ເຫດການໂດຍສູນລົງທຶນ ແລະພັດທະນາ ອາຣັບ - ອາຟະລິກາ (CAAID) ຈັດຂຶ້ນ ເພື່ອເຊື່ອມຕໍ່ກັບບັນດານັກລົງທຶນ, ການນຳບັນດາອົງການຈັດຕັ້ງຢູ່ພາກພື້ນ ແລະສາກົນ, ນັກຊ່ຽວຊານ, ຜູ້ຕາງໜ້າບັນດາຫ້ອງການການຄ້າ ທີ່ມາຈາກ 37 ປະເທດ. ສຳນັກງານຜູ້ຕາງໜ້າການຄ້າ ແລະສະຖານທູດ ຫວຽດນາ ປະຈຳ ອານເຊຣີ ທັງຢູ່ Mali, Senegal, Niger, Bambia, Tunisia ເຂົ້າຮ່ວມເຫດການ.

leftcenterrightdel
ພາບປະກອບ: APS

ໃນຂອບເຂດເຫດການຄັ້ງນີ້, ນອກຈາກການເຂົ້າຮ່ວມບັນດາວາລະປຶກສາຫາລືກ່ຽວກັບສະພາບການການຄ້າ ແລະການລົງທຶນຢູ່ ອານເຊຣີ ແລະ ອາຟະລິກາ ແລ້ວ, ສຳນັກງານຜູ້ຕາງໜ້າການຄ້າ ແລະສະຖານທູດຫວຽດນາມ ປະຈຳ ອານເຊຣີ ໄດ້ຈັດຮ້ານວາງສະແດງ ແລະໂຄສະນາຫຼາຍຜະລິດຕະພັນຂອງຫວຽດນາມ, ຄື: ກາເຟ, ຊາ, ເຂົ້າສານ, ໝາກພີກໄທ, ໝາກມ່ວງຫິມະພານ, ນ້ຳມົມ... ກໍຄືບັນດາສິ່ງພິມຄືບັນຊີລາຍຊື່ວິສາຫະກິດສົ່ງອອກ-ນຳເຂົ້າທີີ່ມີຊື່ສຽງ. ເນື່ອງໃນໂອກາດນີ້, ສຳນັກງານຜູ້ຕາງໜ້າການຄ້າ ແລະສະຖານທູດຫວຽດນາມ ປະຈຳ ອານເຊຣີ ກໍ່ພົບປະກັບບັນດາວິສາຫະກິດອານເຊຣີ ແລະອາຟະລິກາ ເຂົ້າຮ່ວມເວທີປາໄສ ເພື່ອຊອກຮູ້ຄວາມຕ້ອງການ, ເຊື່ອມຕໍ່ກາລະໂອກາດດຳເນີນທຸລະກິດ ແລະການລົງທຶນໃຫ້ແກ່ວິສາຫະກິດຫວຽດນາມ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ