ກ່າວຄໍາເຫັນທີ່ກອງປະຊຸມ, ນາຍົກລັດຖະມົນຕີຮຽກຮ້ອງວ່າໂຄງການຕ້ອງມີຂອບເຂດ, ຂະໜາດທີ່ກວ້າງພໍ, ໄລຍະເວລາຍາວພໍ, ບົນພື້ນຖານຕິດແທດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ, ຕິດແທດແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ 2021-2025 ແລະໂຄງການພັດທະນາເສດຖະກິດ-ສັງຄົມ ປີ 2022.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ເປັນປະທານກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຟ້າມມິງຈິ໊ງ ສະເໜີວ່າການຕີລາຄາ, ຄາດຄະເນສະພາບການຕ້ອງໃຫ້ຖືກຕ້ອງ, ໃກ້ຊິດຕິດແທດກັບສະພາບຕົວຈິງ, ພາວະວິໄສ, ຖືກກັບຄວາມຈິງ, ຕ້ອງອີງໃສ່ຂໍ້ມູນສະຖິຕິທີ່ມີລະດັບຄວາມໄວ້ເນື້ອເຊື່ອໃຈສູງ. ໂຄງການຟື້ນຟູ ແລະພັດທະນາເສດຖະກິດ-ສັງຄົມ ຄວນສຸມໃສ່ຈຸດສຸມ, ຈຸດໜັກບາງບັນຫາກ່ຽວກັບ: ໜ້າທີ່ມາດຕະການກ່ຽວກັບສາທາລະນະສຸກ, ເປັນຕົ້ນແມ່ນຍົກສູງກໍາລັງຄວາມສາມາດດ້ານສາທາລະນະສຸກເວົ້າລວມ, ໃນນັ້ນພິເສດແມ່ນເອົາໃຈໃສ່ດ້ານການແພດປ້ອງກັນ, ວັກຊິນ ແລະມາດຕະການປິ່ນປົວ; ບັນຫາກ່ຽວກັບການຮັບປະກັນຊີວິດສັງຄົມ, ໃນນັ້ນເອົາໃຈໃສ່ເຖິງການຟື້ນຟູຕະຫຼາດແຮງງານ ແລະຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ; ໂຄງການຊ່ວຍເຫຼືອ, ຟື້ນຟູວິສາຫະກິດ, ສະຫະກອນ; ໂຄງການພັດທະນາພື້ນຖານໂຄງລ່າງຍຸດທະສາດ... ນາຍົກລັດຖະມົນຕີສະເໜີໃຫ້ອົງການທີ່ເປັນປະທານຮັບເອົາຄວາມເຫັນຈາກຜູ້ແທນ ແລະສືບຕໍ່ທາບທາມຄໍາເຫັນຈາກອົງການທີ່ກ່ຽວຂ້ອງກ່ຽວກັບຮ່າງໂຄງການຟື້ນຟູ ແລະພັດທະນາເສດຖະກິດ-ສັງຄົມ, ຮີບຮ້ອນຍື່ນສະເໜີຂັ້ນທີ່ມີສິດອຳນາດໄວທີ່ສຸດ, ພິເສດແມ່ນເອົາໃຈໃສ່ຕ້ອງຮັບປະກັນລັກສະນະປະສິດທິຜົນ, ເປັນໄປໄດ້, ມີຄວາມເຫັນດີເຫັນພ້ອມສູງ.

ໂດຍ: ຈາງຫງວຽນ