ລາຍການສິນຄ້າທີ່ມີແຫຼ່ງກໍາເນີດຈາກ ສປປ ລາວ ຕາມສັນຍາການຄ້າຫວຽດນາມ-ລາວ ປະກາດໃຊ້ຕິດຄັດໄປພ້ອມກັບມະຕິສະບັບນີ້ລວມມີ:

ພາກຜະໜວກ I - ລາຍການສິນຄ້າທີ່ໄດ້ໃຫ້ບູລິມະສິດຫຼຸດອັດຕາພາສີສົ່ງອອກ ATIGA 50% ຂອງຫວຽດນາມ ຕາມສັນຍາການຄ້າຫວຽດນາມ-ລາວ.

ພາກຜະໜວກ II - ລາຍການສິນຄ້າທີ່ບໍ່ໄດ້ຮັບບູລິມະສິດພາສີຕາມສັນຍາການຄ້າຫວຽດນາມ-ລາວ.

ພາກຜະໜວກ III - ລາຍການທີ່ໄດ້ຮັບໂຄຕາພາສີແຕ່ລະປີຕາມສັນຍາການຄ້າຫວຽດນາມ-ລາວ.

leftcenterrightdel
ຕາຕະລາງອັດຕາພາສີນໍາເຂົ້າບູລິມະສິດພິເສດຫວຽດນາມ-ລາວ. ພາບ: baochinhphu.vn.

ສິນຄ້ານໍາເຂົ້າທີ່ໝູນໃຊ້ອັດຕາພາສີນໍາເຂົ້າ-ສົ່ງອອກບູລິມະສິດພິເສດ 0%

ມະຕິໄດ້ກໍານົົດວ່າສິນຄ້ານໍາເຂົ້າທີ່ມີແຫຼ່ງກໍາເນີດຈາກສປປ ລາວ, ຍົກເວັ້ນສິນຄ້ານໍາເຂົ້າທີ່ຢູ່ໃນລາຍການສິນຄ້າທີ່ໄດ້ກໍານົດຢູ່ພາກຜະໜວກ I, II, III ທີ່ໄດ້ປະກາດໃຊ້ຕິດຄັດໄປພ້ອມມະຕິສະບັບນີ້, ໄດ້ນໍາໃຊ້ອັດຕາພາສີນໍາເຂົ້າ-ສົ່ງອອກບູລິມະສິດພິເສດ 0% ຖ້າຫາກຕອບສະໜອງຕາມເງື່ອນໄຂດັ່ງລຸ່ມນີ້:

1. ໄດ້ນໍາເຂົ້າຈາກ ສປປ ລາວ ເຂົ້າຫວຽດນາມ;

2. ຕອບສະໜອງຕາມການກໍານົດຂອງກົດໝາຍທີ່ປະກາດໃຊ້ໃນປະຈຸບັນກ່ຽວກັບຫຼັກການແຫຼ່ງກຳເນີດໝູນໃຊ້ໃຫ້ສິນຄ້າທີ່ໄດ້ຮັບບູລິມະສິດພາສີຫວຽດນາມ-ລາວ ແລະຕ້ອງມີໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຕາມແບບຟອມ S (C/O form S) ໂດຍອົງການມີສິດອຳນາດຂອງສປປ ລາວ ອອກໃຫ້ຕາມການກໍານົດ.

ສິນຄ້ານໍາເຂົ້າທີ່ໄດ້ຮັບບູລິມະສິດຫຼຸດ 50% ອັດຕາພາສີນໍາເຂົ້າບູລິມະສິດພິເສດ ATIGA

ມະຕິໄດ້ກໍານົດວ່າສິນຄ້ານໍາເຂົ້າຈາກສປປ ລາວ ທີ່ຢູ່ໃນລາຍການສິນຄ້າເຊິ່ງໄດ້ກໍານົດຢູ່ພາກຜະໜວກ I ທີ່ປະກາດໃຊ້ໄດ້ຕິດຄັດໄປພ້ອມກັບມະຕິສະບັບນີ້ໄດ້ຮັບອັດຕາພາສີນໍາເຂົ້າບູລິມະສິດພິເສດ 50% ຂອງອັດຕາພາສີ ATIGA ທີ່ກໍານົດຢູ່ຕາຕະລາງພາສີນໍາເຂົ້າບູລິມະສິດພິເສດທີ່ປະກາດໃຊ້ຕິດຄັດໄປພ້ອມມະຕິເລກທີ 156/2017/NĐ-CP ກ່ຽວກັບການປະກາດໃຊ້ຕາຕະລາງພາສີນໍາເຂົ້າບູລິມະສິດພິເສດຂອງຫວຽດນາມ ເພື່ອປະຕິບັດສັນຍາການຄ້າສິນຄ້າອາຊຽນ ໄລຍະ 2018-2022 ແລະເອກະສານປັບປຸງ, ເພີ່ມເຕີມ (ຖ້າມີ) ຖ້າຫາກຕອບສະໜອງຕາມເງື່ອນໄຂທີ່ໄດ້ກໍານົດໄວ້.

ໃນກໍລະນີອັດຕາພາສີ ATIGA ສູງກວ່າອັດຕາພາສີນຳເຂົ້າບູລິມະສິດທີ່ໄດ້ກໍານົດຢູ່ໃນມະຕິເລກທີ 57/2020/NĐ-CP ລົງວັນທີ 25 ພຶດສະພາ 2020 ຂອງລັດຖະບານວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງມະຕິເລກທີ 122/2016/NĐ-CP  ລົງວັນທີ 1 ກັນຍາ 2016 ຂອງລັດຖະບານກ່ຽວກັບຕາຕະລາງອັດຕາພາສີສ່ົງອອກ, ອັດຕາພາສີນໍາເຂົ້າບູລິມະສິດ, ລາຍການສິນຄ້າ ແລະລະດັບອັດຕາພາສີທີ່ແນ່ນອນ, ພາສີປະສົມ, ພາສີນໍາເຂົ້າທີ່ຢູ່ນອກໂຄຕາພາສີ ແລະມະຕິເລກທີ 125/2017/NĐ-CP ລົງວັນທີ 16 ພະຈິກ 2017 ວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງມະຕິເລກທີ 122/2016/NĐ-CP (ຕາຕະລາງພາສີ MFN) ແລະເອກະສານປັບປຸງ, ເພີ່ມເຕີມ (ຖ້າມີ) ນັ້ນ, ແມ່ນໃຫ້ໝູນໃຊ້ອັດຕາພາສີນໍາເຂົ້າ-ສົ່ງອອກບູລິມະສິດພິເສດດ້ວຍອັດຕາພາສີ 50% ທີ່ກໍານົດຢູ່ຕາຕະລາງພາສີ MFN.

ມະຕິໄດ້ຊີ້ແຈ້ງວ່າ, ສິນຄ້າທີ່ກຳນົດຢູ່ພາກຜະໜວກ II ທີ່ໄດ້ປະກາດໃຊ້ຕິດຄັດໄປພ້ອມມະຕິສະບັບນີ້ຈະບໍ່ໄດ້ຮັບອັດຕາພາສີນໍາເຂົ້າ-ສົ່ງອອກບູລິມະສິດພິເສດຕາມສັນຍາການຄ້າຫວຽດນາມ-ລາວ ເມື່ອນໍາເຂົ້າໄປຍັງຫວຽດນາມ.

ໂດຍ: ໄຊນີດາ