ຕອບສະໜອງຄວາມຕ້ອງການດ້ານສິນເຊື່ອຢ່າງທັນການ

ດ້ວຍບົດບາດຫຼັກແຫຼ່ງແກ່ນສານໃນການປະຕິບັດນະໂຍບາຍເງິນຕາ, ພັດທະນາເສດຖະກິດ, ຮັບປະກັນຊີວິດສັງຄົມ, ໂດຍສະເພາະແມ່ນເຂດກະສິກຳ, ຊາວກະສິກອນ ແລະຊົນນະບົດ, Agribank ຍາມໃດກໍ່ສະຫງວນແຫຼ່ງທຶນພິເສດໃຫຍ່ ເພື່ອໜູນຊ່ວຍລູກຄ້າ, ວິສາຫະກິດຍົກສູງປະສິດທິຜົນໃນການເຄື່ອນໄຫວ, ເປີດກວ້າງການຜະລິດດຳເນີນທຸລະກິດ. ພິເສດໃນໄລຍະທ່ົວສັງຄົມຖືກຜົນກະທົບຈາກພະຍາດໂຄວິດ-19 ຄືປະຈຸບັນ.

ຕາມນັ້ນແລ້ວ, ແຕ່ວັນທີ 1 ມີນາ 2022, ລູກຄ້າແມ່ນວິສາຫະກິດໃຫຍ່ສາມາດກູ້ຢືມເງິນໄລຍະສັ້ນດ້ວຍອັດຕາດອກເບ້ຍ 4%/ປິເພື່ອປັບປຸງແຫຼ່ງທຶນປະຕິບັດການຜະລິດດຳເນີນທຸລະກິດ. ສຳລັບເປົ້າໝາຍຂອງໂຄງການແມ່ນບັນດາວິສາຫະກິດຂະໜາດໃຫຍ່ເຄື່ອນໄຫວໃນຂົງເຂດກະສິກຳ, ສິນໃນນ້ຳ, ອຸດສາຫະກຳ, ກໍ່ສ້າງ ແລະການຄ້າ, ການບໍລິການຕາມບັນດາມາດຕະຖານໂດຍ Agribank ວາງອອກ. ນອກຈາກໄດ້ຊົມໃຊ້ອັດຕາດອກເບ້ຍພິເສດແລ້ວ, ລູກຄ້າຍັງໄດ້ຊົມໃຊ້ບັນດານະໂຍບາຍພິເສດຄືຍົກເວັ້ນ, ຫຼຸດຄ່າບໍລິການຕ່າງໆ, ພ້ອມທັງນຳໃຊ້ບັນດາຜະລິດຕະພັນບໍລິການຂອງ Agribank, ຄື: ເງິນຝາກທ່ີມີກໍານົດເວລາ, ເບີກຈ່າຍເງິນເດືອນຜ່ານບັນຊີ, ເກັບເງິນແບບອັດຕະໂນມັດ, ຊຳລະພາສີທາງອອນລາຍ, ຊຳລະສາກົນ ແລະດຳເນີນທຸລະກຳເງິນຕາຕ່າງປະເທດ, ບັດ, POS, E-Banking, ປະກັນໄພ...

leftcenterrightdel
ລູກຄ້າດຳເນີນທຸລະກຳຢູ່ທະນາຄານຫຸ້ນສ່ວນການຄ້າ ໄຊງ່ອນ-ຮ່າໂນ້ຍ. ພາບ: ຮົ່ງຍູງ.

ຄຽງຄູ່ກັບລາຍການສິນເຊື່ອພິເສດສະຫງວນໃຫ້ລູກຄ້າແມ່ນວິສາຫະກິດໃຫຍ່ແລ້ວ, Agribank ຍັງສືບຕໍ່ຜັນຂະຫຍາຍບັນດາລາຍການສິນເຊື່ອພິເສດອື່ນໆ ເພື່ອໜູນຊ່ວຍລູກຄ້າ, ຄື: 100.000 ຕື້ດົ່ງສໍາລັບລູກຄ້າຖືກຜົນສະທ້ອນຈາກພະຍາດໂຄວິດ-19; 15.000 ຕື້ດົ່ງ ແລະ 600 ລ້ານໂດລາສະຫະລັດ ຊ່ວຍເຫຼືອລູກຄ້ານໍາເຂົ້າສົ່ງອອກ; 30.000 ຕື້ດົ່ງ  ສຳລັບລູກຄ້າແມ່ນວິສາຫະກິດຂະໜາດກາງ ແລະໜ້ອຍ; 20.000 ຕື້ດົ່ງໃຫ້ກູ້ຢືມບໍລິໂພກສຳລັບລູກຄ້າແມ່ນບຸກຄົນຢູ່ເຂດຕົວເມືອງ... ຄຽງຂ້າງນັ້ນ, ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ລູກຄ້າຖືກຜົນສະທ້ອນຈາກພະຍາດໂຄວິດ-19, Agribank ໄດ້ຜັນຂະຫຍາຍຫຼາຍມາດຕະການເພື່ອໜູນຊ່ວຍລູກຄ້າຜ່ານຜ່າຄວາມຫຍຸ້ງຍາກ, ດຳເນີນທຸລະກິດເປັນປົກກະຕິ...

ນຳແຫຼ່ງທຶນສູ່ຂົງເຂດຜະລິດ, ດຳເນີນທຸລະກິດ

ປະຕິບັດມະຕິສະບັບເລກທີ 68/NQ-CP ລົງວັນທີ 1 ກໍລະກົດ 2021 ຂອງລັດຖະບານ ວ່າດ້ວຍບາງນະໂຍບາຍໜູນຊ່ວຍຜູ້ອອກແຮງງານ ແລະຜູ້ຈ້າງຄົນງານປະສົບກັບຄວາມຫຍຸ້ງຍາກຍ້ອນພະຍາດໂຄວິດ-19, ທະນາຄານນະໂຍບາຍສັງຄົມ ໄດ້ເປັນເຈົ້າການສົມທົບກັບບັນດາອົງການກ່ຽວຂ້ອງ ເພື່ອຜັນຂະຫຍາຍການໃຫ້ຜູ້ຈ້າງຄົນງານກູ້ຢືມເງິນເພື່ອຈ່າຍເງິນເດືອນໃຫ້ຜູ້ອອກແຮງງານເມື່ອຢຸດງານ ແລະພາຍຫຼັງຟື້ນຟູການຜະລິດ. ນັບແຕ່ຜັນຂະຫຍາຍການປະຕິບັດຈົນຮອດປະຈຸບັນ, 63 ສາຂາແຂວງ, ນະຄອນໄດ້ປະຕິບັດການປ່ອຍເງິນໃຫ້ຜູ້ຈ້າງຄົນງານ 1.483 ຄົນ, ດ້ວຍຈຳນວນເງິນ 3.753 ຕື້ດົ່ງເພື່ອຊໍາລະເງິນເດືອນໃຫ້ຜູ້ອອກແຮງງານ 964.562 ເທື່ອຄົນທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນພະຍາດໂຄວິດ-19.

ມະຕິສະບັບເລກທີ 11/NQ-CP ມອບໜ້າທີ່ໃຫ້ທະນາຄານນະໂຍບາຍສັງຄົມ ຜັນຂະຫຍາຍບັນດາລາຍການດ້ວຍຍອດຈຳນວນເງິນ 38.400 ຕື້ດົ່ງ (ໃນນັ້ນມີປະມານ 25.000 ຕື້ດົ່ງ ແມ່ນໄດ້ມີນະໂຍບາຍແລ້ວ), ທ່ານ ເລມິງຄາຍ ຮອງນາຍົກລັດຖະມົນຕີ ຮຽກຮ້ອງທະນາຄານນະໂຍບາຍສັງຄົມ ຕ້ອງສົມທົບກັບບັນດາກະຊວງ, ຂະແໜງການຕິດຕາມການຊີ້ນຳຂອງຂັ້ນເທິງ, ກວດກາຄືນ, ປັບປຸງບັນດານະໂຍບາຍ ແລະຈັດຕັ້ງການຜັນຂະຫຍາຍບັນດາລາຍການໂດຍໄວ ແລະມີປະສິດທິຜົນ, ຍ້ອນວ່າພື້ນຖານເສດຖະກິດຂອງປະເທດກໍາລັງຖືກສ່ຽງໄພ, ບໍ່ໃຫ້ສະພາບນີ້ແກ່ຍາວ, ກໍ່ຜົນສະທ້ອນບໍ່ດີໃຫ້ຜູ້ອອກແຮງງານ, ປະເທດຊາດ. ທ່ານຮອງນາຍົກລັດຖະມົນຕີ ກໍ່ສະເໜີບັນດາອົງການສ່ືມວນຊົນສຸມໃສ່ໂຄສະນາກ່ຽວກັບນະໂຍບາຍສິນເຊື່ອພິເສດ ເພື່ອໃຫ້ປະຊາຊົນ ແລະບັນດາເປົ້າໝາຍຊົມໃຊ້ນະໂຍບາຍຮູ້, ປະຕິບັດ ແລະຕິດຕາມກວດກາຮັບປະກັນຄວາມເປີດເຜີຍ, ກະຈ່າງແຈ້ງ, ຮັບໃຊ້ໃຫ້ລາຍການຟື້ນຟູ, ພັດທະນາເສດຖະກິດ-ສັງຄົມ.

ບັນດານັກຊ່ຽວຊານການເງິນ, ທະນາຄານໃຫ້ຂໍ້ສັງເກດວ່າ ເພື່ອປະກອບສ່ວນຟື້ນຟູ, ພັດທະນາເສດຖະກິດ-ສັງຄົມ, ຂະແໜງທະນາຄານຕ້ອງໄດ້ຍົກສູງຄຸນນະພາບສິນເຊື່ອ ແລະນຳແຫຼ່ງທຶນສູ່ຂົງເຂດຜະລິດດຳເນີນທຸລະກິດ, ໂດຍສະເພາະແມ່ນບັນດາຂົງເຂດບູລິມະສິດ; ຜັນຂະຫຍາຍບັນດາລາຍການສິນເຊື່ອນະໂຍບາຍ, ໜູນຊ່ວຍປະຊາຊົນ, ວິສາຫະກິດປະສົບກັບຄວາມຫຍຸ້ງຍາກຢ່າງມີປະສິດທິຜົນ. ພ້ອມທັງ, ເອົາໃຈໃສ່ປະຕິບັດບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກໃນການເຂົ້າເຖິງສິນເຊື່ອທະນາຄານ, ພິເສດແມ່ນສຳລັບບັນດາລູກຄ້າແມ່ນວິສາຫະກິດຂະໜາດໜ້ອຍ ແລະກາງ, ສະຫະກອນ; ປ່ຽນແປງໃໝ່, ປະຕິຮູບລະບຽບການສະໜອງສິນເຊື່ອ ແລະການບໍລິການທະນາຄານ, ຫັນຂັ້ນຕອນ, ລະບຽບການເປັນງ່າຍດາຍ; ຫັນບັນດາລາຍການ, ຜະລິດຕະພັນສິນເຊື່ອທີ່ເໝາະສົມເປັນຫຼາຍຮູບແບບ ເພື່ອໜູນຊ່ວຍບັນດາເປົ້າໝາຍ, ຂະແໜງເສດຖະກິດຢ່າງຕັ້ງໜ້າ; ຜັນຂະຫຍາຍບັນດາມາດຕະການຊຸກຍູ້ການເຕີບໂຕສິນເຊື່ອສີຂຽວ, ທະນາຄານສີຂຽວ, ປະກອບສ່ວນສ້າງປະຖົມປັດໄຈເພື່ອໃຫ້ແກ່ການເຕີບໂຕສີຂຽວ ແລະການພັດທະນາປະເທດຊາດແບບຍືນຍົງ.

ໂດຍ: ແສງເດືອນ