ດ້ວຍມູມມອງທີ່ກວ້າງໄກ, ຈິນຕະນາການກ່ອນ ແລະຄວາມຕັດສິນໃຈປ່ຽນແປງໃໝ່ປະດິດສ້າງ, ແຂວງບິ່ງເຢືອງ ພວມບືນຂຶ້ນກາຍເປັນຈຸດພົ້ນເດັ່ນໃນເຂດເສດຖະກິດຈຸດສຸມພາກໃຕ້, ມຸ່ງໄປເຖິງເປົ້າໝາຍເຕີບໂຕຂຽວຕິດພັນກັບລະບົບນິເວດອັດສະລິຍະ, ເປັນຕົວແບບ.

ບົດທີ 1: ພັດທະນາບົນພື້ນຖານນະຄອນອັດສະລິຍະ

ພາຍຫຼັງກວ່າ ¼ ທົດສະວັດທີ່ແຍກອອກຈາກແຂວງຊົງແບ໊ ກ່ອນໜ້ານີ້, ແຂວງບິ່ງເຢືອງ ໄດ້ຫັນປ່ຽນຈາກເຂດດິນກະສິກຳກາຍເປັນສູນອຸດສາຫະກຳທີ່ຟົດຟື້ນດ້ວຍໂຄງປະກອບອຸດສາຫະກຳ-ການຄ້າ-ການບໍລິການ ກວມເອົາເກືອບ 97%, ດຶງດູດການລົງທຶນພາຍໃນ ແລະຕ່າງປະເທດ ຍາມໃດກໍ່ນອນໃນທອັບນຳໜ້າໃນທົ່ວປະເທດ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ... ນັ້ນແມ່ນໜາກຜົນທີ່ຢັ້ງຢືນເຖິງຈິດໃຈທີ່ເປັນເຈົ້າການ, ຂ້ຽວຂາດຂອງຄະນະພັກແຂວງ, ຄະນະກຳມະການປະຊາຊົນແຂວງ ແລະທົ່ວລະບົບການເມືອງພ້ອມກັບບັນດາວິສາຫະກິດໃນການສ້າງຮູບແບບພັດທະນາອຸດສາຫະກຳ-ຕົວເມືອງ-ການບໍລິການ ຕິດພັນກັບການປະຕິບັດແຜນງານນະຄອນອັດສະລິຍະ.

ແຜນນະໂຍບາຍຖືກຕ້ອງ, ຮູບແບບເໝາະສົມ

ແຕ່ປີ 2016 ເປັນຕົ້ນມາ, ແຂວງບິ່ງເຢືອງ ເລີ່ມກໍ່ສ້າງນະຄອນອັດສະລິຍະຈາກການປ່ຽນແປງໃໝ່ປະດິດສ້າງຂອງບໍລິສັດໃຫຍ່ລົງທຶນ  ແລະພັດທະນາອຸດສາຫະກຳ-ບໍລິສັດຫຸ້ນສ່ວນ (Becamex IDC) ແລະໄດ້ຖືເອົາແຮງໃຈຈາກການໜູນຊ່ວຍ,  ແຫຼ່ງບັນດານໃຈຈາກຕົວເມືອງອັດສະລິຍະ Brainport Eindhoven (ໂຮນລັງ). ໄລຍະທາງແຫ່ງການພັດທະນາເສດຖະກິດ-ສັງຄົມ ກ້າວກະໂດດຂັ້ນ, ດ້ວຍການໝູນໃຊ້ການຫັນປ່ຽນດີຈີຕອນ ແລະປ່ຽນແປງໃໝ່ປະດິດສ້າງ ໄດ້ພາໃຫ້ແຂວງບິ່ງເຢືອງ ນັບມື້ນັບມີຄວາມເປັນ “ອັດສະລິຍະ” ກວ່າເກົ່າ ແລະເປັນໜ້າດໍາລົງຊີວິດ. ຮູບແບບພັດທະນາອຸດສາຫະກໍາ-ຕົວເມືອງ-ການບໍລິການ ແມ່ນການເລືອກເຟັ້ນທີ່ດີຂອງແຂວງບິ່ງເຢືອງ, ຊ່ວຍຍົກລະດັບລະບົບການວາງແຜນຜັງຕົວເມືອງ ແລະລະບົບອຸດສາຫະກຳ, ດຶງດູດການລົງທຶນ, ກາຍເປັນໄມ້ງັດ ເພື່ອປັບປຸງ ແລະພັດທະນາຮອບດ້ານກ່ຽວກັບຕົວເມືອງ, ເສດຖະກິດຕົວເມືອງ ແລະການດຳລົງຊີວິດໃຫ້ແກ່ປະຊາຊົນ.

leftcenterrightdel
ບັນດາຄອນໂດຊັ້ນນຳໄດ້ຮັບການກໍ່ສ້າງຢູ່ເຂດຕົວເມືອງທິດໃຕ້ຂອງແຂວງບິ່ງເຢືອງ. ພາບ: qdnd.vn

ປອ ຟ້າມຕ໊ວນແອັງ, ຫົວໜ້າຫ້ອງການນະຄອນອັດສະລິຍະ ບິ່ງເຢືອງ ໃຫ້ຮູ້ວ່າ ປະຈຸບັນແຂວງມີລະບົບນິເວດ ແລະປ່ຽນແປງໃໝ່ປະດິດສ້າງພວມພັດທະນາຢ່າງແຂງແຮງ, ຄື: ສູນບໍລິຫານອັດສະລິຍະ; EIU Campus ກັບສູນບຳລຸງສ້າງວິສາຫະກິດ Becamex; ບັນດາຫ້ອງ Fablabs, Techlabs, ສູນຜະລິດກ້າວໜ້າ... Becamex IDC ແລະແຂວງບິ່ງເຢືອງ ໄດ້ ແລະພວມປະຕິບັດບັນດາລາຍການຍຸດທະສາດດ້ວຍເປົ້າໝາຍພັດທະນາແບບຍືນຍົງ, ລວມມີ: ຊຸກຍູ້ການນຳໃຊ້ພະລັງງານສະອາດ, ພະລັງງານທົດແທນ; ຊຸກຍູ້ການໝູນໃຊ້ເຕັກໂນໂລຢີເຂົ້າໃນການຜະລິດ; ພັດທະນາອຸດສາຫະກຳ 4.0 ສ້າງສະພາບແວດລ້ອມແຫ່ງການດຳລົງຊີວິດສີຂຽວ-ສະອາດກວ່າ... ແຂວງບິ່ງເຢືອງ ແລະ Becamex IDC ໄດ້ສ້າງມາດຕະການ ແລະຜະລິດຕະພັນການບໍລິການນະຄອນອັດສະລິຍະ ແລະເຂດອຸດສາຫະກຳອັດ ສະລິຍະບົນພື້ນຖານການເປັນເຈົ້າໃນການປະຕິບັດມາດຕະການເຕັກໂນໂລຢີ. ໃນນັ້ນພົ້ນເດັ່ນແມ່ນພື້ນຖານ “Beca smart city platform”.

ໃນແຜນການພັດທະນາຂອງແຂວງບິ່ງເຢືອງ, ນະຄອນຖູເຢົ່າມົດ ແມ່ນຕົວເມືອງໃຈກາງຂອງແຂວງ. ສະຫາຍ ເຈິ່ນບາວເລິ່ມ ຮອງປະທານຄະນະກຳມະການປະຊາຊົນນະຄອນ ຖູເຢົ່າມົດ ເວົ້າວ່າ: “ຜ່ານການປະຕິບັດໂຄງການກໍ່ສ້າງ ແລະພັດທະນານະຄອນ ຖູເຢົ່າມົດ ຕາມທິດຕົວເມືອງອັດສະລິຍະ ໄລຍະ 2020-2025 ແລະຊຸມປີຕໍ່ໄປ, ນະຄອນບັນລຸໄດ້ຫຼາຍໝາກຜົນຕັ້ງໜ້າ. ພົ້ນເດັ່ນແມ່ນການຊຸກຍູ້ປ່ຽນແປງໃໝ່ຈິນຕະນາການ, ການກະທຳ ເພື່ອຍົກສູງຄຸນນະພາບການຫັນປ່ຽນດີຈີຕອນໃນທຸກຂົງເຂດ, ສ້າງຄວາມລື້ງເຄີຍໃນສະພາບແວດລ້ອມເຮັດວຽກທີ່ທັນສະໄໝ, ອັດສະລິຍະໃຫ້ພະນັກງານ, ລັດຖະກອນ, ປະຊາຊົນ ແລະວິສາຫະກິດ. ຈາກນັ້ນຍົກສູງຄຸນນະພາບໃນການຊີ້ນຳ, ບໍລິຫານ ແລະປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ-ສັງຄົມ ຢ່າງມີໄຊ. ນະຄອນໄດ້ຍົກລະດັບລະບົບນິເວດອັດສະລິຍະ ຕິດພັນກັບການພັດທະນາເສດຖະກິດຂຽວ, ເສດຖະກິດດີຈີຕອນ”.

ການຫັນປ່ຽນ, ຍົກລະດັບເພື່ອສອດຄ່ອງກັບທ່າອ່ຽງ

ໃນຊຸມປີມໍ່ໆມານີ້ແມ່ນໄລຍະພັດທະນາຢ່າງຂະຫຍັນຂັນເຄື່ອນ, ນຳນະຄອນອັດສະລິຍະບິ່ງເຢືອງ ມີໜ້າໃນຫຼາຍແຜນທີ່ຂອງພາກພື້ນ ແລະໂລກ. ເຂດອັດສະລິຍະບິ່ງເຢືອງ ໄດ້ເຂົ້າໃນທອັບ 21 ປະຊາຄົມອັດສະລິຍະໂລກ ເປັນເວລາ 5 ປີຢ່າງຕໍ່ເນື່ອງ ແລະໄດ້ຮັບການເຊິີດຊູໃນທອັບ 7 ສາມຄັ້ງລຽນຕິດ. ນີ້ແມ່ນໝາກຜົນທີ່ສົມກັບຄວາມມານະພະຍາຍາມ ແລະການປະດິດຄິດສ້າງຂອງແຂວງໃນການເລືອກເອົາຍຸດທະສາດພັດທະນາຢ່າງຖືກຕ້ອງ, ແມ່ນກາລະໂອກາດທີ່ດີ ເພື່ອຮ່ວມມື, ແລກປ່ຽນບົດຮຽນກັບ 180 ກວ່າເຄືອຂ່າຍນະຄອນອັດສະລິຍະ, ວັດທະນາຖາວອນທົ່ວໂລກ.

ເພື່ອກໍ່ສ້າງລະບົບນິເວດສີຂຽວ ແລະບຸກທະລຸໃນການກໍ່ສ້າງນະຄອນອັດສະລິຍະດ້ວຍການກຳນົດທິດເຂດປ່ຽນແປງໃໝ່ປະດິດສ້າງ, ວິໄສທັດພັດທະນາໃນອະນາຄົດຂອງແຂວງບິ່ງເຢືອງ ແມ່ນຍົກສູງຊີວິດສັງຄົມ, ຈາກການວາງແຜນຜັງຕົວເມືອງຈົນຮອດການພັດທະນາເສດຖະກິດດຸນດ່ຽງ, ການຫັນປ່ຽນດີຈີຕອນ, ພັດທະນາແຫຼ່ງຊັບພະຍາກອນມະນຸດ... ຄະນະບໍລິຫານງານນະຄອນອັດສະລິຍະບິ່ງເຢືອງ ແລະບັນດາອົງການກ່ຽວຂ້ອງສົມທົບກັບ Becamex IDC ສຸມໃສ່ຍູ້ແຮງໂຄງການຈຸດສຸມຂອງແຜນງານນະຄອນອັດສະລິຍະ, ກໍ່ສ້າງເຂດອຸດສາຫະກຳນິເວດ. ພ້ອມກັນນັ້ນທາງແຂວງ ສືບຕໍ່ປະຕິບັດແຜນນະໂຍບາຍຍ້າຍເຂດອຸດສາຫະກຳທີ່ນຳໃຊ້ແຮງງານເປັນຈຳນວນຫຼາຍໄປຢູ່ທິດເໜືອ, ເພື່ອພັດທະນາການຄ້າ, ການບໍລິການ ແລະວິທະຍາສາດ-ເຕັກໂນໂລຢີຢູ່ທິດໃຕ້.

leftcenterrightdel
ໂຮງງານທີ່ທັນສະໄໝຢູ່ເຂດອຸດສາຫະກຳໂດຍບໍລິສັດໃຫຍ່ Becamex IDC ເປັນເຈົ້າຂອງໂຄງການ. ພາບ: qdnd.vn

ສະຫາຍ ມາຍຮຸ່ງຢຸງ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງບິ່ງເຢືອງ, ຫົວໜ້າຄະນະບໍລິຫານນະຄອນອັດສະລິຍະບິ່ງເຢືອງ ໃຫ້ຮູ້ວ່າ ແຂວງພວມຜັນຂະຫຍາຍແຜນງານເຂດປ່ຽນແປງໃໝ່ປະດິດສ້າງດ້ວຍຮູບແບບ 5 ຊັ້ນ, ລວມມີ: ວາງແຜນຜັງຕົວເມືອງ ແລະພື້ນຖານໂຄງລ່າງຄົມມະນາຄົມສາທາລະນະ; ສ້າງວັດທະນະທຳປ່ຽນແປງໃໝ່ປະດິດສ້າງ; ພັດທະນາເສດຖະກິດສະເໝີພາບ; ຫັນປ່ຽນດີຈີຕອນ ແລະພັດທະນາອຸດສາຫະກຳ 4.0; ພັດທະນາແຫຼ່ງຊັບພະຍາກອນມະນຸດ. ນີ້ແມ່ນຮູບແບບທີ່ຖອດຖອນມາໄດ້ຈາກການກໍ່ສ້າງ, ພັດທະນາຕົວຈິງຂອງແຂວງ ແລະໂຮມກັນເຂົ້າເປັນຍຸດທະສາດພັດທະນາອັດສະລິຍະໃນໄລຍະຜ່ານມາ. ແຜນການກໍ່ສ້າງນະຄອນອັດສະລິຍະຂອງແຂວງບິ່ງເຢືອງ ໄລຍະ 2022-2026 ໄດ້ສືບຕໍ່ເປັນການຢັ້ງຢືນລັກສະນະຍືນຍົງ ແລະການເຕີບໂຕຂຽວແມ່ນກຸນແຈໃຫ້ແກ່ການພັດທະນາເສດຖະກິດ. ແຜນຮ່າງເຂດປ່ຽນແປງໃໝ່ປະດິດສ້າງຂອງແຂວງບິ່ງເຢືອງ ຈະແມ່ນເຂັມທິດໃຫ້ຍຸດທະສາດພັດທະນາຂອງແຂວງໃນຊຸມປີຕໍ່ໄປ.

ໂດຍ: ແສງເດືອນ