ສ້າງການຫັນປ່ຽນດ້ານຈິນຕະນາການຢ່າງແຮງ

ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ແມ່ນເຂດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດຢູ່ປະເທດເຮົາ. ເພາະສະນັ້ນ, ປີ 2017, ລັດຖະບານ ຈຶ່ງປະກາດໃຊ້ມະຕິ “ດິນຟ້າອາກາດເອື້ອອຳນວຍ”. ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ກໍ່ປະກາດໃຊ້ຂໍ້ກຳນົດການທົດລອງຮ່ວມສຳພັນພັດທະນາເສດຖະກິດ-ສັງຄົມຢູ່ເຂດທົ່ງພຽງແມ່ນໍ້າຂອງທາງໃຕ້ຫວຽດນາມ ມາແຕ່ປີ 2016 ແລະຫຼ້າສຸດ, ໃນເດືອນມິຖຸນາ ປີ 2020 ກໍ່ຕົກລົງສ້າງ ແລະປະກາດໃຊ້ຂໍ້ກຳນົດການເຄື່ອນໄຫວຂອງສະພາປະສານງານເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ໄລຍະ 2020-2025. ເຖິງວ່າມະຕິສະບັບເລກທີ 120 ຫາກໍ່ຜັນຂະຫຍາຍໄດ້ 3 ປີກໍ່ຕາມແຕ່່ກໍ່ສ້າງການຫັນປ່ຽນດ້ານຈິນຕະນາການຢ່າງແຮງຂອງທຸກຂັ້ນ, ທຸກຂະແໜງການ ແລະຄວາມຮັບຮູ້ຂອງປະຊາຊົນກໍ່ໄດ້ຮັບການຍົກສູງຂຶ້ນ.

leftcenterrightdel
ປະຊາຊົນເກັບກ່ຽວເຂົ້າຢູ່ເມືອງຕາມບິ່ງ, ແຂວງຫວິງລອງ. ພາບ: ຫງວຽນກ໋ຽມ.

ແລກປ່ຽນກັບນັກຂ່າວ, ທ່ານ ຕັງເທ໊ເກື່ອງ, ຫົວໜ້າກົມປ່ຽນແປງດິນຟ້າອາກາດ (ກະຊວງຊັບພະຍາກອນ ແລະສິ່ງແວດລ້ອມຫວຽດນາມ) ໃຫ້ຮູ້ວ່າ: ມະຕິສະບັບເລກທີ 120 ແມ່ນແຜນນະໂຍບາຍບຸກທະລຸເພື່ອສ້າງເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ພັດທະນາແບບຍືນຍົງ. ໃນໄລຍະ 3 ປີຜ່ານມາ, ໃນເບື້ອງຕົ້ນພວກເຮົາໄດ້ເປັນເຈົ້າການຮັບມືກັບການກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ດຳລົງຊີວິດຢູ່ກັບໄພນ້ຳຖ້ວມ, ນ້ຳເຄັມຊຶມ,... ເຊິ່ງແມ່ນຊັບພະຍາກອນເພື່ອພັດທະນາເສດຖະກິດດ້ວຍການແບ່ງເຂດໃຫ້ເໝາະສົມບົນພື້ນຖານການຈັດແບ່ງຊັບພະຍາກອນນ້ຳຂອງທົ່ວເຂດ. ປະສິດທິຜົນຂອງການແບ່ງເຂດ, ຫັນປ່ຽນການຜະລິດ “ດິນຟ້າອາກາດເອື້ອອຳນວຍ” ໄດ້ພິສູດໃຫ້ເຫັນວ່າ ຜ່ານໄພແຫ້ງແລ້ງ ແລະນໍ້າເຄັມຊຶມບັນລຸລະດັບສະຖິຕິໃນສົກປີ 2019-2020 ຜ່ານມາດ້ວຍເນື້ອທີ່ປູກເຂົ້າຖືກເສຍຫາຍແມ່ນມີພຽງປະມານ 10% ເທົ່ານັ້ນເມື່ອທຽບໃສ່ກັບປີ 2015-2016.

ໄປຄຽງຄູ່ກັນນັ້ນ, ດ້ວຍທິດນຳທີ່ວ່າ “ລັດຖະບານຊຸກຍູ້, ວິສາຫະກິດກະທຳ, ປະຊາຊົນຕອບສະໜອງ” ຂອງລັດຖະບານເມື່ອລົງທຶນໃສ່ແຫຼ່ງກຳລັງ, ການຜັນຂະຫຍາຍມະຕິສະບັບເລກທີ 120 ກໍ່ໄດ້ປະຕິບັດດ້ວຍຫຼາຍໂຄງການທີ່ມີລັກສະນະເປັນ “ແນວພັນ”, ບັນດານະໂຍບາຍບູລິມະສິດໄດ້ປະກາດໃຊ້, ເປີດກາລະໂອກາດ, ນຳວິສາຫະກິດກາຍເປັນແກ່ນສານໃຫ້ແກ່ວິວັດການສ້າງໂຄງປະກອບຂະແໜງກະສິກຳຕາມທິດທັນສະໄໝຄືນໃໝ່, ຍົກສູງມູນຄ່າເພີ່ມ ແລະກຳລັງແກ່ງແຍ້ງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ບົນພື້ນຖານນັ້ນ, ໄດ້ມີຫຼາຍວິສາຫະກິດພາຍໃນ ແລະຕ່າງປະເທດເຂົ້າມາລົງທຶນຜັນຂະຫຍາຍບັນດາໂຄງການດ້ານກະສິກຳ, ຄົມມະນາຄົມ, ພັດທະນາພະລັງງານຜະລິດຄືນໃໝ່... ເຮັດໃຫ້ໂສມໜ້າຂອງເຂດມີການປ່ຽນແປງ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດໃນທົ່ວປະເທດ.

ກົນໄກພິເສດສະເພາະຕ້ອງມີຄວາມດຸ່ນດ່ຽງລະຫວ່າງເຂດ, ພາກ

ໃນຊຸມປີຈະມາເຖິງ, ເພື່ອຮັບມືກັບສະພາບການນ້ຳເຄັມຊຶມ, ການສູນເສຍດິນສັນດອນຢູ່ເຂດທົ່ງພຽງແມ່ນໍ້າຂອງທາງໃຕ້ຫວຽດນາມ ທີ່ເກີດຂຶ້ນນັບມື້ນັບແຮງ, ທ່ານ ສຈ.ປອ ເຈິ່ນທຸກ, ຮອງປະທານສະພາທີ່ປຶກສາຂອງຄະນະກຳມະການແຫ່ງຊາດດ້ານການປ່ຽນແປງຂອງດິນຟ້າອາກາດ ຖືວ່າ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດມີສອງມາດຕະການເໝາະສົມທີ່ສຸດ, ນັ້ນແມ່ນຍອມຮັບຄວາມເສຍຫາຍ ແລະຫັນປ່ຽນຈຸດປະສົງການນຳໃຊ້. ທ່ານ ສຈ.ປອ ເຈິ່ນທຸກ ຖືວ່່າ: “ຂ້າພະເຈົ້າຍົກຕົວຢ່າງ, ດິນສັນດອນຢູ່ເຂດທົ່ງພຽງແມ່ນໍ້າຂອງທາງໃຕ້ຫວຽດນາມ ພວມຫຼຸດລົງ, ປະກົດການດິນເຊາະເຈື່ອນຢູ່ສອງຝັ່ງແມ່ນ້ຳເກີດຂຶ້ນນັບມື້ນັບຫຼາຍ. ດ້ວຍແຫຼ່ງກຳລັງຍັງຈຳກັດ, ພວກເຮົາບໍ່ສາມາດກໍ່ສ້າງກັນເຈື່ອນຢູ່ສອງຝັ່ງແມ່ນ້ຳໄດ້ທັງໝົດ. ເພາະສະນັ້ນໃນຕໍ່ໜ້າ, ເພື່ອຮັບປະກັນການພັດທະນາເສດຖະກິດ-ສັງຄົມຄວນສຸມໃສ່ຮັກສາບ່ອນສຳຄັນ, ເຂດນະຄອນໃຫຍ່, ເຂດເສດຖະກິດ, ເຂດມີຊຸມຊົນອາໄສຢູ່ຫຼາຍ. ສ່ວນບ່ອນອື່ນນັ້ນແມ່ນໃຫ້ຍອມຮັບຄວາມເສຍຫາຍ, ໜູນຊ່ວຍປະຊາຊົນຍົກຍ້າຍເຮືອນຊານ ແລະຫັນປ່ຽນຈຸດປະສົງການນຳໃຊ້, ເປັນຕົ້ນແມ່ນຫັນປ່ຽນການປູກເຂົ້າມາລ້ຽງສິນໃນນ້ຳ, ປູກເບ້ຍໄມ້ທີ່ມີຄວາມທົນທານຕໍ່ໄພແຫ້ງແລ້ງ, ນ້ຳເຄັມຊຶມ...”

leftcenterrightdel
ປະຊາຊົນເກືອປາຈາ. ພາບ: ຫງວຽນກ໋ຽມ.

ໜຶ່ງໃນບັນດາຄວາມຫຍຸ້ງຍາກໃນປະຈຸບັນເມື່ອຜັນຂະຫຍາຍມະຕິສະບັບເລກທີ 120 ແມ່ນຍັງບໍ່ທັນມີກົນໄກພິເສດສະເພາະເພື່ອປະຕິບັດຍ້ອນວ່າມັນນອນໃນຂອບເຂດສັງລວມຂອງນະໂຍບາຍພັດທະນາລວມຂອງທົ່ວປະເທດ, ຕາມຂໍ້ກຳນົດຂອງກົດໝາຍ. ຕົວຈິງໄດ້ຊີ້ໃຫ້ເຫັນວ່າ, ປີ 2016, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ໄດ້ປະກາດໃຊ້ກົນໄກທົດລອງການຮ່ວມສຳພັນເຂດເຖິງປີ 2020, ສ້າງ ແລະປະກາດໃຊ້ຂໍ້ກຳນົດການເຄື່ອນໄຫວຂອງສະພາປະສານງານເຂດທົ່ງພຽງແມ່ນໍ້າຂອງທາງໃຕ້ຫວຽດນາມ ໃນວັນທີ 12 ມິຖຸນາ 2020 ເພື່ອເປັນເສນາທິການ ກໍ່ຄືກວດກາ, ຕິດຕາມກວດກາການປະຕິບັດການຮ່ວມສຳພັນເຂດ, ພັດທະນາເຂດທົ່ງພຽງແມ່ນໍ້າຂອງທາງໃຕ້ຫວຽດນາມ ແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ຕາມທ່ານ ຕັງເທ໊ເກື່ອງ ແລ້ວ, ເຖິງວ່າບັນດາກົນໄກພິເສດສະເພາະຕົ້ນຕໍກ່ຽວກັບການເພີ່ມທະວີການແລກປ່ຽນຢູ່ໃນລະດັບນະໂຍບາຍກ່ຽວກັບການຮ່ວມສຳພັນເຂດກໍ່ຕາມ, ແຕ່ວ່າ, ດ້ວຍການສ້າງຕັ້ງບັນດາໜ່ວຍປະສານງານລະດັບກະຊວງ, ລະດັບແຂວງ; ໜ່ວຍຊ່ຽວຊານໃຫ້ຄຳປຶກສາເພື່ອຊ່ວຍສະພາປະສານງານເຂດທົ່ງພຽງແມ່ນໍ້າຂອງທາງໃຕ້ຫວຽດນາມ ເຄື່ອນໄຫວໃຫ້ມີປະສິດທິຜົນນັ້ນຕົ້ນຕໍແມ່ນພື້ນຖານເບື້ອງຕົ້ນໃຫ້ແກ່ການສ້າງ ແລະປະຕິບັດຫຼາຍກົນໄກນະໂຍບາຍທີ່ເໝາະສົມກວ່າດ້ວຍຄຸນລັກສະນະທຳມະຊາດ, ເງື່ອນໄຂເສດຖະກິດ-ສັງຄົມຂອງເຂດທົ່ງພຽງແມ່ນໍ້າຂອງທາງໃຕ້ຫວຽດນາມ.

ທ່ານ ຕັງເທ໊ເກື່ອງ ເນັ້ນໜັກວ່າ: “ສິ່ງນີ້ຈະຊ່ວຍແກ້ໄຂສິ່ງກີດຂວາງ ແລະນຳໃຊ້ແຫຼ່ງກຳລັງຂອງເຂດທົ່ງພຽງແມ່ນໍ້າຂອງທາງໃຕ້ຫວຽດນາມ ໃນໄລຍະຈະມາເຖິງຢ່າງມີປະສິດທິຜົນ. ກົນໄກພິເສດສະເພາະຕົ້ນຕໍແມ່ນແປ້ນຢັນເພື່ອພັດທະນາ. ເຖິງຢ່າງໃດກໍ່ຕາມ, ຕ້ອງຕັ້ງໃນສະພາບການລວມຂອງປະເທດ ແລະມີຄວາມດຸ່ນດ່ຽງກັບເຂດ, ພາກຕ່າງໆ”.

ໂດຍ: ສົມເພັດ