ເວທີປາໄສສົ່ງເສີມການດຳເນີນທຸລະກິດ ຫວຽດນາມ - ກູບາ
ກປ.ອອນໄລ - ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ຕອນເຊົ້າວັນທີ 30 ກັນຍາ, ຢູ່ຮ່າໂນ້ຍ, ທ່ານ Manuel Marrero Cruz ນາຍົກລັດຖະມົນຕີກູບາ ແລະທ່ານ ເລມິງຄ໊າຍ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມ ແລະເປັນປະທານຮ່ວມເວທີປາໄສສົ່ງເສີມການດຳເນີນທຸລະກິດ ຫວຽດນາມ - ກູບາ.
ກ່າວຄຳເຫັນໄຂເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ໃຫ້ຮູ້ວ່າ ໃນຊຸມປີຜ່ານມາ, ເຖິງວ່າສອງປະເທດລ້ວນແຕ່ປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການກໍ່ຕາມ, ແຕ່ບົນພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອທີ່ໄດ້ສ້າງສາ ແລະເພີ່ມພູນຄູນສ້າງຜ່ານຫຼາຍລຸ້ນຄົນ, ການພົວພັນຮ່ວມມື ຫວຽດນາມ - ກູບາ ຍັງຮັກສາໄດ້ທ່າພັດທະນາໃນທຸກຂົງເຂດ.
    |
 |
ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ກ່າວຄຳເຫັນທີ່ເວທີປາໄສ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ ເລມິງຄ໊າຍ ເນັ້ນໜັກວ່າ ເວທີປາໄສສົ່ງເສີມການດຳເນີນທຸລະກິດ ຫວຽດນາມ - ກູບາ ໃນມື້ນີ້ແມ່ນເຫດການສຳຄັນເພື່ອໃຫ້ເພື່ອນມິດກູບາ ແນະນຳຢ່າງກວ້າງຂວາງເຖິງປະຊາຄົມວິສາຫະກິດຫວຽດນາມ ກ່ຽວກັບກາລະໂອກາດຮ່ວມມືລົງທຶນ, ແຜນນະໂຍບາຍ ແລະນະໂຍບາຍດຶງດູດການລົງທຶນຈາກຕ່າງປະເທດຂອງກູບາ, ໃນນັ້ນມີເຂດພັດທະນາພິເສດ Mariel ກໍ່ຄືເຕື້ອງເຖິງບັນດາກາລະໂອກາດຮ່ວມມືດຳເນີນທຸລະກິດ. ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍການເຂົ້າຮ່ວມຂອງບັນດາກະຊວງ, ອົງການ, ບັນດາວິສາຫະກິດພາກລັດ ແລະພາກເອກະຊົນຂອງຫວຽດນາມ ເປັນຈໍານວນລວງຫຼາຍໃນມື້ນີ້, ສອງຝ່າຍຈະພ້ອມກັນແລກປ່ຽນຢ່າງຕັ້ງໜ້າ ແລະສ້າງກາລະໂອກາດຮ່ວມມືລົງທຶນດຳເນີນທຸລະກິດໃໝ່, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າການລົງທຶນ ຫວຽດນາມ - ກູບາ ໃຫ້ຫຼາຍກວ່າອີກ.
ສ່ວນທ່ານນາຍົກລັດຖະມົນຕີກູບາ Manuel Marrero Cruz ໄດ້ໃຫ້ຮູ້ວ່າ ນັບແຕ່ເມື່ອມາຮອດ ຫວຽດນາມ, ທ່ານມີຄວາມຮູ້ສຶກຢ່າງເລິກເຊິ່ງ ແລະຜ່ານບັນດາການເຈລະຈາ, ການພົບປະກັບບັນດາການນຳຂັ້ນສູງຂອງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ທ່ານກໍ່ເຫັນໄດ້ວ່າ ຫວຽດນາມ ບັນລຸໄດ້ຜົນງານຫຼາຍຢ່າງດ້ານເສດຖະກິດສັງຄົມພາຍໃຕ້ການຊີ້ນຳອັນສະຫຼາດສ່ອງໄສຂອງພັກກອມມູນິດ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ Manuel Marrero Cruz ຢືນຢັນວ່າ ກູບາ ຈະໃຫ້ບຸລິມະສິດສູງສຸດ, ສ້າງທຸກເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຫວຽດນາມ ມີໜ້າຢູ່ກູລາ ຫຼາຍກວ່າອີກ.
ທີ່ເວທີປາໄສ, ກໍ່ໄດ້ດໍາເນີນພິທີລົງນາມຮ່ວມມືລະຫວ່າງວິສາຫະກິດຫວຽດນາມ ກັບຄູ່ຮ່ວມມືກູບາ ຈຳນວນໜຶ່ງ.
ໂດຍ: ທະນາພອນ