leftcenterrightdel
ທ່ານ ບຸ່ຍແທງເຊີນ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ກອງປະຊຸມ, ລັດຖະມົນຕີສອງທ່ານຢືນຢັນ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການພົວພັນແລກປ່ຽນຄະນະຜູ້ແທນ ແລະບັນດາກົນໄກສອງຝ່າຍ. ສອງຝ່າຍໄດ້ຕີລາຄາສູງການສະໜັບສະໜູນ ແລະການຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງ ໄທ ແລະ ຫວຽດນາມ ໃນການປ້ອງກັນ ແລະຕ້ານພະຍາດໂຄວິດ-19 ແລະເຫັນດີເພີ່ມທະວີການຮ່ວມມືດ້ານການແພດຊຸມຊົມໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ລວມມີ ການຄົ້ນຄວ້າ ແລະພັດທະນາວັກຊິນ ແລະຢາປົວພະຍາດໂຄວິດ-19, ຮັບຮອງໜັງສືຜ່ານແດນວັກຊິນຂອງກັນໂດຍໄວ ແລະອຳນວຍຄວາມສະດວກໃຫ້ແກ່ການເດີນທາງໄປມາຂອງພົນລະເມືອງຂອງສອງປະເທດ. ເພື່ອມຸ່ງໄປເຖິງການຟື້ນຟູເສດຖະກິດພາຍຫຼັງໂລກລະບາດ, ສອງຝ່າຍໄດ້ເຫັນດີເພີ່ມທະວີການເຊື່ອມຕໍ່ເສດຖະກິດ, ຮັບປະກັນການຮັກສາລະບົບຕ່ອງໂສ້ການສະໜອງ, ສ້າງເງື່ອນໄຂສະດວກໃຫ້ແກ່ການແລກປ່ຽນສິນຄ້າ...

ສອງຝ່າຍໄດ້ເຫັນດີເພີ່ມທະວີການສະໜັບສະໜູນເຊິ່ງກັນ ແລະກັນ ແລະສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສສາກົນ ແລະພາກພື້ນ, ພ້ອມທັງແລກປ່ຽນບັນດາບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ; ບໍ່ນຳໃຊ້ ຫຼືນາບຂູ່ນຳໃຊ້ກຳລັງຮຸນແຮງ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982; ສະໜັບສະໜູນການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ ແລະຄົບຖ້ວນ, ເຈລະຈາເພື່ອບັນລຸໄດ້ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງມີຜົນສັກສິດ, ແທດຈິງ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ UNCLOS 1982.

ໂດຍ: ທະນາພອນ