ໃນ 10 ເດືອນຕົ້ນປີ, ກຸ່ມຜະລິດຕະພັນເຫຼັກ ແລະເຫຼັກກ້າ ໄດ້ຢືນອັນດັບທີໜຶ່ງໃນວົງເງິນການຄ້າ, ກວມເອົາ 12,7% ໃນຍອດວົງເງິນສົ່ງອອກທັງໝົດ, ບັນລຸໄດ້ 58,87 ລ້ານໂດລາສະຫະລັດ, ຫຼຸດລົງ 17,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019; ໄລ່ສະເພາະເດືອນຕຸລາ ບັນລຸໄດ້ 4,16 ລ້ານໂດລາສະຫະລັດ, ຫຼຸດລົງ 30% ເມື່ອທຽບໃສ່ເດືອນກັນຍາຂອງປີ 2020 ແລະຫຼຸດລົງ 31,7% ເມື່ອທຽບໃສ່ເດືອນຕຸລາຂອງປີ 2019.

ຜະລິດຕະພັນທີ່ຜະລິດຈາກເຫຼັກ ແລະເຫຼັກກ້າ ຢືນອັນດັບທີ 2 ກ່ຽວກັບວົງເງິນການຄ້າ, ໃນ 10 ເດືອນຕົ້ນປີການສົ່ງອອກຂອງກຸ່ມສິນຄ້ານີ້ໄປຍັງຕະຫຼາດລາວ ບັນລຸ 40,20 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 32% ເມື່ອທຽບໃສ່ໄລຍະດຽວກັນປີ 2019, ກວມເອົາ 8,7% ຂອງວົງເງິນນໍາເຂົ້າທັງໝົດ; ສະເພາະເດືອນຕຸລາ ບັນລຸໄດ້ 4,56 ລ້ານໂດລາສະຫະລັດ, ຫຼຸດລົງ 32,9% ເມື່ອທຽບໃສ່ເດືອນກັນຍາ 2020 ແຕ່ວ່າເພີ່ມຂຶ້ນ 35,5% ເມື່ອທຽບໃສ່ເດືອນຕຸລາ 2019.

leftcenterrightdel
ພາບປະກອບຈາກ: vnbuyerguide

ເຄື່ອງຈັກ, ອຸປະກອນ, ເຄື່ອງມື ແລະເຄື່ອງອາໄຫຼ່ຢືນອັນດັບທີ 3 ໃນວົງເງິນການຄ້າ, ໃນ 10 ເດືອນຕົ້ນປີບັນລຸໄດ້ 35,79 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 13,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ກວມເອົາ 7,7% ຍອດວົງເງິນການຄ້າທັງໝົດ; ໄລ່ສະເພາະເດືອນຕຸລາ ບັນລຸກວ່າ 5 ລ້ານໂດລາສະຫະລັດ, ຫຼຸດລົງ 30% ເມື່ອທຽບໃສ່ເດືອນກັນຍາ 2020 ແຕ່ເພີ່ມຂຶ້ນ 46% ເມື່ອທຽບໃສ່ເດືອນຕຸລາ 2019.

ໂດຍທົ່ວໄປສິນຄ້າທີ່ສົ່ງອອກໄປຍັງຕະຫຼາດລາວ ຍັງບໍ່ທັນເປັນຫຼາຍຮູບຫຼາຍແບບ, ຍອດວົງເງິນສິນຄ້າສົ່ງອອກໄປຍັງລາວ ທັງໝົດຍັງບໍ່ທັນສູງ, ໃນເດືອນຕຸລາ, ການສົ່ງອອກສິນຄ້າໄປຍັງລາວ ໄດ້ຫຼຸດລົງເມື່ອທຽບເດືອນສິງຫາຂອງປີ 2020, ກຸ່ມສິນຄ້າຫຼຸດລົງແຮງ ຄື: ຝຸ່ນທຸກຊະນິດຫຼຸດລົງ 62%; ໄມ້ ແລະຜະລິດຕະພັນໄມ້ ຫຼຸດລົງ 51%; ສາຍໄຟຟ້າ ແລະສາຍກາບໄຟຟ້າ ຫຼຸດລົງ 46%; ນໍ້າມັນເຊື້ອໄຟທຸກຊະນິດຫຼຸດລົງ 30% ...

ກົງກັນຂ້າມກໍ່ຍັງມີບາງສິນຄ້າມີການເຕີບໂຕທາງບວກເມື່ອທຽບໃສ່ເດືອນສິງຫາ 2020 ຄື: ໂລຫະທໍາມະດາ ແລະຜະລິດຕະພັນປະເພດຕ່າງໆເພີ່ມຂຶ້ນ 220%; ກາເຟເພີ່ມຂຶ້ນ 131%; ຜະລິດຕະພັນທາດເຄມີເພີ່ມຂຶ້ນ 37% ...

ໂດຍ: ທະນາພອນ