ທີ່ການຕ້ອນຮັບ, ທ່ານນາງ ຫງວຽນມີງຮັ່ງ ໄດ້ແບ່ງປັນກ່ຽວກັບຍຸດທະສາດພັດທະນາເສດຖະກິດ, ສັງຄົມ ຂອງຫວຽດນາມ ໄລຍະ 2021-2030, ພ້ອມທັງສະແດງຄວາມຂອບໃຈຕໍ່ຝ່າຍອີຕາລີ ທີ່ໄດ້ໜູນຊ່ວຍ ODA ໃນໄລຍະຜ່ານມາ. ທ່ານນາງ ຫງວຽນມີງຮັ່ງ ສະເໜີໃຫ້ສອງຝ່າຍ ສືບຕໍ່ປະຕິບັດສັນຍາຮ່ວມມືພັດທະນາລະຫວ່າງສອງປະເທດ ຢ່າງມີປະສິດທິຜົນ, ໂດຍສຸມໃສ່ເຂົງເຂດ ເຊິ່ງຝ່າຍອີຕາລີ ມີທ່າແຮງ ແລະຫວຽດນາມ ມີຄວາມຕ້ອງການ ຄື: ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພະລັງງານ, ການພັດທະນາແບບຍືນຍົງ, ປັບປຸງລະບົບກົດໝາຍ ໃຫສົມບູນແບບ, ພື້ນຖານໂຄງລ່າງ, ຊັບພະຍາກອນມະນຸດ.

leftcenterrightdel
ທ່ານນາງ ຫງວຽນມີງຮັ່ງ, ຜູ້ຊ່ວຍລັດຖະມົນຕີການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ Giuseppe Cerasoli ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສໍາຄັນ ໃນການຮ່ວມມືພັດທະນາ ຂອງລັດຖະບານອີຕາລີ. ທ່ານ ກໍແຈ້ງໃຫ້ຊາບກ່ຽວກັບເລື່ອງຍົກລະດັບຫ້ອງການ AICS ຢູ່ຮ່າໂນ້ຍ ຂຶ້ນເປັນຫ້ອງການຮັບຜິດຊອບພາກພື້ນ ແລະສະແດງຄວາມປາດຖະໜາວ່າ ກະຊວງການຕ່າງປະເທດຫວຽດນາມ ຈະໜູນຊ່ວຍ, ເປັນຂົວເຊື່ອມຕໍ່ກັບບັນດາຄູ່ຮ່ວມມືຢູ່ອາຊຽນ ໃນການສ້າງຍຸດທະສາດ ແລະບັນດາຂົງເຂດບຸລິມະສິດ ກ່ຽວກັບການຮ່ວມມືພັດທະນາ ຂອງອີຕາລີ ຢູ່ພາກພື້ນ.

ໂດຍ: ທູຈາງ