ລາຍການດ້ວຍຫົວຂໍ້ “ຜູ້ຄົນນັບລ້ານສາມາດຊ່ວຍຄົນທຸກຍາກໄດ້ຕັ້ງມາກມາຍ” ຊ່ວຍຜູ້ໃຈບຸນໃຈກຸສົນ ແລະຜູ້ທີ່ຕ້ອງການສະໜັບສະໜູນ ໄດ້ມີການຕິດຕໍ່ພົວພັນໂດຍກົງ, ພາຍໃຕ້ການຕິດຕາມກວດກາ ແລະປະສານງານຂອງສູນສະຫວັດດີການນະຄອນ.

leftcenterrightdel
ພິທີມອບ-ຮັບລົດຈັກໃຫ້ປະຊາຊົນທີ່ປະສົບຄວາມຫຍຸ້ງຍາກທີ່ລາຍການ. ພາບ: ແຄ໊ງຢາງ.

ທີ່ພິທີ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນໄດ້ຮັບເງິນບໍລິຈາກ ຈາກຫົວໜ່ວຍ, ກົມກອງຕ່າງໆ ດ້ວຍເງິນທັງໝົດກວ່າ 10 ຕື້ດົ່ງ, ສູນສະຫວັດດີການນະຄອນ ໄດ້ຮັບຖົງເຄື່ອງຊ່ວຍເຫຼືອ 15.000 ຖົງລວມມູນຄ່າ 4,5 ຕື້ດົ່ງ. ໃນໂອກາດນີ້, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມນະຄອນ ແລະບັນດາຫົວໜ່ວຍ, ກົມກອງ, ວິສາຫະກິດ ໄດ້ມອບລົດຈັກ 30 ຄັນ, ເຮືອນ 11 ຫຼັງ, ທຶນການສຶກສາຫຼາຍທຶນ ແລະຂອງຂວັນຫຼາຍສິບພູດໃຫ້ນັກສຶກສາ, ເດັກກໍາພ້າ.

ໂດຍ: ໄຊຊະນະ