊັບພະສິ່ງ (IoT) ແລະຂໍ້ມູນໃຫຍ່, ກຳລັງໄດ້ນໍາໃຊ້ເຂົ້າໃນການຕິດຕາມກວດກາສິ່ງແວດລ້ອມ, ຫັນລະບົບໄຟຟ້າແລະການຄຸ້ມຄອງຕົວເມືອງທີ່ສະຫຼາດໃຫ້ດີທີ່ສຸດ. ກະຊວງກະສິກໍາ ແລະຊັບພະຍາກອນທໍາມະຊາດ ກໍ່ພວມຜັນຂະຫຍາຍບັນດາມາດຕະການ blockchain ເພື່ອແນໃສ່ຕິດຕາມ ແລະການທຳທຸລະກຳເຄຼດິດກາກບອນ ທີ່ມີຄວາມໂປ່ງໃສຫຼາຍຂຶ້ນ.
ໃນຂົງເຂດກະສິກຳແບບຍືນຍົງ, ເຕັກໂນໂລຊີຊີວະພາບພວມໄດ້ຮັບການນຳໃຊ້ເພື່ອພັດທະນາແນວພັນພືດທີ່ມີຄວາມທົນທານຕໍ່ໄພແຫ້ງແລ້ງ ແລະທົນຕໍ່ຄວາມເຄັມ ເພື່ອປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດຢູ່ເຂດທົ່ງພຽງແມ່ນ້ຳຂອງ. ພ້ອມດຽວກັນນັ້ນ, ລະບົບນິເວດນະວັດຕະກໍາສີຂຽວ ກໍ່ກຳລັງຄ່ອຍໆກໍ່ຮ່າງສ້າງຕົວຂຶ້ນ, ດ້ວຍການກຳເນີດຂອງ startups ຈໍານວນຫຼາຍເພື່ອພັດທະນາຜະລິດຕະພັນ ແລະມາດຕະການທີ່ຍືນຍົງ.
ມຸ່ງໄປເຖິງຮູບແບບທີ່ສອດຄ່ອງກັບທໍາມະຊາດ
ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ຍັງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງໃນການຫັນປ່ຽນສີຂຽວ ແລະການນຳໃຊ້ວິທະຍາສາດເຕັກໂນໂລຢີ. ເຖິງວ່າໄດ້ມີຄວາມກ້າວໜ້າຫຼາຍກໍ່ຕາມ, ແຕ່ລະບົບກົດໝາຍ ແລະນະໂຍບາຍຍັງບໍ່ທັນຄົບຊຸດ, ເຮັດໃຫ້ມີອຸປະສັກຫຼາຍຢ່າງໃນການຈັດຕັ້ງປະຕິບັດຕົວຈິງ.
ປະຈຸບັນ, ຫວຽດນາມ ຍັງບໍ່ທັນມີກົນໄກກຳນົດລາຄາກາກບອນທີ່ສົມບູນ, ໃນຂະນະທີ່ຕະຫຼາດເຄຼດິດກາກບອນ ຫາກໍ່ກຳລັງຢູ່ໃນໄລຍະທົດລອງ ແລະຍັງບໍ່ທັນມີກອບລາຄາລະອຽດ. ສິ່ງດັ່ງກ່າວໄດ້ເຮັດໃຫ້ວິສາຫະກິດພົບຄວາມຫຍຸ້ງຍາກໃນການລົງທຶນເຂົ້າໂຄງການຫຼຸດຜ່ອນການປ່ອຍອາຍພິດ ແລະພັດທະນາພະລັງງານສະອາດ.
    |
 |
ການພັດທະນາແຫຼ່ງຊັບພະຍາກອນມະນຸດໃນຂະແໜງການເຕັກໂນໂລຊີສູງຈະເປັນປັດໄຈຫຼັກແຫຼ່ງຊ່ວຍໃຫ້ຫວຽດນາມ ນຳທັນກັບທ່າອ່ຽງຂອງໂລກ. ພາບ: baochinhphu.vn |
ການເພິ່ງພາເຕັກໂນໂລຊີຈາກຕ່າງປະເທດເປັນອຸປະສັກອັນໃຫຍ່ຫຼວງໃນການຫັນເປັນຂອງພາຍໃນແລະຍົກສູງກຳລັງຄວາມສາມາດໃນການແຂ່ງຂັນໃນຂົງເຂດພະລັງງານທົດແທນ, ລົດໄຟຟ້າແລະການເກັບຮັກສາໄຟຟ້າ. ຕາມກະຊວງອຸດສາຫະກຳ ແລະການຄ້າແລ້ວ, ປະມານ 80% ເຄື່ອງອຸປະກອນໃນໂຄງການພະລັງງານໄຟຟ້າແສງຕາເວັນ ແລະແຮງລົມຂອງຫວຽດນາມ ຕ້ອງໄດ້ນຳເຂົ້າ, ຕົ້ນຕໍແມ່ນຈາກ ຈີນ ແລະ ເອີລົບ. ໃນຂະແໜງລົດໄຟຟ້າ, ເຄື່ອງອາໄລ໋ທີ່ສໍາຄັນເຊັ່ນ: ໝໍ້ໄຟ, ມໍເຕີໄຟຟ້າແລະຊິບຄວບຄຸມ ຍັງຕ້ອງໄດ້ນໍາເຂົ້າ, ເຮັດໃຫ້ຕົ້ນທຶນການຜະລິດສູງກວ່າ ເມື່ອທຽບໃສ່ບັນດາປະເທດທີ່ມີລະບົບຕ່ອງໂສ້ການສະໜອງທີ່ສົມບູນ.
ຄຽງຂ້າງນັ້ນ, ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງດ້ານວິທະຍາສາດ - ເຕັກໂນໂລຢີສີຂຽວ ຍັງບໍ່ສາມາດຕອບສະໜອງຄວາມຕ້ອງການພັດທະນາ. ຂົງເຂດທີ່ສໍາຄັນເຊັ່ນ AI, IoT ແລະ blockchain ທີ່ໝູນໃຊ້ເຂົ້າໃນການຫັນເປັນສີຂຽວ ກຳລັງຢູ່ໃນໄລຍະເລີ່ມຕົ້ນ, ຕົ້ນຕໍແມ່ນສຸມໃສ່ບໍລິສັດເຕັກໂນໂລຢີຂະໜາດໃຫຍ່ແລະຍັງບໍ່ທັນເປັນທີ່ນິຍົມຢ່າງກວ້າງຂວາງໃນວິສາຫະກິດການຜະລິດສີຂຽວ.
ສິ່ງທ້າທາຍທີ່ກ່າວມາຂ້າງເທິງນີ້ໄດ້ວາງຄວາມຮຽກຮ້ອງຕ້ອງການອັນຮີບດ່ວນໃນການປະຕິຮູບນະໂຍບາຍ, ຍົກສູງກຳລັງຄວາມສາມາດດ້ານເຕັກໂນໂລຊີຢູ່ພາຍໃນປະເທດ ແລະພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ. ຫວຽດນາມ ຕ້ອງປັບປຸງຕະຫຼາດເຄຼດິດກາກບອນໃຫ້ສົມບູນໂດຍໄວ, ສ້າງກອບນິຕິກຳທີ່ໝັ້ນຄົງໃຫ້ແກ່ການລົງທຶນສີຂຽວ, ຫຼຸດຜ່ອນການເພິ່ງພາອາໄສເຕັກໂນໂລຊີນຳເຂົ້າ ດ້ວຍການສົ່ງເສີມການຄົ້ນຄວ້າ ແລະຜະລິດຢູ່ພາຍໃນປະເທດ. ພ້ອມກັນນັ້ນ, ຕ້ອງສ້າງຕັ້ງກອງທຶນການລົງທຶນສີຂຽວ, ປັບປຸງກົນໄກການປະມູນ ແລະຫຼຸດອັດຕາດອກເບ້ຍເງິນກູ້ໃຫ້ແກ່ບັນດາວິສາຫະກິດໃນຂົງເຂດຫັນເປັນສີຂຽວ.
ໂດຍ: ຈາງຫງວຽນ