ພິທີເປີດການເຊັນສົນທິສັນຍາສະບັບນີ້ ດ້ວຍຫົວຂໍ້ “ອາດຊະຍາກຳອິນເຕີແນັດ-ແບ່ງປັນຄວາມຮັບຜິດຊອບ-ມຸ່ງໄປສູ່ອະນາຄົດ” ຈະຖືກຈັດຂຶ້ນຢູ່ ຮ່າໂນ້ຍ ໃນວັນທີ 25-26 ຕຸລາ ຈະມາເຖິງ.

leftcenterrightdel
ພາບ: REUTERS

ຜູ້ຕາງໜ້າໃຫ້ແກ່ແດນມາກ - ປະເທດພວມດຳລົງຕຳແໜ່ງປະທານໝູນວຽນສະພາອີຢູ, ທ່ານ Peter Hummelgaard, ລັດຖະມົນຕີກະຊວງຍຸດຕິທຳ ເນັ້ນໜັກວ່າ: ບັນດາການກະທຳສໍ້ກົງເຕັກໂນໂລຊີຂໍ້ມູນຂ່າວສານ, ບຸກໂຈມຕີທາງອິນເຕີເນັດດ້ວຍຂອບຂະໜາດໃຫຍ່, ສະພາບການສວຍໃຊ້ ແລະການສະແຫວງຫາຜົນປະໂຫຍດທາງເພດກັບເດັກໃນສະພາບແວດລ້ອມອິນເຕີເນັດ ພ້ອມກັບຫຼາຍຮູບແບບອາດຊະຍາກຳອິນເຕີແນັດອື່ນໆທີ່ພວມເພີ່ມຂຶ້ນ. ການຮັບຮອງເອົາເຄື່ອງມືນິຕິກຳສາກົນນີ້ ໄດ້ສ້າງຂີດໝາຍຄວາມຄືບໜ້າສຳຄັນໃນການຕໍ່ສູ້ທົ່ວໂລກຕ້ານອາດຊະຍາກຳປະເພດນີ້.

ແຫຼ່ງຄັດຈາກ: vovworld.vn