ລະອຽດ, ຂະແໜງອຸດສາຫະກຳໃນໄຕມາດທີ I ຂອງປີ 2021 ບັນລຸລະດັບເຕີບໂຕ 6,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020; ໃນນັ້ນ, ຂະແໜງອຸດສາຫະກຳປຸງແຕ່ງ, ປະດິດສ້າງເພີ່ມຂຶ້ນ 9,45%, ສູງກວ່າລະດັບ 7,12% ຂອງໄລຍະດຽວກັນຂອງປີກາຍ, ແຕ່ຕ່ຳກວ່າ ລະດັບ  14,3% ຂອງໄຕມາດທີ I ປີ 2018 ແລະ 11,52% ຂອງໄຕມາດທີ I ປີ 2019; ການຜະລິດ ແລະຈຳໜ່າຍໄຟຟ້າເຕີບໂຕຢ່າງໝັ້ນທ່ຽງ; ຂະແໜງຂຸດຄົ້ນບໍ່ແຮ່ຫຼຸດລົງແຮງຍ້ອນການຂຸດຄົ້ນນ້ຳມັນດິບ ແລະອາຍແກັສທຳມະຊາດຫຼຸດລົງແຮງ.

ດັດຊະນີການຜະລິດໃນໄຕມາດທີ I ປີ 2021 ບາງຂະແໜງຈຸດສຸມສັງກັດບັນດາຂະແໜງອຸດສະຫະກຳເພີ່ມຂຶ້ນສູງເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020 ແມ່ນ: ການຜະລິດໂລຫະເພີ່ມຂຶ້ນ 30,9%; ການຜະລິດເຄື່ອງດື່ມເພີ່ມຂຶ້ນ 16,9%; ການຜະລິດອຸປະກອນໄຟຟ້າ ແລະຂຸດຄົ້ນແຮ່ໂລຫະເພີ່ມຂຶ້ນ 12,5%... ກົງກັນຂ້າມ, ບາງຂະແໜງມີດັດຊະນີຫຼຸດລົງ, ຄື: ຂະແໜງຂຸດຄົ້ນນ້ຳມັນດິບ ແລະອາຍແກັສທຳມະຊາດຫຼຸດລົງ 13,7%; ການເຄື່ອນໄຫວບໍລິການໜູນຊ່ວຍຂຸດຄົ້ນບໍ່ແຮ່ ແລະແຮ່ທາດຫຼຸດລົງ 9,8%; ການລະບາຍນໍ້າ ແລະການບຳບັດນ້ຳເສຍຫຼຸດລົງ 5,6%...

leftcenterrightdel
ພາບປະກອບຈາກສໍານັກຂ່າວສານຫວຽດນາມ.

ກົມໃຫຍ່ສະຖິຕິກໍ່ຊີ້ໃຫ້ເຫັນວ່າ, ໃນໄຕມາດທີ I ປີ 2021 ມີບາງຜະລິດຕະພັນອຸດສາຫະກຳຫຼັກໄດ້ເພີ່ມຂຶ້ນສູງເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020, ຄື: ເຫຼັກກ້າເພີ່ມຂຶ້ນ 54%; ເຄື່ອງອາໄຫຼ່ໂທລະສັບເພີ່ມຂຶ້ນ 47,9%; ໂທລະພາບທຸກປະເພດເພີ່ມຂຶ້ນ 30,9%; ລົດໂອໂຕ ເພີ່ມຂຶ້ນ 17,7%; ນົມແປ້ງເພີ່ມຂຶ້ນ 17,5%; ນ້ຳສີເຄມີເພີ່ມຂຶ້ນ 15,5%...

ເຖິງວ່າ, ການຜະລິດອຸດສາຫະກຳບັນລຸລະດັບເຕີບໂຕດີພໍສົມຄວນກໍ່ຕາມ, ແຕ່ບົດລາຍງານຂອງກົມໃຫຍ່ສະຖິຕິສະແດງໃຫ້ເຫັນວ່າ ດັດຊະນີສິນຄ້າຄ້າງສາງທົ່ວຂະແໜງອຸດສາຫະກໍາປຸງແຕ່ງ, ປະດິດສ້າງໄລ່ຮອດວັນທີ 31 ມີນາ 2021 ເພີ່ມຂຶ້ນ 22,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ບາງຂະແໜງມີດັດຊະນີສິນຄ້າຄ້າງສາງເພີ່ມຂຶ້ນສູງເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020 ແມ່ນ: ຂະແໜງຜະລິດຜະລິດຕະພັນຈາກຢາງພາລາ ແລະ plastic ເພີ່ມຂຶ້ນ 91,6%; ຂະແໜງຜະລິດຖ່ານຫີນ, ຜະລິດຕະພັນນໍ້າມັນປຸງແຕ່ງເພີ່ມຂຶ້ນ 85,7%; ຂະແໜງຜະລິດໂລຫະເພີ່ມຂຶ້ນ 68,1%...

ເພື່ອແກ້ໄຂບັນຫາສິນຄ້າຄ້າງສາງ ແລະຊຸກຍູ້ພັດທະນາການຜະລິດ, ໃນໄລຍະຈະມາເຖິງ, ກະຊວງແຜນການ ແລະການລົງທຶນສະເໜີບັນດາທ້ອງຖິ່ນຄວນສືບຕໍ່ປະຕິຮູບລະບຽບການບໍລິຫານ ແລະຫັນລະບຽບການກວດກາວິຊາສະເພາະເປັນງ່າຍດາຍ; ພ້ອມກັນນັ້ນ, ຜັນຂະຫຍາຍຂໍ້ຕົກລົງ 221/ QĐ-TTg ອະນຸມັດແຜນການດຳເນີນງານຍົກສູງກໍາລັງຄວາມສາມາດໃນການແກ່ງແຍ້ງ ແລະພັດທະນາການບໍລິການໂລຈິດຕິກຢ່າງຮີບດ່ວນ, ໃນນັ້ນສຸມໃສ່ໜູນຊ່ວຍການຫັນວິສາຫະກິດເປັນດິຈີຕອນ, ສ້າງຕັ້ງບັນດາພື້ນຖານດີຈີຕອນກ່ຽວກັບໂລຈິດຕິກ ເພື່ອແນໃສ່ຫຼຸດຄ່າໃຊ້ຈ່າຍ; ເພີ່ມທະວີການເຊື່ອມຕໍ່ລະຫວ່າງວິສາຫະກິດພາຍໃນປະເທດກັບວິສາຫະກິດ FDI ເພື່ອໃຫ້ການເຄື່ອນໄຫວບັນລຸປະສິດທິຜົນສູງສຸດ.

ພ້ອມກັນນັ້ນ, ບັນດາຂະແໜງຄວນສຸມໃສ່ໜູນຊ່ວຍການພັດທະນາຕະຫຼາດພາຍໃນປະເທດ; ຄົ້ນຄວ້າ ແລະສ້າງບັນດານະໂຍບາຍ ເພື່ອຊຸກຍູ້ການຊົມໃຊ້ຜະລິດຕະພັນ ແລະສິນຄ້າທີ່ຜະລິດພາຍໃນປະເທດ; ສຸມໃສ່ພັດທະນາອຸດສາຫະກຳໜູນຊ່ວຍ ເພື່ອຍົກສູງມູນຄ່າເພີ່ມທີ່ໄດ້ຮັບຈາກການສົ່ງອອກ; ເພີ່ມທະວີການໜູນຊ່ວຍວິສາຫະກິດພາຍໃນປະເທດຜັນຂະຫຍາຍການແຈກຢາຍສິນຄ້າບົນພື້ນຖານການຄ້າເອເລັກໂຕນິກ; ຜັນຂະຫຍາຍ, ນຳໃຊ້ບັນດາເຄື່ອງມືປ້ອງກັນການຄ້າຢ່າງມີປະສິດທິຜົນ, ກວດກາຄືນບັນດາບຸລິມະສິດທີ່ສະຫງວນໃຫ້ວິສາຫະກິດ FDI ເພື່ອສ້າງສະພາບແວດລ້ອມແຫ່ງການແກ່ງແຍ້ງສະເໝີພາບໃຫ້ແກ່ການຜະລິດພາຍໃນປະເທດ.

ຄຽງຂ້າງນັ້ນ, ກະຊວງອຸດສາຫະກຳ ແລະການຄ້າຕ້ອງເພີ່ມທະວີຊຸກຍູ້ການບໍລິໂພກຜ່ານບັນດາມາດຕະການລະອຽດແນໃສ່ຍົກສູງຄວາມສາມາດຜ່ານດ່ານ, ອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກ, ການຂົນສົ່ງສິນຄ້າຜ່ານດ່ານຊາຍແດນ, ຊຸກຍູ້ການແລກປ່ຽນການຄ້າ, ການສົ່ງອອກສິນຄ້າ; ພ້ອມກັນນັ້ນ, ຕ້ອງສຸມໃສ່ການກວດກາຄືນຢ່າງລະອຽດ ແລະມີມາດຕະການທີ່ເໝາະສົມ, ຍູ້ແຮງ ແລະອຳນວຍຄວາມສະດວກໃຫ້ທຸກຂອດໃນວິວັດການລົງທຶນ, ຜະລິດດໍາເນີນທຸລະກິດ...

ປະຈຸບັນ, ຈຳນວນແຮງງານທີ່ເຮັດວຽກໃນວິສາຫະກິດອຸດສາຫະກຳນັບແຕ່ວັນທີ 1 ມີນາ 2021 ເພີ່ມຂຶ້ນ 1,6% ເມື່ອທຽບໃສ່ໄລຍະດຽວກັນຂອງເດືອນກ່ອນ ແລະຫຼຸດລົງ 0,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.

ໂດຍ: ທະນາພອນ