ປະກອບຄວາມຮູ້ລະຫວ່າງຂະແໜງການ

ເຮັດແນວໃດເພື່ອໃຫ້ “ຜູ້ເຮັດວຽກໃນຂະແໜງເຕັກນິກ” ໄດ້ຊີ້ນໍາການ “ຕິດຕັ້ງສະຖານີຮັບ-ສົ່ງສັນຍານ, ຕັ້ງເສົາ, ດຶງສາຍກາບ” ມີຄວາມຮູ້ພື້ນຖານກ່ຽວກັບການບໍລິການທຸລະກິດ, ເບິ່ງແຍງດູແລລູກຄ້າ? ເຮັດແນວໃດເພື່ອໃຫ້ “ຜູ້ເຮັດວຽກໃນຂະແໜງເຕັກນິກ” ມີຄວາມຮູ້ກ່ຽວກັບເຕັກໂນໂລຢີ, ເຕັກນິກ ເພື່ອບໍລິຫານສາຂາຜະລິດ, ດຳເນີນທຸລະກິດ? ນີ້ພຽງແຕ່ແມ່ນສອງໃນຫຼາຍບັນຫາທີ່ຍົກອອກມາເມື່ອ Viettel ຍູ້ແຮງການກໍ່ສ້າງພື້ນຖານໂຄງລ່າງດ້ານເຄືອຂ່າຍ, ເພີ່ມຄວາມໄວໃນການກໍ່ສ້າງໂທລະຄົມມະນາຄົມ, ໃນຍຸດທະສາດ “ປົກຄຸມໄປທົ່ວເຂດດິນແດນ”, “ແຕ່ລະຕາແສງມີສະຖານີ BTS ແຫ່ງໜຶ່ງ” ແລະ “ລົງທຶນອອກສູ່ຕ່າງປະເທດ”. ຕໍ່ໜ້າຄວາມຮຽກຮ້ອງຕ້ອງການນັ້ນ, ວັນທີ 27 ມີນາ 2006, ສູນບໍາລຸງສ້າງ Viettel (ປະຈຸບັນແມ່ນວິທະຍາຄານ Viettel) ໄດ້ຮັບການສ້າງຕັ້ງ, ສັງກັດກຸ່ມບໍລິສັດໃຫຍ່ (ປະຈຸບັນແມ່ນກຸ່ມບໍລິສັດ) ບົນພື້ນຖານພະແນກກໍ່ສ້າງ, ຫ້ອງເຕັກນິກ.

leftcenterrightdel
ການນຳສະມາຄົມສົ່ງເສີມການຮຽນຫວຽດນາມ ຢ້ຽມຊົມວິທະຍາຄານ Viettel. ພາບ: ຮວ່າງຮວ່າງ

ເພື່ອຫັນສານ “Viettel-ບ່ອນທີ່ມີຄວາມຄາດຫວັງບໍ່ອາດຢຸດຕິ” ໃຫ້ປະກົດຜົນເປັນຈິງ, ຕາມຂໍ້ກຳນົດ, ພະນັກງານ, ພາລະກອນ Viettel ຢູ່ບັນດາອົງການ, ກົມກອງໝົດທຸກຄົນລ້ວນແຕ່ຕ້ອງຮ່ຳຮຽນ, ມີຄວາມຮູ້ຕາມທິດລະຫວ່າງຂະແໜງການ ເພື່ອແກ້ໄຂວຽກງານຢ່າງມີປະສິດທິຜົນ. ວິທະຍາຄານໄດ້ຈັດຕັ້ງບັນດາຊຸດຮຽນກ່ຽວກັບເຕັກນິກ, ເຕັກໂນໂລຢີ, ດຳເນີນທຸລະກິດ, ຂາຍສິນຄ້າ, ເບິ່ງແຍງດູແລລູກຄ້າ... ແຕ່ສອງວັນຫາສອງເດືອນເຖິງວ່າໄດ້ເຂົ້າຮ່ວມຊຸດຮຽນຫຼາຍເທື່ອແລ້ວກໍ່ຕາມ, ແຕ່ເມື່ອຮັບຕໍ່າແໜ່ງຮອງຫົວໜ້າຫ້ອງຮັບຜິດຊອບການລົງທຶນ ແລະຄຸ້ມຄອງຊັບສິນ, ບໍລິສັດໃຫຍ່ໂທລະຄົມມະນາຄົມ Viettel, ອ້າຍ ເຈິ່ນມິງດຶກ ຍັງໄດ້ເຂົ້າຮ່ວມຊຸດຮຽນ “ພະນັກງານເຮັດວຽກງານຄຸ້ມຄອງຄັ້ງທຳອິດ”. ອ້າຍ ດຶກ ໃຫ້ຮູ້ວ່າ “ຂ້າພະເຈົ້າ ມັກເນື້ອໃນການຮຽນທີ່ກ່ຽວຂ້ອງເຖິງທັກສະໃນການຂຶ້ນແຜນ; ມອບວຽກ, ຕິດຕາມກວດກາ, ບໍລິຫານ, ຕີລາຄາ; ກໍ່ສ້າງ ແລະຄຸ້ມຄອງສາຍພົວພັນ; ທັກສະທີ່ສະໜິດຕິດພັນ, ສ້າງກຳລັງໜູນໃຫ້ພາລະກອນກໍ່ຄືວັດທະນະທຳ Viettel... ຄວາມຮູ້ເຫຼົ່ານີ້ໄດ້ຊ່ວຍໃຫ້ພວກຂ້າພະເຈົ້າມີຈິນຕະນາການຢ່າງເປັນລະບົບ, ມີມູມມອງຫຼາຍທິດເພື່ອໄຈ້ແຍກຈຸດດີ, ຈຸດອ່ອນ, ກາລະໂອກາດ, ສິ່ງທ້າທາຍ. ຈາກນັ້ນກຳນົດເປົ້າໝາຍ, ບັນຫາຂອງອົງການຈັດຕັ້ງ, ຂອງແຕ່ລະຄົນເພື່ອມີມາດຕະການ, ວິທີການ, ວິທີເຮັດຢ່າງມີວິທະຍາສາດ, ມີປະສິດທິຜົນ”.

ໄປຄຽງຄູ່ກັບການເຊື້ອເຊີນເອົານັກຊ່ຽວຊານ ແລະຄູອາຈານຢູ່ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ, ມະຫາວິທະຍາໄລສັບພະວິຊາ, ວິທະຍາຄານເຕັກນິກການທະຫານ... ມາແບ່ງປັນ, ສິດສອນຢູ່ບັນດາຊຸດຮຽນ... ໄລ່ພຽງແຕ່ປີ 2022, ວິທະຍາຄານ ໄດ້ນຳໜ້າລາຍການ “ແຜ່ຂະຫຍາຍສະຕິປັນຍາ Viettel” ຈັດຕັ້ງການແບ່ງປັນຄວາມຮູ້ຢູ່ພາຍໃນກຸ່ມບໍລິສັດໄດ້ເກືອບ 250 ຊົ່ວໂມງ, ດຶງດູດຜູ້ເຂົ້າຮ່ວມ 3 ໝື່ນຄົນ, ເພີ່ມຂຶ້ນທົບ 2,5 ເທື່ອເມື່ອທຽບໃສ່ກັບປີ 2021. ວິທະຍາຄານ ຈັດຕັ້ງ 75 ຊຸດຮຽນບຳລຸງສ້າງຄວາມຮູ້, ທັກສະໃຫ້ພະນັກງານ, ພາລະກອນ Viettel ໃນທົ່ວໂລກ.

ໜູນຊ່ວຍຄວາມຕ້ອງການ “ຮຽນທັນເວລາ, ຮຽນຕະຫຼອດຊີວິດ”

ດ້ວຍຍຸດທະສາດພັດທະນາໄວ ແລະຍືນຍົງຂອງກຸ່ມບໍລິສັດນັ້ນແມ່ນບໍ່ສາມາດດຳເນີນການບຳລຸງສ້າງຢ່າງຕໍ່ເນື່ອງແຕ່ເດືອນນີ້ຫາເດືອນໜ້າ, ປີນີ້ຫາປີໜ້າໄດ້. ຊຸມປີຜ່ານມາ, ວິທະຍາຄານ Viettel ໄດ້ນໍາໜ້າໃນການຍູ້ແຮງໝູນໃຊ້ເຕັກໂນໂລຢີ, ສົມທົບການບໍາລຸງສ້າງແບບເຊິ່ງໜ້າ ແລະທາງອອນລາຍ, ເຊື່ອມຕໍ່ທາງອອນລາຍ, ກວດກາຜ່ານ e-learning (ລະບົບບຳລຸງສ້າງທາງອອນລາຍ). ພະນັກງານ, ພາລະກອນແຕ່ລະຄົນມີ e-learning  ສະເພາະ, ສາມາດຮຽນ ແລະກວດກາຕີລາຄາເອງໄດ້. ວິທີການນີ້ຊ່ວຍແກ້ໄຂໄດ້ບັນຫາຈຳນວນຫຼາຍ, ຢູ່ແບບກະຈາຍໃຫ້ຫຼາຍພັນຄົນຂອງ Viettel ໃນທົ່ວໂລກ.

ຮັບຮູ້ວ່າການຫັນປ່ຽນດີຈີຕອນໃນການບຳລຸງສ້າງແມ່ນທ່າອ່ຽງຈຳເປັນຢ່າງເດັດຂາດໃນໄລຍະປະຈຸບັນ. ວິທະຍາຄານ Viettel ໄດ້ເອົາໃຈໃສ່ຫັນປ່ຽນດີຈີຕອນໃນການເຄື່ອນໄຫວການຮ່ຳຮຽນ, ກໍ່ສ້າງ. ເອື້ອຍ ຢວານທິແທັງລວານ, ຫ້ອງຄຸ້ມຄອງການຂາຍສິນຄ້າ, Viettel ຮ່າໂນ້ຍ, ພວມເຂົ້າຮ່ວມຊຸດຮຽນ “ບົດຮຽນດີຈີຕອນ” ຍົກສູງ. ໃຫ້ຮູ້ວ່າ: “ແຕ່ກ່ອນ, ພາລະກອນຂາຍສິນຄ້າໄດ້ມອບເອກະສານກ່ຽວກັບຜະລິດຕະພັນຂອງ Viettel ໄດ້ຮຽນຮູ້ແລ້ວໄປຈຶ່ງໄປແນະນໍາໃຫ້ລູກຄ້າ. ແຕ່ມາໃນປະຈຸບັນ, ບັນດາເນື້ອໃນນີ້ໄດ້ສະຫຼຸບຫຍໍ້ໃນວິດີໂອສັ້ນ, ນຳໃຊ້ປັນຍາປະດິດ, ຊ່ວຍປະຢັດເວລາຮຽນຮູ້ກ່ຽວກັບຜະລິດຕະພັນ, ຍິ່ງໄປກວ່ານັ້ນຍັງສົ່ງວິດີໂອໃຫ້ລູກຄ້າເມື່ອມີຄວາມຕ້ອງການ”.

leftcenterrightdel
ການນຳວິທະຍາຄານ Viettel ນຳສະເໜີກ່ຽວກັບ ແອັບພິເຄເຊິນ By Day Learning. ພາບ: ຮວ່າງຮວ່າງ

ຫຼາຍອົງການຈັດຕັ້ງ, ບຸກຄົນຮຽນຮູ້ວິທີການຈັດຕັ້ງ, ມາດຕະການຮ່ຳຮຽນ ເຊິ່ງວິທະຍາຄານ Viettel ຜັນຂະຫຍາຍໄດ້ຕີລາຄາຄວາມມານະພະຍາຍາມຊອກຮູ້, ໄປນຳໜ້າໃນການປ່ຽນແປງໃໝ່. ທ່ານ ປອ ຫງວຽນຮົ່ງເຊີນ, ຮອງປະທານສະມາຄົມສົ່ງເສີມການຮຽນຫວຽດນາມ, ໃຫ້ຮູ້ວ່າ “ສັງຄົມຮ່ຳຮຽນໝາຍຄວາມວ່າ ທຸກຄົນຕ້ອງຮຽນ, ຮຽນບໍ່ຢຸດ, ຮຽນຕະຫຼອດຊີວິດ. ເພາະສະນັ້ນ, ວິທະຍາຄານ Viettel ໄດ້ຍົກອອກທັດສະນະ “ຮຽນທັນເວລາ” “ຮຽນທຸກມື້”, ຂ້າພະເຈົ້າຄິດວ່າ ແມ່ນຖືກຕ້ອງ. ພິເສດ, ສາມາດຖືເປັນມາດຕະການໜຶ່ງຊ່ວຍໃຫ້ຜູ້ຮຽນເຂົ້າໃຈໄດ້ງ່າຍ, ໝູນໃຊ້ເຂົ້າວຽກງານ, ເໝາະສົມກັບຈິນຕະນາການຫັນປ່ຽນດີຈີຕອນ”.

ນັບແຕ່ນີ້ຮອດປີ 2025, ວິທະຍາຄານ Viettel ກໍານົດບັນດາໜ້າທີ່ຈຸດສຸມ, ນັ້ນແມ່ນ: ປະຕິບັດຍຸດທະສາດກໍ່ສ້າງຕາມ 4 ເສົາຄ້ຳບຳລຸງສ້າງຂອງກຸ່ມບໍລິສັດ “ຄວາມສາມາດຂອງພະນັກງານຄຸ້ມຄອງ-ຄວາມສາມາດຫຼັກ, ວັດທະນະທຳ-ຫັນປ່ຽນຍຸດທະສາດ-ວິຊາສະເພາະ-ວິຊາການ); ຈັດຕັ້ງການບໍາລຸງສ້າງໃຫ້ຄູ່ຮ່ວມມື, ລູກຄ້າຂອງ  Viettel; ຮ່ວມມືບໍາລຸງສ້າງ ມອບໃບຢັ້ງຢືນ; ສົມທົບກັນບຳລຸງສ້າງຍົກສູງທັກສະອາຊີບ. ດ້ວຍຍຸດທະສາດທີ່ໄດ້ກຳນົດ, ວິທະຍາຄານ Viettel ໝັ້ນໝາຍວ່າ ຈະສືບຕໍ່ປະຕິບັດບົດບາດບຳລຸງ-ກໍ່ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ກຸ່ມບໍລິສັດອຸດສາຫະກຳ, ໂທລະຄົມມະນາຄົມທົ່ວໂລກ; ແຜ່ຂະຫຍາຍສະຕິປັນຍາໃນປະຊາຄົມຢ່າງແທດຈິງ, ມີປະສິດທິຜົນ.

ໂດຍ: ແສງເດືອນ