ແລກປ່ຽນກັບນັກຂ່າວສຳນັກຂ່າວສານຫວຽດນາມ ປະຈໍາ New Delhi, ທ່ານນາງ ປອ Gitanjali Yadav ຮັບຜິດຊອບຂົງເຂດພັນທຸກຳພືດ, ພັດທະນາແບບຍືນຍົງ, ການປ່ຽນແປງຂອງດິນຟ້າອາກາດ, ຫັນປ່ຽນພະລັງງານ ແລະການຮ່ວມມືວິທະຍາສາດສາກົນຂອງມະຫາວິທະໄລ JNU, ຖືວ່າ ປະຈຸບັນວິທີການເຂົ້າເຖິງ ຂອງອິນເດຍ ແມ່ນການສົມທົບລະຫວ່າງການຫັນແຫຼ່ງສະໜອງເປັນຫຼາຍຮູບແບບ ແລະເພີ່ມທະວີຄວາມທົນທານຂອງລະບົບພະລັງງານ.

ຕາມທ່ານນາງ ປອ Gitanjali Yadav ແລ້ວ, ຄວາມໝັ້ນຄົງດ້ານພະລັງງານບໍ່ພຽງແຕ່ຢຸດຢູ່ການຮັບປະກັນແຫຼ່ງສະໜອງເປັນປົກກະຕິເທົ່ານັ້ນ ຫາກຍັງລວມມີຄວາມທົນທານຢ່າງມີໄຫວພິບ ແລະຫັນປ່ຽນມາແຫຼ່ງພະລັງງານທີ່ມີການປ່ອຍອາຍພິດຕ່ຳ ເຊິ່ງບໍ່ສົ່ງຜົນສະທ້ອນເຖິງເປົ້າໝາຍການພັດທະນາ. ໃນໄລຍະສັ້ນ, ອິນເດຍ ໄດ້ຜັນຂະຫຍາຍຫຼາຍມາດຕະການ, ຄື: ການຄຸ້ມຄອງຄວາມຕ້ອງການຜ່ານການໝູນໃຊ້ການເໜັງຕິງຄ່າໃນຕະຫຼາດທົ່ວໂລກ ເພື່ອຫັນແຫຼ່ງນຳເຂົ້ານ້ຳມັນດິບ ດ້ວຍຫຼາຍຮູບແບບ, ພ້ອມທັງເປີດກວ້າງການ ແຮ່ນ້ຳມັນຍຸດທະສາດ ແລະປັບປຸງລະບົບໂລຈິດສະຕິກ ເພື່ອເພີ່ມລັກສະນະໄຫວພິບໃນການສະໜອງ.

leftcenterrightdel
ໂຄງການໄຟຟ້າໃຊ້ພະລັງແຮງລົມ ດົງຫາຍ I. ພາບ: ສໍານັກຂ່າວສານຫວຽດນາມ

ໄປຄຽງຄູ່ກັນນັ້ນ, ອິນເດຍ ກໍ່ຍູ້ແຮງການພັດທະນາພະລັງງານທົດແທນ, ພິເສດແມ່ນໄຟຟ້າແສງຕາເວັນ ແລະໄຟຟ້າໃຊ້ພະລັງແຮງລົມ, ພ້ອມກັບບັນດາລາຍການຍົກສູງປະສິດທິຜົນການນຳໃຊ້ພະລັງງານໃນຂະໜາດໃຫຍ່. ບັນດາມາດຕະການນີ້ໄດ້ຊ່ວຍໃຫ້ອິນເດຍ ຮັກສາຄວາມໝັ້ນຄົງດ້ານພະລັງງານໃນສະພາບການຖືກຂາດວັກຂາດຕອນໃນທົ່ວໂລກ. ເຖິງຢ່າງໃດກໍ່ຕາມ, ທ່ານນາງ ປອ Gitanjali Yadav ກໍ່ໃສ່ໃຈວ່າ ບັນດາຂໍ້ຈໍາກັດທີ່ມີລັກສະນະໂຄງປະກອບຍັງຄົງຂ້າງຢູ່, ໂດຍສະເພາະແມ່ນການເອື່ອຍອີງຢ່າງໜັກຕໍ່ກັບການນຳເຂົ້ານ້ຳມັນ ແລະອາຍ, ພ້ອມກັບສິ່ງທ້າທາຍກ່ຽວກັບພື້ນຖານໂຄງລ່າງການແຮ່ ແລະຮັບປະກັນຄວາມສາມາດເຂົ້າເຖິງພະລັງງານດ້ວຍຄ່າເໝາະສົມ.

ເຕື້ອງເຖິງທ່າອ່ຽງຫັນປ່ຽນພະລັງງານທົ່ວໂລກ, ທ່ານນາງໃຫ້ຂໍ້ສັງເກດວ່າ ບັນດາຜົນສະທ້ອນບໍ່ເຮັດໃຫ້ຊັກຊ້າເທົ່ານັ້ນ ກົງກັນຂ້າມຍັງປັບປຸງການຫັນປ່ຽນມາເປັນບັນດາລະບົບພະລັງງານຍືນຍົງ. ໜຶ່ງໃນບັນດາທ່າອ່ຽງພົ້ນເດັ່ນແມ່ນການສ້າງໂຄງປະກອບຕ່ອງໂສ້ການສະໜອງຕາມທິດເພີ່ມທະວີຄວາມທົນທານ, ລວມທັງການຫັນແຫຼ່ງເຕັກໂນໂລຢີເປັນຫຼາຍຮູບແບບ, ຊຸກຍູ້ການຜະລິດພາຍໃນປະເທດ ໃນບັນດາຂົງເຂດ, ຄື: ແບັດເຕີຣີແສງຕາເວັນ ກໍ່ຄືເອົາໃຈໃສ່ກວ່າເຖິງບັນດາແຮ່ທາດສຳຄັນ. ຢູ່ອິນເດຍ, ນັບມື້ນັບມີຄວາມຮັບຮູ້ຢ່າງຈະແຈ້ງວ່າ ການຫັນປ່ຽນພະລັງງານບໍ່ພຽງແຕ່ແມ່ນການປ່ຽນດ້ານເຕັກໂນໂລຢີເທົ່ານັ້ນ ຫາກຍັງມີການຫັນປ່ຽນດ້ານລະບອບລະບຽບການ ແລະພູມສາດການເມືອງ.

ໃນຍຸດທະສາດໄລຍະຍາວ, ອິນເດຍ ສືບຕໍ່ໃຫ້ບຸລິມະສິດເປີດກວ້າງພະລັງງານທົດແທນ, ພັດທະນາ ໄຮໂດເຈນສີຂຽວ. ພ້ອມທັງ, ປະເທດນີ້ກໍ່ສຸມໃສ່ເຂົ້າໃນການຫັນເຄືອຂ່າຍໄຟຟ້າເປັນທັນສະໄໝ, ສ້າງພື້ນຖານໂຄງລ່າງດີຈີຕອນສຳລັບການຄຸ້ມຄອງພະລັງງານ.

ທ່ານນາງກໍ່ເນັ້ນໜັກບົດບາດຂອງບັນດາໂຄງການວິທະຍາສາດ-ເຕັກໂນໂລຢີ ໄລຍະຍາວ ໃນການຫັນປ່ຽນພະລັງງານ. ທ່ານນາງ ປອ Gitanjali Yadav ຖືວ່າ ການລົງທຶນເຂົ້າໃນການຄົ້ນຄວ້າ, ຊັບພະຍາກອນມະນຸດ ແລະຄວາມສາມາດໃນການຄຸ້ມຄອງໃນຫຼາຍທົດສະວັດ ອາດສາມາດຊ່ວຍໃຫ້ພວກເຮົາເລືອກເອົາບັນດາພະລັງງານຍຸດທະສາດໃນອະນາຄົດ.

ຕາມທ່ານນາງ ປອ Gitanjali Yadav, ເພື່ອຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ບັນລຸການເຕີບໂຕໂດຍໄວ ແລະຍືນຍົງ, ພ້ອມທັງຈັດຕັ້ງປະຕິບັດບັນດາເປົ້າໝາຍທີ່ລະບຸໄວ້ໃນມະຕິເລກທີ  70-NQ/TW ຂອງກົມການເມືອງ ວ່າດ້ວຍການຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ ເຖິງປີ 2030, ວິໄສທັດເຖິງ ປີ 2045, ຫວຽດນາມ ອາດສາມາດທາບທາມບັນດາຫຼັກການລວມຈາກບົດຮຽນປະສົບການຂອງສາກົນ. ໃນນັ້ນ, ຄວາມໝັ້ນຄົງດ້ານພະລັງງານຕ້ອງໄດ້ຮັບຮູ້ຄືພາກສ່ວນໜຶ່ງຂອງການຫັນປ່ຽນລະບົບໂດຍລວມ, ຕິດພັນກັບການພັດທະນາແບບຍືນຍົງ, ການເຕີບໂຕເສດຖະກິດ ແລະຄວາມທົນທານຂອງສັງຄົມ:

ທີໜຶ່ງ, ຕາມປົກກະຕິການຫັນປ່ຽນພະລັງງານປະສົບຜົນສຳເລັດຕ້ອງສົມທົບລະຫວ່າງເປົ້າໝາຍໄລຍະຍາວຢ່າງຊັດເຈນ ກັບຂະບວນການຜັນຂະຫຍາຍໄຫວພິບ, ຊ່ວຍປັບຕົວໃຫ້ແທດເໝາະກັບການປ່ຽນເຕັກໂນໂລຢີ ແລະການເໜັງຕິງຂອງຕະຫຼາດ, ໃນຂະນະນັ້ນກໍ່ຮັກສາໄວ້ການກຳນົດທິດຍຸດທະສາດ.

ທີສອງ, ຫັນແຫຼ່ງພະລັງງານ ແລະບັນດາເຈົ້າກຳເຂົ້າຮ່ວມເປັນຫຼາຍຮູບຫຼາຍແບບແມ່ນປັດໄຈຫຼັກແຫຼ່ງ. ສິ່ງນີ້ບໍ່ພຽງແຕ່ສົມທົບລະຫວ່າງພະລັງງານທົດແທນ, ພະລັງງານມູນເຊື້ອ ແລະເຕັກໂນໂລຢີໃໝ່ເທົ່ານັ້ນ, ຫາກຍັງຕ້ອງມີການເຂົ້າຮ່ວມຂອງພາກລັດ, ພາກເອກະຊົນ ແລະຄູ່ຮ່ວມມືສາກົນ.

ທີສາມ, ພື້ນຖານໂຄງລ່າງໄຟຟ້າ ແລະລະບົບແຮ່ພະລັງງານ ນັບມື້ນັບສວມບົດບາດໃຈກາງໃນການຂຸດຄົ້ນພະລັງງານທົດແທນຢ່າງມີປະສິດທິຜົນ. ລະດັບການລົງທຶນເຂົ້າຂົງເຂດນີ້ ຈະຕັດສິນຄວາມສາມາດນຳໃຊ້ພະລັງງານທົດແທນຢ່າງມີປະສິດທິຜົນ.

ທີສີ່, ຊັບພະຍາກອນມະນຸດ ແລະລະບົບປັນຍາທີ່ມີຄວາມໝາຍຍາວນານ. ການສ້າງຄວາມສາມາດດ້ານວິທະຍາສາດ-ເຕັກໂນໂລຢີ ຍືນຍົງມີຄວາມສາມາດເທົ່າກັບມາດຕະ ການແກ້ໄຂໃນໄລຍະສັ້ນ.

ສຸດທ້າຍ, ການວາງນະໂຍບາຍລະຫວ່າງບັນດາຂົງເຂດໃຫ້ຄົບຊຸດ, ຄື: ອຸດສາຫະກຳ, ຄົມມະນາຄົມ, ພັດທະນາຕົວເມືອງ ແລະສິ່ງແວດລ້ອມ ແມ່ນປັດໄຈຫຼັກແຫຼ່ງເພື່ອຕິດພັນກັບການຫັນປ່ຽນພະລັງງານກັບເປົ້າໝາຍພັດທະນາ.

ໂດຍ: ແສງເດືອນ