leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: baochinhphu.vn

ທີ່ການເຮັດວຽກ, ທ່ານ ມາຍຕ໊ຽນຢຸງ ຕີລາຄາສູງການໜູນຊ່ວຍອັນລໍ້າຄ່າ, ມີປະສິດທິຜົນຂອງ WB ແລະທ່ານນາງ Victoria Kwakwa ທີ່ມີຕໍ່ຫວຽດນາມ. ຕາມທ່ານ ມາຍຕ໊ຽນຢຸງ ແລ້ວ, ລັດຖະບານຫວຽດນາມ ຈະສືບຕໍ່ກຳນົດແຫຼ່ງກຳລັງໜູນຊ່ວຍ, ຂົງເຂດບຸລິມະສິດຂອງຫວຽດນາມ ແລະທະນາຄານໂລກ, ສ້າງບັນຊີລາຍຊື່ບັນດາໂຄງການອຸປະຖຳໄລຍະກາງແຕ່ປີ 2021 – 2025, ຊຸກຍູ້ຄວາມຄືບໜ້າປ່ອຍເງິນໃຫ້ແກ່ບັນດາໂຄງການ, ຍົກສູງປະສິດທິຜົນບັນດາໂຄງການທີ່ໄດ້ລົງນາມກັບທະນາຄານໂລກ.

ສ່ວນທ່ານນາງ Victoria Kwakwa ກໍ່ອວຍພອນຫວຽດນາມ ໄດ້ຍົກອອກການກຳນົດທິດຄຸ້ມຄອງ, ນຳໃຊ້ແຫຼ່ງທຶນໜູນຊ່ວຍພັດທະນາທາງການ (ODA) ແລະບັນດາຂົງເຂດບຸລິມະສິດລົງທຶນ, ພ້ອມທັງໃຫ້ຮູ້ວ່າທະນາຄານໂລກ ຊົມເຊີຍ ແລະປາດຖະໜາຢາກ ສືບຕໍ່ໄດ້ເຮັດວຽກທີ່ກ່ຽວຂ້ອງເຖິງບັນຫານີ້ກັບຫວຽດນາມ ອີກດ້ວຍ.

ໂດຍ: ທະນາພອນ