ຜົນກະທົບດ້ານພະລັງງານທີ່ເກີດຈາກການປະທະກັນຢູ່ຕາເວັນອອກກາງ, ພ້ອມກັບສິ່ງກີດຂວາງດ້ານການຄ້າເພີ່ມຂຶ້ນ, ຄວາມບໍ່ສະຖຽນລະພາບທາງດ້ານນະໂຍບາຍທົ່ວໂລກ ແລະຄວາມຫຍຸ້ງຍາກພາຍໃນຂອງພື້ນຖານເສດຖະກິດ, ພວມສ້າງຄວາມກົດດັນພໍສົມຄວນຕໍ່ທ່າເຕີບໂຕຂອງພາກພື້ນອາຊີຕາເວັນອອກ-ປາຊີຟິກ (EAP).

ນີ້ແມ່ນຂໍ້ສັງເກດທີ່ທະນາຄານໂລກ (WB) ໄດ້ຍົກອອກໃນບົດລາຍງານອັບເດດເສດຖະກິດພາກພື້ນ ເຊິ່ງໄດ້ປະກາດໃນວັນທີ 8 ເມສາ.  ເຖິງຢ່າງໃດກໍ່ຕາມ,  ເມື່ອສະພາບການເຕີບໂຕຂອງພາກພື້ນມີສັນຍານຊັກຊ້າລົງກໍ່ຕາມ, ແຕ່ WB ກໍ່ຖືວ່າ ຫວຽດນາມ ຍັງພົ້ນເດັ່ນເປັນແບບຢ່າງກ່ຽວກັບຄວາມສາມາດປັບຕົວ ແລະພິກສິ່ງທ້າທາຍເປັນກາລະໂອກາດເພື່ອຊຸກຍູ້ການປະຕິຮູບພາຍໃນ.

leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ

ໃນບົດລາຍງານຫຼ້າສຸດ, WB ຄາດຄະເນວ່າ ການເຕີບໂຕພາກພື້ນ EAP ຈະຫຼຸດລົງຈາກ 5% ໃນປີ 2025 ເປັນ 4.2% ໃນປີ 2026. ສາຍເຫດຕົ້ນຕໍແມ່ນມາຈາກສະພາບແວດລ້ອມເສດຖະກິດທົ່ວໂລກບໍ່ເອື້ອອໍານວຍ ແລະທ່າຫຼຸດຄວາມໄວເຕີບໂຕຂອງຈີນ ແກ່ຍາວເປັນເວລາດົນ.

ລະອຽດ, ການເຕີບໂຕຂອງຈີນ ຄາດວ່າ ຈະຫຼຸດລົງຈາກ 5% ໃນປີ 2025 ເປັນ 4.2% ໃນປີ 2026 ແລະ 4.3% ໃນປີ 2027. ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນພາກພື້ນສືບຕໍ່ປະເຊີນໜ້າກັບສິ່ງທ້າທາຍທີ່ມີລັກສະນະໂຄງປະກອບ, ລວມທັງຄວາມຕ້ອງການຢູ່ພາຍໃນອ່ອນແອ, ຕະຫຼາດອະສັງຫາລິມະສັບຢຸດສະງັກ ແລະການສົ່ງອອກພາຍໃຕ້ຄວາມກົດດັນຈາກການເຕີບໂຕທົ່ວໂລກທີ່ຊ້າລົງ.

ສໍາລັບພື້ນຖານເສດຖະກິດ EAP ຢູ່ນອກປະເທດຈີນ, WB ຄາດຄະເນວ່າ ການເຕີບໂຕຈະຊ້າລົງເປັນ 4.1% ໃນປີ 2026 ກ່ອນທີ່ຈະຟື້ນຕົວຂຶ້ນມາປະມານ 5% ໃນປີ 2027, ເນື່ອງຈາກຄວາມເຄັ່ງຕຶງທາງພູມສາດການເມືອງ ແລະຄວາມບໍ່ສະຖຽນລະພາບຫຼຸດລົງ.

ສ່ວນຫວຽດນາມ, WB ຄາດຄະເນວ່າ ອັດຕາການເຕີບໂຕແມ່ນ 6,3% ແລະ 7,7% ສໍາລັບປີ 2026 ແລະ 2027 ຕາມລໍາດັບ-ສືບຕໍ່ເປັນລະດັບສູງສຸດໃນພາກພື້ນ. ຕາມ WB ແລ້ວ, ທ່າເຕີບໂຕຢ່າງແຂງແຮງໃນປີ 2025 ຈະສວມບົດບາດເປັນຂົວຕໍ່ສຳຄັນ, ຊ່ວຍໃຫ້ຫວຽດນາມ ຫຼຸດຜ່ອນຜົນກະທົບຈາກ “ວິກິດ” ທົ່ວໂລກ.

ອົງການຈັດຕັ້ງນີ້ຕີລາຄາສູງຕໍ່ເລື່ອງຫວຽດນາມ ຍູ້ແຮງການລົງທຶນໃສ່ພື້ນຖານໂຄງລ່າງ, ການສຶກສາ ແລະປັບປຸງຄຸນນະພາບລະບອບລະບຽບການ, ຜ່ານນັ້ນຊ່ວຍໃຫ້ນະໂຍບາຍໜູນຊ່ວຍຕາມເປົ້າໝາຍເສີມຂະຫຍາຍປະສິດທິຜົນກວ່າຫຼາຍປະເທດໃນພາກພື້ນ.

ສິ່ງທີ່ເປັນໜ້າເອົາໃຈໃສ່, ກ່ອນໜ້ານັ້ນ WB ຄາດຄະເນວ່າ ຫວຽດນາມ ອາດຈະແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ໄດ້ຮັບຜົນກະທົບຢ່າງແຂງແຮງຈາກສິ່ງກີດຂວາງດ້ານພາສີໃໝ່ຂອງອາເມລິກາ, ດ້ວຍລະດັບການເຕີບໂຕຫຼຸດລົງເຖິງ 1 %. ເຖິງຢ່າງໃດກໍ່ຕາມ, ການຜັນແປຕົວຈິງໄດ້ສະແດງໃຫ້ເຫັນວ່າ, ຄວາມສາມາດປັບຕົວຂອງຫວຽດນາມ ພວມດີກວ່າທີ່ຄາດຄະເນໄວ້.

ທ່ານ Aaditya Mattoo, ຜູ້ອໍານວຍການຄົ້ນຄວ້າຂອງກຸ່ມທະນາຄານໂລກ, ໃຫ້ຂໍ້ສັງເກດວ່າ: ໃນຂະນະທີ່ບາງປະເທດໃນພາກພື້ນມີສັນຍານຊ້າລົງ ຫຼືຕົກເຂົ້າສູ່ສະພາບການ “ເສຍຈັງຫວະ” ການປະຕິຮູບນັ້ນ, ຫວຽດນາມ ກາຍເປັນຕົວຢ່າງທີ່ພົ້ນເດັ່ນກ່ຽວກັບການເປັນເຈົ້າການປະຕິຮູບເພື່ອຮັບມືກັບສິ່ງທ້າທາຍ.

ທ່ານ Mattoo ຊີ້ອອກວ່າ ຜົນປະໂຫຍດຈາກການປະຕິຮູບອາດຈະຫຼາຍກວ່າການສູນເສຍທີ່ເກີດຈາກການປົກປ້ອງການຄ້າ. ສະພາບຕົວຈິງຢູ່ຫວຽດນາມ ໄດ້ສະແດງໃຫ້ເຫັນວ່າ ຍ້ອນການປະຕິຮູບໄດ້ຮັບການຜັນຂະຫຍາຍໃນຂະແໜງການບໍລິການ ແລະການຜະລິດ, ສະມັດຕະພາບແຮງງານໄດ້ຮັບການປັບປຸງຢ່າງຈະແຈ້ງ.

ທ່ານ Mattoo ໃຫ້ຮູ້ວ່າ, ແທນທີ່ຈະສຸມໃສ່ຄວາມກັງວົນກ່ຽວກັບອັດຕາພາສີຂອງອາເມລິກາ ຫຼືນະໂຍບາຍອຸດໜູນຂອງຈີນ, ການປັບປຸງນະໂຍບາຍທີ່ບໍ່ເໝາະສົມ ໄດ້ປະກອບສ່ວນຊ່ວຍໃຫ້ຫວຽດນາມ “ຮັບມືກັບພາຍຸພາສີ” ຢ່າງມີປະສິດທິຜົນ.

ໃນບົດລາຍງານ, WB ກໍ່ໃສ່ໃຈວ່າ ຜົນກະທົບຕໍ່ແຕ່ລະປະເທດຈາກການປະທະກັນຢູ່ຕາເວັນອອກກາງຈະແຕກຕ່າງກັນຫຼາຍ, ເຊິ່ງຂຶ້ນກັບລະດັບການເພິ່ງພາອາໄສພະລັງງານນໍາເຂົ້າ, ຄວາມອ່ອນແອພາຍໃນ ແລະຄວາມສາມາດໃນການບໍລິຫານນະໂຍບາຍຂອງລັດຖະບານຢ່າງມີໄຫວພິບ. ການປະທະກັນແກ່ຍາວ ແລະເຄັ່ງຕຶງຈະເຮັດໃຫ້ເພີ່ມຄວາມຫຍຸ້ງຍາກດ້ານເສດຖະກິດ ແລະເຮັດໃຫ້ລະດັບການເຕີບໂຕຢູ່ພາກພື້ນຫຼຸດລົງ.

ໃນສະພາບທີ່ລາຄາເຊື້ອໄຟເພີ່ມຂຶ້ນແກ່ຍາວໃນລະດັບ 50%, ລາຍຮັບຂອງຄົວເຮືອນໃນພາກພື້ນອາດຈະຫຼຸດລົງ 3-4%. ສະນັ້ນ, ບັນດາປະເທດຄວນຜັນຂະຫຍາຍມາດຕະການໜູນຊ່ວຍຢ່າງມີເປົ້າໝາຍ, ມຸ່ງໄປເຖິງກຸ່ມທີ່ໄດ້ຮັບຄວາມເສຍຫາຍຫຼາຍກວ່າໝູ່ ແລະວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ, ແນໃສ່ຫຼຸດຜ່ອນຜົນກະທົບທາງລົບໃຫ້ໜ້ອຍທີ່ສຸດ ໂດຍບໍ່ສ້າງຄວາມກົດດັນຫຼາຍຕໍ່ດ້ານງົບປະມານ.

ທ່ານ Carlos Felipe Jaramillo, ຮອງປະທານ WB ຮັບຜິດຊອບພາກພື້ນ,  ໃຫ້ຂໍ້ສັງເກດວ່າ “ການເຕີບໂຕຢູ່ອາຊີຕາເວັນອອກ-ປາຊີຟິກ ແມ່ນຍັງສູງກວ່າພາກພື້ນອື່ນໆໃນໂລກ, ນັບທັງໃນໄລຍະທີ່ຂາດສະຖຽນລະພາບ.

ທ່ານຍັງໄດ້ກ່າວຕື່ມອີກວ່າ: “ເຖິງຢ່າງໃດກໍ່ຕາມ, ເພື່ອຮັກສາການເຕີບໂຕນີ້ໄວ້ຮຽກຮ້ອງໃຫ້ປະເທດຕ່າງໆຕ້ອງແກ້ໄຂສິ່ງທ້າທາຍດ້ານໂຄງປະກອບ ແລະກໍາແໜ້ນກາລະໂອກາດຂອງສັງກາດດີຈີຕອນເພື່ອຍົກສູງສະມັດຕະພາບ ແລະສ້າງວຽກເຮັດງານທຳໃຫ້ຫຼາຍຂຶ້ນຕື່ມ".

ໂດຍ: ເຈິ່ນຮວ່ຽນ