ຍູ້ແຮງການພົວພັນຮ່ວມມືລະຫວ່າງແນວໂຮມປະເທດຊາດຫວຽດນາມ ແລະແນວລາວສ້າງຊາດ
ກປ.ອອນໄລ - ເນື່ອງໃນໂອກາດທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ, ໃນຕອນບ່າຍວັນທີ 9 ສິງຫາ, ທີ່ນະຄອນຫຼວງວຽງຈັນ, ທ່ານ ໂດ໊ວັນຈ໊ຽນ ເລຂາທິການສູນກາງພັກ, ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ມີການພົບປະກັບທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ.
    |
 |
ບັນຍາກາດທີ່ການພົບປະ. ພາບ: ເຮືອງຢ້ຽບ. |
ທີ່ການພົບປະ, ທ່ານ ໂດ໊ວັນຈ໊ຽນ ແລະທ່ານ ສິນລະວົງ ຄຸດໄພທູນ ລ້ວນແຕ່ຢັ້ງຢືນວ່າ ການພົວພັນລະຫວ່າງອົງການແນວໂຮມປະເທດຊາດຫວຽດນາມ ແລະແນວລາວສ້າງຊາດ ສືບຕໍ່ໄດ້ຮັບການປັບປຸງ ແລະພັດທະນາຢ່າງດີງາມກວ່າ. ໃນປີ 2020 ແລະ 7 ເດືອນຕົ້ນປີນີ້, ຍ້ອນສະພາບພະຍາດໂຄວິດ-19 ກໍາລັງຜັນແປຢ່າງສັບສົນ, ດັ່ງນັ້ນສອງປະເທດຈຶ່ງຍັງບໍ່ທັນໄດ້ຈັດຕັ້ງຄະນະຜູ້ແທນຂັ້ນສູງໄປຢ້ຽມຢາມກັນ, ພົບປະເຈລະຈາ, ແລກປ່ຽນບົດຮຽນກ່ຽວກັບວຽກງານແນວໂຮມແຕ່ໃນຕົ້ນປີນີ້, ອົງການແນວໂຮມ 3 ປະເທດກໍາປູເຈຍ-ລາວ-ຫວຽດນາມ ກໍ່ໄດ້ເຊັນບົດບັນທຶກຊ່ວຍຈຳວ່າດ້ວຍໂຄງການຮ່ວມມືໄລຍະ 2020-2023.
    |
 |
ທ່ານ ໂດ໊ວັນຈ໊ຽນ ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ທ່ີ່ການພົບປະ. ພາບ: ເຮືອງຢ້ຽບ. |
ທ່ານ ໂດ໊ວັນຈ໊ຽນ ໃຫ້ຮູ້ວ່າ ໃນຕໍ່ໜ້າ, ສອງຝ່າຍຈະຈັດຕັ້ງກອງປະຊຸມທາງໄກໃນກາງເດືອນກັນຍາ ເພື່ອແລກປ່ຽນບົດຮຽນກ່ຽວກັບວຽກງານແນວໂຮມ ແລະປຶກສາຫາລື, ເຫັນດີເປັນເອກະພາບເນື້ອໃນຮ່ວມມືລະອຽດໃນຊຸມປີຕໍ່ໜ້າ. ພ້ອມກັນນັ້ນ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ຈະສະເໜີໂຄງການເພື່ອສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ລາວ ຄົບຮອບ 60 ປີ, ວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ ຄົບຮອບ 45 ປີໃນປີ 2022 ຕາມຄໍາເຫັນຊີ້ນໍາຂອງທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ.
    |
 |
ທ່ານ ໂດ໊ວັນຈ໊ຽນ ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ມອບຂອງຂວັນທີ່ລະນຶກໃຫ້ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ. ພາບ: ເຮືອງຢ້ຽບ. |
ທ່ານ ໂດ໊ວັນຈ໊ຽນ ຫວັງວ່າ, ໃນໄລຍະຈະມາເຖິງ ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະຄະນະກໍາມະການສູນກາງແນວລາວສ້າງຊາດ ຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງຝ່າຍເພື່ອພ້ອມກັນເພີ່ມພູນຄູນສ້າງ, ສ້າງນໍ້າໃຈມິດຕະພາບລະຫວ່າງສອງປະເທດໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ.
ໂດຍ: ເກື່ອງດັ້ງ