ບັນດາໝາກຜົນເບື້ອງຕົ້ນ

ຕ່ຳແຜ່ນຕັດຫຍິບແມ່ນຂະແໜງໄດ້ຮັບການຕີລາຄາເບື້ອງຕົ້ນວ່າໄດ້ໝູນໃຊ້ EVFTA ຢ່າງມີປະສິດທິຜົນ. ເຄິ່ງຕົ້ນປີ 2021 ການສົ່ງອອກຜະລິດຕະພັນຕ່ໍາແຜ່ນຕັດຫຍິບເຂົ້າສູ່ຕະຫຼາດສະຫະພາບເອີລົບ (ອີຢູ) ແມ່ນເພີ່ມຂຶ້ນຢ່າງຈະແຈ້ງດ້ວຍວົງເງິນການຄ້າສົ່ງອອກບັນລຸເກືອບ 2,3 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 4,85% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ທ່ານ ຫວູດຶກຢາງ, ປະທານສະມາຄົມຕ່ຳແຜ່ນຕັດຫຍິບຫວຽດນາມ ໃຫ້ຂໍ້ສັງເກດວ່າ: "EVFTA ໄດ້ສົ່ງຜົນກະທົບຢ່າງຕັ້ງໜ້າເຖິງການສົ່ງອອກຂອງຂະແໜງໄປຍັງຕະຫຼາດອີຢູ. ຖ້າວ່າບໍ່ມີສັນຍາ, ຕົວເລກສົ່ງອອກໄປຍັງຕະຫຼາດນີ້ບັນລຸພຽງແຕ່ປະມານ 700-800 ລ້ານໂດລາສະຫະລັດ. EVFTA ແມ່ນກໍາລັງໜູນພັດທະນາໃນໄລຍະຍາວນານໃຫ້ຂະແໜງຕ່ຳແຜ່ນຕັດຫຍິບຫວຽດນາມ. ບໍ່ພຽງແຕ່ສ້າງຕະຫຼາດເປີດກວ້າງເທົ່ານັ້ນ ຫາກຍັງເພີ່ມການດຶງດູດນັກລົງທຶນພາຍໃນ ແລະຕ່າງປະເທດເຂົ້າຂົງເຂດຕ່ຳແຜ່ນຕັດຫຍິບ; ພ້ອມທັງ, ຊຸກຍູ້ການພັດທະນາເຕັກໂນໂລຢີກ່ຽວກັບການຫັນເປັນອັດຕະໂນມັດ, ຄຸ້ມຄອງແບບດີຈີຕອນ, ສ້າງທ່າແຮງແກ່ງແຍ້ງຢູ່ຕະຫຼາດຕັດຫຍິບໃນທ່ົວໂລກ”.

leftcenterrightdel
ການເຄື່ອນໄຫວຜະລິດຂອງບໍລິສັດຫຸ້ນສ່ວນ ຟອງຟູ໊, ໂຮ່ຈີມິນ. ພາບ: ວັນກົງ.

ສິນຄ້າສົ່ງອອກຫຼາຍປະເພດຕົ້ນຕໍອື່ນຂອງຫວຽດນາມ ກໍ່ຍາດແຍ່ງໄດ້ໂອກາດຈາກ EVFTA, ເຮັດໃຫ້ວົງເງິນການຄ້າສົ່ງອອກເພີ່ມຂຶ້ນ, ພົ້ນເດັ່ນ, ຄື: ສິນຄ້າໂທລະສັບ ແລະເຄື່ອງອາໄຫຼ່, ຄອມພິວເຕີ, ຜະລິດຕະພັນເອເລັກໂຕນິກ ແລະເຄື່ອງອາໄຫຼ່, ເກີບໜັງ, ເຄື່ອງຕ່ຳແຜ່ນຕັດຫຍິບ, ສິນໃນນ້ຳ... ຂໍ້ມູນຈາກກະຊວງອຸດສາຫະກຳ ແລະການຄ້າໄດ້ສະແດງໃຫ້ເຫັນວ່າ 6 ເດືອນຕົ້ນປີ 2021, ວົງເງິນການຄ້າສົ່ງອອກ, ນຳເຂົ້າລະຫວ່າງຫວຽດນາມ ແລະອີຢູ ບັນລຸ 27,67 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 18,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ຖ້າວ່່າຄິດໄລ່ສະເພາະການສົ່ງອອກ, ວົງເງິນສົ່ງອອກ 6 ເດືອນ ຕົ້ນປີ 2021 ບັນລຸ 19,4 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 18,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.

ແບ່ງປັນກ່ຽວກັບສັນຍາສະບັບນີ້, ທ່ານ ເລືອງຮວ່າງຖ໊າຍ, ຫົວໜ້າກົມນະໂຍບາຍການຄ້າຫຼາຍຝ່າຍ, ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ຖືວ່າ EVFTA ແມ່ນສັນຍາແບບໃໝ່, ມີມາດຕະຖານສູງ, ຮອບດ້ານ, ລະດັບໃຫ້ຄຳໝັ້ນສັນຍາເລິກເຊິ່ງ ແລະກວ້າງຂວາງແຕ່ກໍ່ຍັງພ້ອມກັນຮັບປະກັນຄວາມດຸ່ນດ່ຽງຜົນປະໂຫຍດໃຫ້ທັງສອງຝ່າຍ.

ຊຸກຍູ້ການປະຕິຮູບລະບອບລະບຽບການ

ນັບແຕ່ສັນຍາສະບັບນີ້ໄດ້ຮັບການປະຕິບັດມາຮອດປະຈຸບັນ, ຫວຽດນາມ ໄດ້ເປັນເຈົ້າການ ແລະຄວາມມານະພະຍາຍາມປະຕິບັດຄຳໝັ້ນສັນຍາຢ່າງຄົບຖ້ວນ, ສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຄົມວິສາຫະກິດເວົ້າສະເພາະ ແລະພ້ືນຖານເສດຖະກິດເວົ້າລວມສາມາດໝູນໃຊ້ປະສິດທິຜົນຈາກສັນຍາສະບັບນີ້. ເຖິງຢ່າງໃດກໍ່ຕາມ, ວິວັດການປະຕິບັດປະສິດທິຜົນຂອງ EVFTA ກໍ່ພວມປະສົບຄວາມຫຍຸ້ງຍາກ. ກ່ອນອື່ນໝົດ, ຕ້ອງເວົ້າເຖິງສະພາບການໂລກລະບາດມີຄວາມສາມາດຜັນແປຢ່າງສັບສົນ, ແກ່ຍາວ, ຈາກນັ້ນເຮັດແຫຼ່ງກຳລັງຂອງວິສາຫະກິດຊຸດເຊື່ອມຢ່າງຮ້າຍແຮງ, ສົ່ງຜົນສະທ້ອນເຖິງການປ່ຽນແປງໃໝ່ເຕັກໂນໂລຢີ, ປັບປຸງຄຸນນະພາບຜະລິດຕະພັນ, ສະມັດຕະພາບການອອກແຮງງານ... ນອກຈາກນັ້ນ, ຫຼາຍກະຊວງ, ຂະແໜງການ, ແຂວງ, ນະຄອນ, ອົງການພວມສຸມໃສ່ວຽກງານປ້ອງກັນ, ຕ້ານໂລກລະບາດ, ຍັງບໍ່ທັນເອົາໃຈໃສ່ຊຸກຍູ້ການປະຕິບັດ ແລະໝູນໃຊ້ບັນດາສັນຍາການຄ້າເສລີ (FTA).

ກ່ຽວຂ້ອງເຖິງບັນຫານີ້, ທ່ານ Alain Cany ປະທານສະມາຄົມວິສາຫະກິດເອີລົບ ປະຈຳ ຫວຽດນາມ (EuroCham) ໃຫ້ຮູ້ວ່າ: ປະຈຸບັນ, ບັນດາປະເທດໃນໂລກລ້ວມແຕ່ພວມສຸມໃສ່ທຸກແຫຼ່ງກຳລັງເພື່ອຍູ້ພະຍາດໂຄວິດ-19 ໃຫ້ຖອຍໄປ. ເຖິງຢ່າງໃດກໍ່ຕາມ, ສິ່ງນີ້ບໍ່ໝາຍຄວາມວ່າ ພວກເຮົາຄວນພາດໂອກາດຈາກ EVFTA. ໃນຕົວຈິງ, ສັນຍາສະບັບນີ້ພວມກາຍເປັນສິ່ງທີ່ພິເສດສຳຄັນ, ເມື່ອບັ້ນຮົບສັກວັກຊິນກັນພະຍາດໄດ້ຮັບການຜັນຂະຫຍາຍ ແລະໂລກລະບາດໄດ້ຮັບການຄວບຄຸມ, ພື້ນຖານເສດຖະກິດຕ້ອງໄດ້ເປີດປະຕູ ແລະຟື້ນຟູຄືນໃໝ່. ນັບແຕ່ຈຸດເວລາມີຜົນສັກສິດ, ສິນຄ້າສົ່ງອອກຂອງອີຢູ ມາຍັງຕະຫຼາດຫວຽດນາມ 65% ແລະສິນຄ້າສົ່ງອອກຂອງຫວຽດນາມ ໄປຍັງຕະຫຼາດ ອີຢູ 71% ໄດ້ຍົກເວັ້ນພາສີ; ໃນທົດສະວັດຈະມາເຖິງ, ຕົວເລກນີ້ຈະເພີ່ມຂຶ້ນເກືອບ 99%.

leftcenterrightdel
ການເຄື່ອນໄຫວຜະລິດຢູ່ບໍລິສັດໃຫຍ່ຫຸ້ນສ່ວນຕັດຫຍິບເລກ 10, ຮ່າໂນ້ນ. ພາບ: ວັນກົງ.

ເມື່ອເນັ້ນໜັກເຖິງການປະຕິບັດ EVFTA ໃຫ້ມີປະສິດທິຜົນຕ້ອງມີການຮ່ວມແຮງຮ່ວມໃຈຈາກກະຊວງ, ຂະແໜງການ, ທ້ອງຖິ່ນກໍ່ຄືວິສາຫະກິດ, ຕາມທ່ານ ເລືອງຮ່ວາງຖ໊າຍ ແລ້ວ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຄວນເອົາໃຈໃສ່ ແລະສືບຕໍ່ກວດກາຄືນ, ປັບປຸງ, ປະກາດໃຊ້, ປັບປຸງເພີ່ມເຕີມລະບົບເອກະສານກົດໝາຍໃຫ້ສອດຄ່ອງກັບຄຳໝັ້ນສັນຍາທີ່ມີຢູ່ແລ້ວໃນສັນຍາສະບັບນີ້. ສຳລັບຝ່າຍທ້ອງຖິ່ນ, ຕ້ອງສົມທົບກັບກະຊວງອຸດສາຫະກຳ ແລະການຄ້າ, ບັນດາກະຊວງ, ຂະແໜງການ, ສະມາຄົມທີ່ມີກ່ຽວຂ້ອງຢ່າງແໜ້ນແຟ້ນເພື່ອເພີ່ມທະວີການກຳນົດທິດໃຫ້ວິສາຫະກິດເປັນເຈົ້າການເປີດກວ້າງຕະຫຼາດນຳເຂົ້າ-ສົ່ງອອກ, ໝູນໃຊ້ກາລະໂອກາດຈາກຕະຫຼາດບັນດາປະເທດອີຢູ.

ໃນໄລຍະຜ່ານມາ, ກະຊວງອຸດສາຫະກຳ ແລະການຄ້າ ໄດ້ເປີດຕົວ ແລະນຳໃຊ້ປະຕູຖານຂໍ້ມູນເອເລັກໂຕນິກກ່ຽວກັບສັນຍາການຄ້າເສລີ (FTAP), ໃນນັ້ນມີ EVFTA. ນີ້ແມ່ນເຄື່ອງມືທີ່ມີປະສິດທິຜົນເພື່ອຊ່ວຍໃຫ້ວິສາຫະກິດກຳແໜ້ນຂໍ້ມູນກ່ຽວກັບຄຳໝັ້ນສັນຍາຕ່າງໆຂອງສັນຍາ, ກຳແໜ້ນຂໍ້ມູນຂ່າວສານກ່ຽວກັບຕະຫຼາດເພື່ອຈາກນັ້ນໝູນໃຊ້ປະສິດທິຜົນ. ຕາມທ່ານ ຫງວຽນແອັງເຢືອງ ແລ້ວ, ເພື່ອໝູນໃຊ້ປະສິດທິຜົນ EVFTA, ບັນດາວິສາຫະກິດຕ້ອງຍົກສູງສະຕິເປັນເຈົ້າການກ່ຽວກັບທຸກດ້ານ; ກ່ອນອື່ນໝົດຕ້ອງຊອກຮູ້, ອັບເດດ ແລະຕອບສະໜອງການປ່ຽນແປງໃນນະໂຍບາຍການຄ້າຂອງ ອີຢູ, ຕິດຕາມທ່າອ່ຽງກ່ຽວກັບມາດຕະການຍົກເວັ້ນພາສີ; ເອົາໃຈໃສ່ຕໍ່ມາດຕະຖານສະເພາະຂອງບໍລິສັດນຳເຂົ້າ; ເປັນເຈົ້າການກໍ່ສ້າງແຜນການຍົກສູງກຳລັງຄວາມສາມາດສົ່ງອອກ, ພິເສດແມ່ນຄວາມສາມາດຕອບສະໜອງມາດຕະຖານເຕັກນິກ, ມາດຕະການອະນາໄມກັນພະຍາດໄປຍັງຕະຫຼາດອີຢູ.

ໂດຍ: ແສງເດືອນ