leftcenterrightdel
ວັນທີ 23 ເມສາ 2019, ລັດຖະມົນຕີເສດຖະກິດອາຊຽນ ເຊັນສັນຍາການຄ້າບໍລິການອາຊຽນ (ATISA). ພາບ: ສໍານັກຂ່າວສານຫວຽດນາມ.

ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງສົມທົບກັບກະຊວງແຜນການ ແລະການລົງທຶນສ້າງມາດຕະການທີ່ບໍ່ເໝາະສົມ (NCM) ບົນພື້ນຖານສັນຍາແມ່ອາຊຽນກ່ຽວກັບການບໍລິການເພື່ອຮັບປະກັນສິດ ແລະຜົນປະໂຫຍດຂອງຫວຽດນາມ ແລະຄໍາໝັ້ນສັນຍາຂອງຫວຽດນາມ ກັບອາຊຽນ; ເປັນເຈົ້າການກວດກາ, ປັບປຸງ, ເພີ່ມເຕີມເອກະສານທາງກົດໝາຍເພື່ອປະຕິບັດສັນຍາ ATISA. ກະຊວງການຕ່າງປະເທດ ເປັນປະທານ, ສົມທົບກັບກະຊວງແຜນການ ແລະການລົງທຶນປະຕິບັດລະບຽບການທາງການທູດຕາມຂໍ້ກຳນົດ. ATISA ຖືວ່າ ເປັນບາດກ້າວໃໝ່ໃນວິວັດທະນາການເຊື່ອມໂຍງກ່ຽວກັບການບໍລິການຂອງອາຊຽນ. ເມື່ອມີຜົນສັກສິດ, ສັນຍາສະບັບນີ້ຈະປ່ຽນແທນໃຫ້ສັນຍາແມ່ອາຊຽນ ກ່ຽວກັບການບໍລິການ (AFAS) ປີ 1995, ດ້ວຍຫຼາຍເນື້ອໃນໃໝ່ຕາມທິດເປີດປະຕູ, ຫັນການບໍລິການເປັນເສລີກວ່າ. ATISA ໄດ້ຕັ້ງຄວາມຫວັງວ່າຈະສ້າງພື້ນຖານໃໝ່ໃຫ້ແກ່ການຊຸກຍູ້ການຄ້າດ້ານການບໍລິການໃນພາກພື້ນ ແລະຍົກສູງກໍາລັງແກ່ງແຍ້ງຂອງວິສາຫະກິດສົ່ງອອກການບໍລິການໃນອາຊຽນ.

ໂດຍ: ເກື່ອງດັ້ງ