ຕາມນັ້ນແລ້ວ, ສອງຝ່າຍເຫັນດີເປັນເອກະພາບສົມທົບກັນ, ຜັນຂະຫຍາຍໜ້າທີ່, ແຜນຮ່າງປະຕິບັດເນື້ອໃນຍຸດທະສາດພັດທະນາຊາວໜຸ່ມຫວຽດນາມ ໄລຍະ 2021-2030; ບັນດາການເຄື່ອນໄຫວຄົ້ນຄວ້າ, ແລກປ່ຽນບົດຮຽນກ່ຽວກັບຊາວໜຸ່ມ ແລະວຽກງານຊາວໜຸ່ມ; ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະກໍານົດທິດພັດທະນາກວມເອົາໃນໝູ່ຊາວໜຸ່ມສ້າງພື້ນຖານທີ່ຈໍາເປັນໃຫ້ພາລະກິດສ້າງສັງຄົມສັນຕິພາບ ແລະຍືນຍົງ.

leftcenterrightdel
ທ່ານ ບຸ່ຍກວາງຮຸຍ ແລະທ່ານ Christian Manhart ເຊັນຂໍ້ຕົກລົງຮ່ວມມື ໄລຍະ 2021-2025. ພາບ: doanthanhnien.vn

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານ ບຸ່ຍກວາງຮຸຍ ເລຂາຜູ້ປະຈໍາການສູນກາງຊາວໜຸ່ມ ຫວັງວ່າ ບັນດາເນື້ອໃນທີ່ສອງຝ່າຍໄດ້ເຫັນດີເປັນເອກະພາບສົມທົບກັນໃນເອກະສານຂໍ້ຕົກລົງຮ່ວມມືຈະແມ່ນເງື່ອນມູນເພື່ອໃຫ້ສູນກາງຊາວໜຸ່ມ, ບັນດາອົງການຊາວໜຸ່ມເຍົາວະຊົນຫວຽດນາມ ແລະ UNESCO ຫວຽດນາມ ເພີ່ມທະວີຮ່ວມມືເພື່ອຜົນປະໂຫຍດຂອງສອງຝ່າຍເວົ້າສະເພາະ ແລະເພື່ອການພັດທະນາຂອງຊາວໜຸ່ມເຍົາວະຊົນຫວຽດນາມ ເວົ້າລວມ.

ສ່ວນທ່ານ Christian Manhart ຫົວໜ້າຄະນະຜູ້ຕາງໜ້າ UNESCO ປະຈໍາຫວຽດນາມ ສະແດງໃຫ້ເຫັນວ່າ ນີ້ແມ່ນຈຸດເວລາເໝາະສົມເພື່ອໃຫ້ສອງຝ່າຍເປີດກວ້າງການຮ່ວມມືໃນອະນາຄົດ. ຂໍ້ຕົກລົງຮ່ວມມືໄດ້ລົງນາມຈະເປີດກວ້າງກາລະໂອກາດຮ່ວມມືໃນຫຼາຍຂົງເຂດກວ່າອີກ.

ໂດຍ: ຈາງຫງວຽນ