ທະນາຄານໂລກ:
ເສດຖະກິດຫວຽດນາມ ຈະເຕີມໂຕໄວໃນປີ 2022
ກປ.ອອນໄລ - ວັນທີ 13 ມັງກອນ, ທະນາຄານໂລກ (WB) ໄດ້ປະກາດບົດລາຍງານທົບທວນສະພາບການເສດຖະກິດຂອງຫວຽດນາມ ດ້ວຍຫົວຂໍ້ “ບໍ່ໄດ້ເສຍເວລາ: ສິ່ງທ້າທາຍ ແລະກາລະໂອກາດຕໍ່ການພັດທະນາການຄ້າສີຂຽວ”.
ຕາມນັ້ນແລ້ວ, WB ຄາດຄະເນວ່າ, ປີ 2022 ເສດຖະກິດຫວຽດນາມ ຈະເຕີບໂຕໄວດ້ວຍລະດັບ GDP ເພີ່ມຂຶ້ນ 5,5% ເມື່ອທຽບໃສ່ລະດັບ 2,58% ຂອງປີ 2021.
    |
 |
ພາບປະກອບ: ສໍານັກຂ່າວສານຫວຽດນາມ |
ຕາມທ່ານນາງ Dorsati Madani, ນັກຊ່ຽວຊານເສດຖະສາດອາວຸໂສຂອງທະນາຄານໂລກປະຈຳຫວຽດນາມ, ຫວຽດນາມ ພວມຟື້ນຟູເສດຖະກິດ, ພິເສດແມ່ນເຕີບໂຕແຮງໃນໄຕມາດທີ IV/2021. ຄຽງຄູ່ກັນນັ້ນ, ສະພາບເສດຖະກິດພົວພັນຕ່າງປະເທດຍັງເຕີມໂຕຢ່າງຕັ້ງໜ້າ; ແຫຼ່ງທຶນ FDI ຍັງຄົງເຂັ້ມແຂງ, ສ່່ອງແສງໃຫ້ເຫັນວ່າບັນດານັກລົງທຶນຕ່າງປະເທດຖື ຫວຽດນາມ ແມ່ນສະຖານທີ່ລົງທຶນທີ່ມີຄວາມສາມາດບົ່ມຊ້ອນ.
ບົດລາຍງານກໍ່ສະເໜີລັດຖະບານດຳເນີນ 3 ຂົງເຂດ ຄື: ອຳນວຍຄວາມສະດວກດ້ານການຄ້າສິນຄ້າ ແລະການບໍລິການສີຂຽວ, ສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດສີຂຽວ ແລະ ພັດທະນາບັນດາເຂດອຸດສາຫະກຳທີ່ມີຄວາມສາມາດທົນທານດີກວ່າ ແລະບໍ່ປ່ອຍອາຍພິດກາກບອນ.
ໂດຍ: ທະນາພອນ