ທີ່ການຕ້ອນຮັບ, ປະທານກອງທຶນຄ້ຳປະກັນສິນເຊື່ອ ສ.ເກົາຫຼີ ໃຫ້ຮູ້ວ່າ ກອງທຶນຄ້ຳປະກັນສິນເຊື່ອ ສ.ເກົາຫຼີ ແມ່ນກອງທຶນໃຫຍ່ທີ່ສຸດໃນການຄ້ຳປະກັນສິນເຊື່ອໃຫ້ແກ່ວິສາຫະກິດຕ່າງໆ ແລະນີ້ແມ່ນເງື່ອນໄຂສະດວກເພື່ອໃຫ້ກອງທຶນຊ່ວຍຄ້ຳປະກັນດ້ານການເງິນໃຫ້ແກ່ວິສາຫະກິດຂະໜາດກາງ ແລະນ້ອຍຢູ່ຫວຽດນາມ ກໍ່ຄືບັນດາວິສາຫະກິດ ສ.ເກົາຫຼີ ທີ່ພວມລົງທຶນຢູ່ຫວຽດນາມ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Yoon Dae Hee ປະທານກອງທຶນຄ້ຳປະກັນສິນເຊື່ອ ສ.ເກົາຫຼີ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານປະທານປະເທດ ຫງວຽນຊວນຟຸກ ສະເໜີໃຫ້ກອງທຶນຄ້ຳປະກັນສິນເຊື່ອ ສ.ເກົາຫຼີ ໜູນຊ່ວຍບັນດາວິສາຫະກິດ, ອົງການຈັດຕັ້ງເສດຖະກິດຢູ່ຫວຽດນາມ ເປີດກວ້າງ ແລະເຊື່ອມໂຍງເຂົ້າກັບລະບົບສະໜອງທົ່ວໂລກ; ສົ່ງເສີມ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດຂອງ ສ.ເກົາຫຼີ ເຂົ້າມາລົງທຶນໃນຂົງເຂດ ເຊິ່ງຫວຽດນາມ ພວມເອົາໃຈໃສ່ຊຸກຍູ້, ຄື: ເຕັກໂນໂລຢີຂໍ້ມູນຂ່າວສານ, ເຕັກໂນໂລຢີສູງ, ຕົວເມືອງອັດສະລິຍະ, ພະລັງງານທົດແທນ, ພື້ນຖານໂຄງລ່າງຄົມມະນາຄົມ ແລະບັນດາຂົງເຂດອຸດສາຫະກໍາສໍາຮອງທີ່ກ່ຽວຂ້ອງ.

ທ່ານປະທານປະເທດ ຢັ້ງຢືນວ່າ ຫວຽດນາມ ບໍ່ພຽງແຕ່ເອົາໃຈໃສ່ເຖິງບັນດາກຸ່ມບໍລິສັດໃຫຍ່ຂອງ ສ.ເກົາຫຼີ ເທົ່ານັ້ນ, ຫາກຍັງເອົາໃຈໃສ່ເຖິງວິສາຫະກິດຂະໜາດກາງ ແລະນ້ອຍ. ຍ້ອນວ່ານັ້ນແມ່ນວິສາຫະກິດສ້າງອຸດສາຫະກໍາສໍາຮອງ, ແຫຼ່ງປະດິດເຕັກໂນໂລຢີສູງ, ເໝາະສົມກັບການກໍານົດທິດພັດທະນາປະເທດຊາດຂອງຫວຽດນາມ.

ໂດຍ: ທູຈາງ